Ad

Ad

2 June 2016

ຜູ້ນຳພັກ-ລັດຮ່ວມປູກໄມ້ຢ່າງເປັນຂະບວນຟົດຟື້ນ

          ໃນເຊົ້າວັນທີ 1 ມິຖຸນານີ້ ເຊິ່ງເປັນວັນປູກຕົ້ນໄມ້ແຫ່ງຊາດ, ບັນດາຜູ້ນຳພັກ-ລັດ ນຳໂດຍທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ທ່ານປະທານສະພາແຫ່ງຊາດ ນາງ ປານີ ຢາທໍ່ຕູ້, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ທ່ານເຈົ້າຄອງນະຄອນຫລວງວຽງຈັນ ສິນລະວົງ ຄຸດໄພທູນ ໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ຢູ່ສວນດອກໄມ້ທຳນຽບປະທານປະເທດ (ຫໍຄຳ), ຂະນະດຽວກັນ ຢູ່ສຳນັກງານນາຍົກລັດ ຖະມົນຕີ ກໍໄດ້ຈັດພິທີປູກຕົ້ນໄມ້ ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ພະນັກງານ ແລະ ນ້ອງນ້ອຍນັກຮຽນເຍົາວະຊົນເຂົ້າຮ່ວມຢ່າງ
ຫລວງຫລາຍ. ນອກຈາກນີ້ ຢູ່ບັນດາກະຊວງ ແລະ ອົງການຈັດຕັ້ງພັກ-ລັດ ຕ່າງກໍໄດ້ນຳພາສະມາຊິກພັກ-ພະນັກງານຂອງຕົນເຂົ້າຮ່ວມຂະບວນການປູກໄມ້ໃນມື້ສຳຄັນດັ່ງກ່າວດ້ວຍບັນຍາກາດຟົດຟື້ນ ເຊິ່ງໄມ້ທີ່ນຳມາປູກສ່ວນຫລາຍແມ່ນໄມ້ດູ່, ໄມ້ແຄນ, ແຕ້ຂ່າ, ຂະຍຸງ, ຄຳພີ, ໄມ້ສັກ ແລະ ອື່ນໆເປັນຈຳນວນຫລາຍພັນຕົ້ນ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ ແລະ ທຳມະຊາດໃຫ້ມີຄວາມອຸດົມສົມບູນ, ເພີ່ມພື້ນທີ່ປົກຫຸ້ມສີຂຽວຍືນຍົງ.
               ໃນຫລາຍປີຜ່ານມາ, ສປປ ລາວ ໄດ້ຖືວຽກງານປ່າໄມ້ເປັນບູລິມະສິດສຳຄັນໃນໂຄງປະ ກອບເສດຖະກິດແຫ່ງຊາດ ໂດຍຖືເອົາການປົກປັກຮັກສາ ແລະ ພັດທະນາປ່າໄມ້ເປັນໜ້າທີ່ຂອງທົ່ວປວງຊົນ ເພື່ອເຮັດໃຫ້ຊັບພະຍາກອນທຳມະຊາດ ໂດຍສະເພາະແມ່ນປ່າໄມ້ທີ່ສູນເສຍໄປໃຫ້ກັບຄືນສູ່ສະພາບເດີມ, ມີການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາໃຫ້ມີຄວາມຍືນຍົງ ທັງໃຫ້ບັນລຸຄາດໝາຍເພີ່ມພື້ນທີ່ການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດໃນປີ 2020.

           ການກຳນົດວັນປູກໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຢູ່ລາວເຮົາແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 1980 ແລະ ແຕ່ນັ້ນມາ ປະເທດເຮົາສາມາດປູກໄມ້ປະເພດຕ່າງໆໄດ້ແລ້ວຫລາຍກວ່າ 440.000 ເຮັກຕາ, ໃນນັ້ນຫລາຍກວ່າໝູ່ແມ່ນຕົ້ນຢາງພາລາມີຫລາຍກວ່າ 268.000 ເຮັກຕາ, ຖັດລົງມາແມ່ນຕົ້ນກະຖິນ, ໄມ້ສັກ ແລະ ໄມ້ພື້ນເມືອງອື່ນໆອີກ. ແຕ່ເຖິງຢ່າງໃດກໍດີ, ເພື່ອເຮັດໃຫ້ຂະ ບວນປູກໄມ້ມີຄຸນນະພາບດີຂຶ້ນ, ທ່ານຫົວໜ້າກົມປ່າໄມ້ ເວົ້າວ່າ: ຈະຕ້ອງໄດ້ເພີ່ມທະວີປະສານສົມທົບກັນຂອງຫລາຍພາກສ່ວນ ແຕ່ສູນກາງຮອດທ້ອງຖິ່ນ ເພື່ອຊຸກຍູ້ສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມເປັນເຈົ້າການເຂົ້າຮ່ວມຂະບວນການປູກໄມ້ໃຫ້ຫລາຍຂຶ້ນ ໂດຍເນັ້ນໃສ່ເນື້ອທີ່ເຂດພູປອກໂລ້ນ, ປ່າຊຸດໂຊມ ແລະ ບ່ອນເນື້ອທີ່ເປົ່າຫວ່າງ ຕິດພັນກັບການປົກປັກຮັກສາປ່າໄມ້ ກໍຄືສິ່ງແວດລ້ອມໃຫ້ດີຂຶ້ນກວ່າເກົ່າ.

No comments:

Post a Comment