Ad

Ad

3 June 2016

ຜົນຜະລິດເຂົ້ານາແຊງປີນີ້ຈະບັນລຸໄດ້ 5 ແສນໂຕນ ເພີ່ມຂຶ້ນຈາກປີຜ່ານມາ

          ກົມປູກຝັ່ງ, ກະຊວງກະສິກຳ ແລະ ປ່າໄມ້ລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸບັນກະສິກອນທົ່ວປະເທດ, ສາມາເກັບກ່ຽວມ້ຽນມັດເຂົ້ານາແຊງຂອງຕົນສຳເລັດແລ້ວໂດຍພື້ນຖານ, ໃນເນື່ອທີ່ເກັບກ່ຽວທັງໝົດ 98.678 ເຮັກຕາ ແລະ ຄາດວ່າຈະໄດ້ຮັບຜົນຜະລິດທັງໝົດ 504.000 ໂຕນ, ໂດຍສະເລ່ຍສະມັດຕະພາບການເກັບກ່ຽວບັນລຸປະມານ 5.11 ໂຕນ / ເຮັກຕາ,ໃນນັ້ນພາກເໜືອປະຕິບັດໄດ້ຫຼາຍກວ່າ 37 ພັນໂຕນ, ພາກກາງ  337 ພັນໂຕນ, ພາກໃຕ້  129 ພັນໂຕນ, ຜູ້ລາຍງານຂ່າຍໃຫ້ຮູ້ອີກວ່າ: ການປູກເຂົ້ານາແຊງປີນີ້ທຽບໃສ່ປີຜ່ານມາແມ່ນເປັນຂະບວນການດີຂື້ນ, ຜົນຜະລິດເພີ່ມຂື້ນ, ເຖິງວ່າບໍ່ບັນລຸຄາດໝາຍແຜນການວາງໄວ້, ຍ້ອນຜົນກະທົບຈາກໄພທຳມະຊາດເຊັ່ນ: ການສະໜອງນ້ຳບໍ່ພຽງພໍ,
ສະພາບອາກາດບາງເຂດໜາວແຮງ, ມີສັດຕູພືດທຳລາຍ ແລະ ກະສິກອນຈຳນວນໜຶ່ງໄດ້ຫັນເອົາເນື້ອທີ່ນາໄປປູກພືດທີ່ໃຊ້ນ້ຳໜ້ອຍແທນ,ເພື່ອສ້າງລາຍຮັບໃຫ້ຄອບຄົວ. ສຳລັບຜົນຜະລິດພືດລະດູຝົນຄາດວ່າຈະບັນລຸໄດ້ຫຼາຍກວ່າ 1,3 ລ້ານໂຕນ, ໃນນັ້ນ ສາລີ ແລະ ພືດຕະກຸນຖົ່ວປະຕິບັດໄດ້ຫຼາຍກວ່າ 3.5 ແສນໂຕນ, ເຜືອກມັນລວມ ຫຼາຍກວ່າ 75 ພັນໂຕນ, ພືດຜັນຕ່າງໆໄດ້ປະມານ  737 ພັນໂຕນ ແລະ ໝາກໄມ້ເກັບກູ້ໄດ້ 166 ພັນໂຕນ.

          ກົມປູກຝັ່ງໃຫ້ຮູ້ວ່າ: ປັດຈຸບັນຂະແໜງກະສິກຳໄດ້ປະສານສົມທົບກັບທ້ອງຖິ່ນເພື່ອປູກລະດົມ ແລະ ສ້າງເງື່ອນໄຂຕ່າງໆໃຫ້ແກ່ການຜະລິດເຂົ້ານາປີ ແລະ ການປູກພືດລະດູຝົນໃຫ້ໄດ້ຕາມຄາດໝາຍແຜນການ, ໂດຍສະເພາະແມ່ນເນັ້ນໃສ່ປັດໃຈທີ່ກ່ຽວຂ້ອງເຊັ່ນ: ການສະໜອງນ້ຳ, ແນວພັນ, ຝຸ່ນ ແລະ ອຸປະກອບຮັບໃຊ້ການຜະລິດໃຫ້ຮັບປະກັນ ແລະ ພຽງພໍ.

No comments:

Post a Comment