ໃນລະຫວ່າງວັນທີ 30 ພຶດສະພາ ຫາ 1 ມິຖຸນາ 2016, ທີ່ນະຄອນຫລວງກົວລາລຳເປີ, ປະ ເທດມາເລເຊຍ,
ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມໂຕະມົນອາຊີ-ປາຊີຟິກ
ຄັ້ງທີ 30 (APR@
30) ໃນຖານະເປັນແຂກພິເສດ ແລະ ໄດ້ມີຄໍາເຫັນຕໍ່
ວາລະທີສອງຂອງກອງປະຊຸມດັ່ງກ່າວ (ປະຊາຄົມອາຊຽນ:
ການເຊື່ອມໂຍງໃນຍຸກແຫ່ງການຕໍ່ສູ້ຍາດແຍ່ງດ້ານຜົນປະໂຫຍດ), ເຊິ່ງໄດ້ຮັບການຕີລາ ຄາສູງຈາກຜູ້ເຂົ້າຮ່ວມກອງປະຊຸມ.
ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ຫົວຂໍ້ໃຫຍ່
“
ການຮ່ວມມື ແລະ ການແຂ່ງຂັນທ່າມກາງສະພາບການປ່ຽນແປງຂອງພາກພື້ນ
(Cooperation
and Contestation in a Changing Regional Landscape ), ເຊິ່ງມີ 4 ຫົວຂໍ້ຫຍ່ອຍ ຄື: 1. ຄວາມໝັ້ນ
ຄົງໃນພາກພື້ນອາຊີ-ປາຊີຟິກ:
ສະພາບການໃນປັດຈຸບັນ ແລະ ທິດທາງໃນອະນາຄົດ; 2. ປະຊາຄົມອາຊຽນ: ການເຊື່ອມໂຍງໃນຍຸກແຫ່ງການຕໍ່ສູ້ຍາດແຍ່ງດ້ານຜົນປະໂຫຍດ; 3. ຍຸດທະສາດດ້ານຈິດໃຈ ເພື່ອຕໍ່ສູ້ກັບຄວາມມືດບອດ, ການໃຊ້ກຳລັງ ແລະ ຄວາມຮຸນແຮງ; 4. ລາຄານໍ້າມັນ, ການປ່ຽນແປງສະພາບດິນຟ້າອາກາດ ແລະ
ພູມສາດການເມືອງໂລກທີ່ຈະເກີດຂຶ້ນໃນອານາຄົດ.
ກອງປະຊຸມໂຕະມົນອາຊີ-ປາຊີຟິກ ໄດ້ຖືກຈັດຂຶ້ນມາແຕ່ປີ 1987
ເປັນຕົ້ນມາ ແລະ ຈັດຂຶ້ນປີລະຄັ້ງ ໂດຍມີຈຸດປະສົງ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ
ຫລຸດຜ່ອນຂໍ້ຂັດແຍ່ງໃນພາກພື້ນ ອາຊີ-ປາຊີຟິກ, ຖືກຮັບຮູ້ເປັນເວທີປຶກສາຫາລືທີ່ສຳຄັນນຳໜ້າ ໃນຂອບການທູດຊ່ອງທາງທີ 2 (Track II ) ແລະ ເປັນໜຶ່ງໃນ 20 ກອງປະຊຸມຄວາມໜັ້ນຄົງຂອງໂລກ ທີ່ດຶງດູດເອົາບັນດານັກຄັງປັນຍາ, ນັກວິຊາການ, ເຈົ້າໜ້າທີ່ອາວຸໂສຈາກພາກລັດ ໃນແຕ່ລະຂົງເຂດ ແລະ ຜູ້ຕາງໜ້າສື່ມວນຊົນໃນພາກພື້ນ
ອາຊີ-ປາຊີຟິກ ແລະ ພາກພື້ນອື່ນ ເຂົ້າຮ່ວມແຕ່ລະປີ 200-300 ຄົນ
ເພື່ອແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ກ່ຽວກັບບັນຫາ ແລະສິ່ງທ້າທ້າຍຕ່າງໆ
ໂດຍສະເພາະແມ່ນເນັ້ນໜັກໃສ່ບັນຫາຄວາມໝັ້ນຄົງຂອງພາກພື້ນ.

No comments:
Post a Comment