Ad

Ad

3 June 2016

ນາຍົກລັດຖະມົນຕີແຕ່ງຕັ້ງຄະນະສະເພາະກິດເພື່ອລົງກວດກາ ແລະ ແນະນຳການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີ

     ໃນວັນທີ 2 ມິຖຸນານີ້, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງສະບັບເລກທີ 40/ນຍ ແຕ່ງຕັ້ງຄະນະສະເພາະກິດເພື່ອເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ໂດຍມີເນື້ອໃນລະອຽດວ່າ:
    ມາດຕາ 1: ແຕ່ງຕັ້ງຄະນະສະເພາະກິດເພື່ອລົງກວດກາ ແລະ ແນະນຳການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີໃນຂອບເຂດທົ່ວປະເທດ ປະກອບດ້ວຍບັນດາທ່ານດັ່ງນີ້:
    1. ທ່ານ ໄຊຄຳ ອຸ່ນມີໄຊ ຮອງປະທານອົງການກວດກາລັດຖະບານ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ເປັນຫົວໜ້າຄະນະ.

     2. ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ-ປ່າໄມ້ ຮອງຫົວໜ້າຄະນະ.
     3. ທ່ານ ຈັນສອນ ແສນບຸດຕະລາດ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຮອງຫົວໜ້າຄະນະ.
     4. ທ່ານ ພົນຈັດຕະວາ ວຽງແກ້ວ ແພງສົມບັດ ຫົວໜ້າກົມກວດກາກະຊວງປ້ອງກັນປະເທດ ເປັນຄະນະ.
     5. ທ່ານ ພັນເອກ ປອ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕຳຫລວດ, ຊີ້ນຳຕຳຫລວດເສດຖະກິດ, ຕ້ານການຄ້າມະນຸດ ແລະ ສິ່ງແວດລ້ອມ ເປັນຄະນະ.
     6. ທ່ານນາງ ບານສະຕີ ເທບພະວົງ ຫົວໜ້າກົມນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຄະນະ.
     7. ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ ເປັນຄະນະ.
     8. ທ່ານ ຈັນພະລັງແສງ ສັກດາ ຜູ້ຊ່ວຍວຽກຮອງປະທານອົງການກວດກາລັດຖະບານ ເປັນຄະນະ.
     9. ທ່ານ ວິຊາການກົມຕິດຕາມ, ກວດກາປະຕິບັດຜົນການກວດກາ ອົງການກວດກາລັດຖະບານ ຈຳນວນ 1 ທ່ານ ເປັນຄະນະ.
     10. ທ່ານ ວິຊາການກົມກວດກາລັດອ້ອມຂ້າງ ອົງການກວດກາລັດຖະບານ ຈຳນວນ 1 ທ່ານ ເປັນຄະນະ.
     11. ພະນັກງານຂັບລົດ ຈຳນວນ 5 ທ່ານ.
     ມາດຕາ 2: ຄະນະດັ່ງກ່າວມີໜ້າທີ່ດັ່ງຕໍ່ໄປນີ້:
     1. ປຶກສາຫາລືກັບການນຳຂອງກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ບັນດາແຂວງ ແລະ ນະຄອນຫລວງ ຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້.
      2. ຊຸກຍູ້ບັນດາກະຊວງ-ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນເພີ່ມທະວີຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອບເຂດສິດ ແລະ ຄວາມຮັບຜິດຊອບໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆ ໂດຍສະເພາະແມ່ນກົດໝາຍ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງກັບການຄຸ້ມຄອງໄມ້, ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ການເຮັດທຸລະກິດໄມ້.
      3. ຊຸກຍູ້, ຕິດຕາມກວດກາບັນດາທ່ານລັດຖະມົນຕີກະຊວງ, ຫົວໜ້າອົງການທຽບເທົ່າ, ເຈົ້າຄອງນະຄອນ, ບັນດາເຈົ້າແຂວງໃນຂອບເຂດທົ່ວປະເທດ ກ່ຽວກັບການຄົ້ນຄວ້າເຊື່ອມຊຶມກຳແໜ້ນຄຳສັ່ງເລກທີ 15/ນຍ ແລະ ການຜັນຂະຫຍາຍອອກເປັນອັນລະອຽດຕາມຄວາມຮັບຜິດຊອບຂອງຕົນໂດຍໄວ ແລະ ມີການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນຕາມຂອບເຂດຄວາມຮັບຜິດຊອບຂອງແຕ່ລະພາກສ່ວນຕາມທີ່ໄດ້ກຳນົດໄວ້ໃນຄຳສັ່ງເລກທີ 15/ນຍ ນັບແຕ່ຂໍ້ທີ 2 ເຖິງຂໍ້ທີ 15.
     4. ກໍລະນີຫາກພົບເຫັນຂະແໜງການ ແລະ ທ້ອງຖິ່ນໃດບໍ່ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງຈິງຈັງ ຫລື ລະເມີດຄຳສັ່ງສະບັບນີ້ ແມ່ນໃຫ້ລາຍງານຕໍ່ນາຍົກລັດຖະມົນຕີເພື່ອຊາບ ແລະ ມີທິດຊີ້ນຳໃນການແກ້ໄຂ.
     5. ໃຫ້ມີການກວດກາຄືນ ແລະ ກຳນົດເຂດປ່າສະຫງວນ, ປ່າປ້ອງກັນ ແລະ ແຕ່ລະປະເພດປ່າໄມ້ຂອງແຕ່ລະແຂວງໃຫ້ຈະແຈ້ງ.
     6. ລົງຕິດຕາມກວດກາເຂດຫລໍ່ແຫລມ, ເຂດຊ່ອງຫວ່າງຂອງການລັກລອບຕັດໄມ້, ສົ່ງອອກໄມ້ຢູ່ຕາມລຽບຊາຍແດນຕ່າງໆ ພ້ອມທັງມີມາດຕະການແກ້ໄຂໃຫ້ເຂັ້ມງວດ ໂດຍມອບໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະ ຮາກຖານຢູ່ບ່ອນນັ້ນຮັບຜິດຊອບ.
     7. ສົມທົບກັບແຕ່ລະແຂວງຈັດຕັ້ງໜ່ວຍງານກວດກາຂຶ້ນບັນຊີໄມ້ແຕ່ລະໂຮງງານປຸງແຕ່ງໄມ້ໃນແຕ່ລະແຂວງ ແລ້ວສະຫລຸບລາຍງານລັດຖະບານເພື່ອມີທິດຊີ້ນຳ.
     ມາດຕາ 3: ໄລຍະການຈັດຕັ້ງປະຕິບັດໃຫ້ສຳເລັດພາຍໃນ 60 ວັນ ແລະ ໃຫ້ມີການສະຫລຸບລາຍງານຕໍ່ທ່ານນາຍົກລັດຖະມົນຕີຊາບເປັນປົກກະຕິ.
     ມາດຕາ 4: ສຳລັບງົບປະມານຮັບໃຊ້ໃນການເຄື່ອນໄຫວຄັ້ງນີ້ແມ່ນນຳໃຊ້ບ້ວງເງິນແຮຂອງລັດຖະບານ.
     ມາດຕາ 5: ບັນດາກະຊວງ, ຂະແໜງການ, ອົງການປົກຄອງທ້ອງຖິ່ນ, ທຸກການຈັດຕັ້ງພາກລັດ-ເອກະຊົນ ແລະ ບັນດາທ່ານທີ່ຖືກແຕ່ງຕັ້ງຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

    ມາດຕາ 6: ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

No comments:

Post a Comment