ນັບແຕ່ໃດໆມາກະຊວງກະສິກຳ ແລະ
ປ່າໄມ້ເປັນຂະແໜງການໜຶ່ງທີ່ເຮັດວຽກງານມະຫາພາກໃນການປົກປັກຮັກສາ ແລະ
ຄຸ້ມຄອງປ່າໄມ້ໃຫ້ມີຄວາມຍືນຍົງ ແລະ ໃນວັນປູກຕົ້ນໄມ້ແຫ່ງຊາດ ຂອງທຸກໆປີຂະແໜງການດັ່ງກ່າວກໍໄດ້ສ້າງຂະບວນການປູກຕົ້ນໄມ້ເພື່ອຄືນຄວາມອຸດົມສົມບູູນແກ່ປ່າໄມ້
ແລະ ປີນີ້ກໍເຊັ່ນດຽວກັນ, ກະຊວງກະສິກຳ ແລະ ປ່າໄມ້ໄດ້ຈັດພິທີປູກຕົ້ນໄມ້, ເນື່ອງໃນໂອ ກາດວັນປູກຕົ້ນໄມ້ແຫ່ງຊາດຂຶ້ນທີ່ສູນຄົ້ນຄ້ວາວິທະຍາສາດປ່າໄມ້ນ້ຳຊວງ
ແຂວງວຽງຈັນ
ໃນເນື້ອທີ 5 ເຮັກຕາ,
ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ
ຮອງນາຍົກລັດຖະມົນຕີ,
ພ້ອມດ້ວຍອຳນາດການປົກຄອງທ້ອງຖິ່ນ ແລະ
ພະນັກງານເຂົ້າຮ່ວມເປັນຈຳນວນຫຼາຍ.
ລັດເຖະມົນຕີກ່າວໃນພິທີວ່າ: ເພື່ອປະຕິບັດຕາມທິດສີຂຽວ ແລະ ຍືນຍົງ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຍຸດທະສາດປ່າໄມ້ຮອດປີ 2020
ແລະ ແຜນການປູກໄມ້ ແລະ ຟື້ນຟູປ່າປະຈຳປີ 2016 ຄື: ປູກໄມ້ໃຫ້ໄດ້ 24 ພັນເຮັກຕາ ແລະ
ຟື້ນຟູປ່າໃຫ້ໄດ້ 276 ພັນເຮັກຕາໃຫ້ປະສົບຜົນສຳເລັດ ແລະ ມື້ນີ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ, ຊຶ່ງກົງກັບວັນເດັກນ້ອຍສາກົນກະຊວງກະສິກຳ ແລະ
ປ່າໄມ້ໄດ້ຈັດພິທີປູກຕົ້ນໄມ້, ເພື່ອເປີດຂະບວນການໂຄສະນາເຜີຍແຜ່ວັນປູກຕົ້ນໄມ້ແຫ່ງຊາດ, ທັງເປັນການປູກຈິດສຳນຶກໃຫ້ທຸກຊັ້ນຄົນໃນສັງຄົມ, ໂດຍສະເພາະລູູກຫຼານເຍົາວະຊົນໃຫ້ຮັບຮູ້ ແລະ
ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນ ແລະ ຄຸນປະໂຫຍດຂອງຕົ້ນໄມ້ ແລະ ຊັບພະຍາກອນປ່າໄມ້, ທັງເປັນການປະກອບສ່ວນສູ້ຊົນເຂົ້າໃນແຜນການປູກໄມ້ ແລະ
ພື້ນຟູປ່າ,
ແນໃສ່ປະກອບສ່ວນຍົກລະດັບການປົກຫຸ້ມປ່າໄມ້ໃຫ້ໄດ້ຕາມລະດັບຄວາມໝາຍ, ສຳລັບການປູກໄມ້ຢູ່ສະຖານທີ່ດັ່ງກ່າວໃນຄັ້ງນີ້ແມ່ນເພື່ອສ້າງເປັນບ່ອນຄົ້ນຄ້ວາ, ສາທິດກ່ຽວກັບພັນໄມ້ພື້ນເມືອງທີ່ມີຄຸນຄ່າທາງດ້ານເສດຖະກິດ
ແລະ ສິ່ງແວດລ້ອມ,
ທັງເປັນແຫຼ່ງສະໜອງແກ່ນພັນທີ່ມີຄຸນນະພາບ ແລະ
ຍືນຍົງໃຫ້ແກ່ການປູກປ່າໃນອະນາຄົດເຊັ່ນ: ໄມ້ດູ່, ໄມ້ແຄນ,
ໄມ້ຍາງ, ໄມ້ແຕ້, ໄມ້ຕິ້ວ ແລະ ໄມ້ປະດັບອື່ນໆ.
ລັດຖະມົນຕີກ່າວຢ້ຳອີກວ່າ: ເປັນເວລາກວ່າ 36 ປີແລ້ວ, ນັບແຕ່ ວັນທີ 1 ມິຖຸນາ ປີ 1980 – 1 ມິຖຸນາ 2016 ການຈັດັຕ້ງປະຕິບັດວັນປູກຕົ້ນໄມ້ແຫ່ງຊາດ ແລະ
ຜ່ານການຈັດຕັ້ງປະຕິບັດໄດ້ສະແດງໃຫ້ເຫັນຜົນງານຂອງການປູກຕົ້ນໄມ້ໃນທົ່ວປະເທດຄື:
ນັບແຕ່ນັ້ນຮອດປັດຈຸບັນທົ່ວປະເທດສາມາດປູກໄມ້ໄດ້ແລ້ວຫຼາຍກວ່າ 448 ພັນເຮັກຕາ , ຊຶ່ງຕາມການສຳຫຼວດປ່າໄມ້ໃນປີ 2002 ເຫັນວ່າອັນຕາການປົກຫຸ້ມຂອງປ່າໄມ້ໃນປທົ່ວປະເທດມີພຽງ
41,
5 % ແລະ ຈາກການປູກໄມ້ ແລະ ຟື້ນຟູປ່າດັ່ງກ່າວມາຮອດປີ 2015
ເຮັດໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ໃນທົ່ວປະເທດພື້ນຂື້ນເປັນ 46,7% , ສິ່ງດັ່ງກ່ວໄດ້ສະແດງເຫັນໃຫ້ວ່າການປູກຕົ້ນໄມ້ຜ່ານມາມີປະສິດທິຜົນດີ
ແລະ ຕົ້ນໄມ້ທີ່ປູກສ່ວນຫຼາຍແມ່ນມີການຈະເລີນເຕີບໃຫຍ່ດີ.

No comments:
Post a Comment