Ad

Ad

3 June 2016

ທະນາຄານພັດທະນາອາຊີແນໃສ່ພັດທະນາ 3 ເປົ້າໝາຍໃຫຍ່ໃນລາວ

             ທ່ານອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳລາວ ນາງ ສານດຣາ ນິໂຄ (Sandra Nicoll) ໄດ້ມີຄຳເຫັນໃນກອງປະຊຸມປຶກສາຫາລືກະກຽມຍຸດທະສາດຮ່ວມພັດທະນາກັບ ສປປ ລາວ ໄລຍະໃໝ່ (2017-2021) ທີ່ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນານີ້ວ່າ: ໃນໄລຍະດັ່ງກ່າວ ADB ຈະສຸມໃສ່ຍຸດທະສາດພັດທະນາການສ້າງງານ ແລະ ສ້າງລາຍໄດ້, ສົ່ງເສີມການພັດທະນາຊັບພະຍາກອນມະນຸດ, ການຄຸ້ມຄອງຊັບພະຍາກອນທຳມະຊາດໃຫ້ຍືນຍົງ ແລະ ຫລຸດຜ່ອນຜົນກະທົບຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ເຊິ່ງຍຸດທະສາດດັ່ງກ່າວຈະຖືກຮັບຮອງໂດຍອຳນວຍການກຸ່ມ ADB ໃນຕົ້ນປີ 2017 ນີ້ ແລະ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ VIII ຂອງລັດຖະບານນຳດ້ວຍ.


             ອຳນວຍການ ADB ປະຈຳລາວ ໃຫ້ຮູ້ອີກວ່າ: ນັບແຕ່ປີ 2012-2014, ADB ໄດ້ໃຫ້ການຊ່ວຍເຫລືອລາວຫລາຍຂະແໜງການ ຄືການສຶກສາ, ກະສິກຳ, ຊັບພະຍາກອນທຳມະຊາດ ແລະ ພັດທະນາຊົນນະບົດ, ສະໜອງນ້ຳສະອາດ, ພັດທະນາລະບົບພື້ນຖານໂຄງລ່າງ ແລະ ອື່ນໆອີກ ເພື່ອເປັນພື້ນຖານໃຫ້ແກ່ການຂະຫຍາຍຕົວທີ່ຍືນຍົງຢູ່ ສປປ ລາວ.

No comments:

Post a Comment