Ad

Ad

3 June 2016

ເຈົ້າໜ້າທີ່ອາວຸໂສ ຫາລືບັນຫາພື້ນຖານກຽມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນຄັ້ງທີ 15

          ກອງປະຊຸມເຈົ້າໜ້າທີ່ອາວຸໂສ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 20 ໄດ້ຈັດຂຶ້ນໃນວັນທີ 2-3 ມິຖຸນານີ້ ທີ່ແຂວງຫລວງພະບາງ, ເພື່ອສືບຕໍ່ປຶກສາຫາລືບາງວຽກບູລິມະສິດ ແລະ ເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດເສົາຄ້ຳວັດທະນະທຳ-ສັງຄົມ ຂອງອາຊຽນ ໂດຍການປະທານຂອງທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສຂອງ ສປປ ລາວ, ພ້ອມມີ ຜູ້ຕາງໜ້າອາວຸ ໂສ 10 ປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນເຂົ້າຮ່ວມ ເພື່ອກະກຽມໃຫ້ແກ່ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 15 ທີ່ຈະຈັດຂຶ້ນໃນວັນທີ 4 ມິຖຸນານີ້.


          ທ່ານ ປິ່ນປາຖະໜາ ພັນທະມາລີ ແຈ້ງໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້ຈະໄດ້ປຶກສາຫາລືບາງບັນຫາພື້ນຖານ ແລະ ເປັນບູລິມະສິດ ທີ່ສປປ ລາວ ໄດ້ກຳນົດ 8 ນິຕິກຳ ໃນນັ້ນສະເພາະຂົງ ເຂດວັດທະນະທຳ-ສັງຄົມ ມີ 2 ນິຕິກຳ ຄື: ຖະແຫລງການວຽງຈັນ ວ່າດ້ວຍການຫັນປ່ຽນຈາກການຈ້າງງານນອກລະບົບ ໄປສູ່ການຈ້າງງານໃນລະບົບ ເພື່ອແນໃສ່ສົ່ງເສີມວຽກເຮັດງານທຳທີ່ມີຄຸນຄ່າ ແລະ ເປັນທຳໃນອາຊຽນ; ຖະແຫລງການວຽງຈັນ ວ່າດ້ວຍການຊຸກຍູ້ ແລະ ສົ່ງເສີມການຮ່ວມມືທາງດ້ານມໍລະດົກວັດທະນະທຳໃນອາຊຽນ. ນອກຈາກນັ້ນ, ກໍມີບາງນິຕິກຳກ່ຽວກັບການສຶກສາ, ການຄຸ້ມຄອງໄພ ພິບັດ ແລະ ສິ່ງແວດລ້ອມອື່ນໆອີກ. ໂດຍສະເພາະແມ່ນຮ່າງວິໄສທັດອາຊຽນ ກ່ຽວກັບວັດທະນະທຳ-ສັງຄົມ, ຮ່າງແຜນງານອາຊຽນດ້ານວັດທະນະທຳ-ສັງຄົມ ແລະ ຮ່າງແຜນງານໂຄງການຕ່າງໆໃນຂອບວັດທະນະທຳ-ສັງຄົມອີກດ້ວຍ.

No comments:

Post a Comment