ເນື່ອງໃນໂອກາດວັນປູກໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມີຖຸນາ, ກະຊວງແຮງງານ
ແລະ ສະຫວັດດີການສັງຄົມ ໄດ້ຈັດກິດຈະກຳປູກຕົ້ນໄມ້ຂຶ້ນທີ່ສະຖາບັນພັດທະນາລາວ-ເກົາຫລີ, ເພື່ອສ້າງພື້ນທີ່ດັ່ງກ່າວໃຫ້ເປັນສີຂຽວ, ມີຄວາມຮົ່ມເຢັນ, ສວຍງາມ ກາຍເປັນບ່ອນພັກຜ່ອນຂອງນ້ອງໆນັກຮຽນ ແລະ ອື່ນໆ, ເຊິ່ງຕົ້ນໄມ້ປະດັບທີ່ນຳມາປູກມີຫລາຍກວ່າ 50 ຕົ້ນ,ໃນນັ້ນ
ມີຕົ້ນດອກຄູນ,
ດອກກາເລົາ, ຕົ້ນໄມ້ສັກ ແລະ ຕົ້ນໄມ້ກິນໝາກອື່ນໆອີກ.
ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ:
ຄືດັ່ງທີ່ຮູ້ນຳກັນແລ້ວວ່າ ວັນທີ 1
ມີຖຸນາຂອງທຸກໆປີ ແມ່ນວັນປູກຕົ້ນໄມ້ແຫ່ງຊາດ ແລະ ໄລຍະຜ່ານມາບໍ່ວ່າຈະເປັນທາງສູນກາງ
ກໍຄືຂັ້ນແຂວງ ນະຄອນຫລວງວຽງຈັນ ແມ່ນໄດ້ຈັດພິທີປູກຕົ້ນໄມ້ຢ່າງເປັນຂະບວນຟົດຟື້ນ
ເພື່ອຄືນຄວາມສົມດຸນສູ່ທຳມະຊາດ ພ້ອມກັນນີ້ ຍັງເປັນການປູກຕົ້ນໄມ້ເພື່ອປະດັບສຳນັກງານ, ອົງການ ແລະ ອື່ນໆ, ແຕ່ຢ່າລືມວ່າພາຍຫລັງປູກໄປແລ້ວ ກໍຕ້ອງເອົາໃຈໃສ່ປົກປັກຮັກສາ, ເພື່ອເຮັດໃຫ້ຕົ້ນໄມ້ເຫລົ່ານັ້ນເຕີບໃຫຍ່, ສວຍງາມ ເຮັດໃຫ້ການປະຕິບັດນະໂຍບາຍ ສ ສີຂຽວ
ປະກົດຜົນເປັນຈິງຫລາຍຂຶ້ນ. ແລະ ສ້າງຂະບວນການວັນປູກຕົ້ນໄມ້ແຫ່ງຊາດອີກດ້ວຍ.
ນັບແຕ່ປີ 1980 ເປັນຕົ້ນມາ, ພັກ ແລະ ລັດຖະບານເຮົາໄດ້ວາງນະໂຍບາຍສົ່ງເສີມການປູກໄມ້ຢ່າງແຂງແຮງ ແລະ ແຕ່ນັ້ນມາ
ກໍໄດ້ກຳນົດເອົາວັນທີ 1 ມີຖຸນາເປັນວັນປູກຕົ້ນໄມ້ແຫ່ງຊາດ, ເພື່ອເປັນການປຸກລະດົມຂະບວນການດັ່ງກ່າວໄປຄຽງຄູ່ກັບການສະເຫລີມສະຫລອງວັນເດັກສາກົນ
ໃຫ້ມີຄວາມໝາຍຍິ່ງຂຶ້ນ ແລະ ນັບແຕ່ປີ 1980 ມາຮອດປັດຈຸບັນ ປະເທດເຮົາສາມາດປູກໄມ້ໄດ້ແລ້ວຫລາຍກວ່າ 440.000 ເຮັກຕາ, ອັນໄດ້ຊ່ວຍໃຫ້ການປົກຫຸ້ມຂອງປ່າໄມ້ໃນລາວເຮົາເພີ່ມຂຶ້ນຫລາຍກວ່າ
60% ແລະ ຄາດວ່າຮອດປີ 2020 ຈະໃຫ້ບັນລຸ 70%.
No comments:
Post a Comment