ທ່ານຮອງຫົວໜ້າພະແນກຈະລາຈອນນະຄອນຫລວງວຽງຈັນ
ພັນຕີ ສັງຄົມ ພົມມະລາດ ໄດ້ຊີ້ແຈງຕື່ມຕໍ່ໜັງສືພິມລາວພັດທະນາ ໃນວັນທີ 1 ມິຖຸນານີ້
ກ່ຽວກັບກໍລະນີການຂັບຂີ່ສາມາດລ້ຽວຂວາໄດ້ ຫລື ບໍ່ໄດ້ຢູ່ຈຸດສາມແຍກ, ສີ່ແຍກ, ພາຍຫລັງມີສື່ຫລາຍປະເພດຕີແຜ່ບັນຫາດັ່ງກ່າວຍັງບໍ່ທັນເປັນເອກະພາບກັນ
ຈຶ່ງເຮັດໃຫ້ສັງຄົມເກີດຄວາມສັບສົນໃນການປະຕິບັດ.
ທ່ານຮອງຫົວໜ້າພະແນກຈະລາຈອນນະຄອນຫລວງ
ອະທິບາຍວ່າ: ພາຍຫລັງພະແນກຈະລາຈອນ ແລະ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ
ໄດ້ປະສານສົມທົບກັນເພື່ອແກ້ໄຂບັນຫາສະພາບການສັນຈອນແອອັດສັບສົນໃນຕົວເມືອງ
ຈຶ່ງໄດ້ເອກະພາບກັນກຳນົດລະບຽບການສັນຈອນໃນຕົວເມືອງຫລາຍຈຸດເພື່ອໃຫ້ຄ່ອງຕົວ
ມີຄວາມເປັນລະບຽບ
ຮຽບຮ້ອຍປອດໄພ, ສ່ວນການລ້ຽວຂວາໄດ້ ຫລື ບໍ່ເມື່ອຢູ່ໄຟແດງນັ້ນ
ກໍລະນີທີ່ສາມາດລ້ຽວຂວາໄດ້ແມ່ນຕ້ອງຢູ່ຈຸດໄຟແດງທີ່ມີດອນຄູກາງໃຫ້ລ້ຽວ ເປັນຕົ້ນໄຟແດງສະຖານີລົດເມ, ໄຟແດງສີສະເກດ, ໄຟແດງດົງປ່າລານ ແລະ ອື່ນໆ.
ສ່ວນໄຟແດງທີ່ບໍ່ມີດອນຄູທາງແມ່ນໃຫ້ນັກຂັບຂີ່ປະຕິບັດຕາມລະບົບໄຟອຳນາດຢ່າງເຂັ້ມງວດ, ຖ້ານັກຂັບຂີ່ຜູ້ໃດລະເມີດກໍຈະຖືກກ່າວເຕືອນຈາກເຈົ້າໜ້າທີ່
ຫລື ປັບໄໝຕາມລະບຽບໃນເມື່ອມີການຈົງໃຈລະເມີດ.
ການກຳນົດຄືດັ່ງກ່າວກໍເປັນວິທີທາງໜຶ່ງໃນການແກ້ໄຂບັນຫາສະພາບການສັນຈອນຕິດຂັດແອອັດໃນຕົວເມືອງ
ເນື່ອງຈາກວ່າປັດຈຸບັນພາຫະນະຢູ່ນະຄອນຫລວງວຽງຈັນແມ່ນມີຈຳນວນເພີ່ມຂຶ້ນຫລາຍ
ສະເລ່ຍອາທິດໜຶ່ງປະມານ 2 ພັນຄັນ. ສະນັ້ນ ຖ້າຫາກບໍ່ມີແຜນຮອງຮັບທີ່ດີ
ບວກກັບນັກຂັບຂີ່ບໍ່ເອົາໃຈໃສ່ເຄົາລົບລະບຽບຈະລາຈອນກໍຍິ່ງຈະເຮັດໃຫ້ການສັນຈອນໃນຕົວເມືອງເປັນອຳມະ
ພາດຮ້າຍແຮງຂຶ້ນຕື່ມ.
ສຳລັບກໍລະນີທີ່ຈະມີການປັບໄໝທົບ
10 ເທົ່ານັ້ນ,
ທ່ານຮອງພະແນກຈະລາຈອນນະຄອນ ຫລວງ ລະບຸວ່າ:
ແມ່ນຜູ້ທີ່ຈອດລົດຢູ່ເຂດທີ່ຫ້າມຈອດ, ການນຳໃຊ້ເສັ້ນທາງບໍ່ຖືກຕ້ອງ ເປັນຕົ້ນເອົາຂອບທາງ, ບ່າທາງເປັນບ່ອນບໍລິການຕ່າງໆ ເຮັດໃຫ້ກີດຂວາງການສັນຈອນ ແລະ
ການຍ່າງໄປມາຂອງຄົນ,
ການເຮັດໃຫ້ເສັ້ນທາງເປິະເປື້ອນ ເປັນຕົ້ນລົດແກ່ດິນ, ຊາຍ, ຫີນ ແລະ ອື່ນໆ
ຕົກເຮ່ຍໃສ່ເສັ້ນທາງ ອັນໄດ້ສ້າງຄວາມເປິະເປື້ອນແກ່ເສັ້ນທາງ ແລະ
ສົ່ງຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມ ແລະ ສັງຄົມ ເຊິ່ງໃນກໍລະນີນີ້ແມ່ນຈະຖືກປັບໄໝ 10
ເທົ່າຕາມມະຕິຕົກລົງຂອງອົງການປົກຄອງນະຄອນ ຫລວງວຽງຈັນໃນການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດຮອດປີ
2020. ດັ່ງນັ້ນ ຈຶ່ງຮຽກ ຮ້ອງໃຫ້ສັງຄົມ
ກໍຄືນັກຂັບຂີ່ຜູ້ປະກອບການຂົນສົ່ງທຸກທົ່ວໜ້າຈົ່ງພ້ອມກັນປະຕິບັດລະບຽບຈະລາ ຈອນ ແລະ
ມາດຕະການຕ່າງໆໃນການຂັບຂີ່ສັນຈອນໄປມາຢ່າງເຂັ້ມງວດ ເພື່ອສ້າງນະຄອນຫລວງວຽງຈັນເປັນເມືອງສະອາດ, ໜ້າຢູ່ ແລະ ຈະເລີນສີວິໄລເທື່ອລະກ້າວ.

No comments:
Post a Comment