ກອງປະຊຸມປຶກສາຫາລືວຽກງານແກ້ໄຂຄວາມທຸກຍາກຂອງປະຊາຊົນ
ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນານີ້ ຢູ່ສະພາແຫ່ງຊາດ
ໂດຍການເປັນປະທານຂອງທ່ານຮອງປະທານສະພາແຫ່ງຊາດ ບຸນປອນ ບຸດຕະນະວົງ, ມີຄະນະປະຈຳສະພາ ແລະ
ຜູ້ຕາງໜ້າອົງການພັກ-ລັດພາກສ່ວນຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ
ເພື່ອປະກອບຄຳເຫັນໃສ່ແຜນພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງບັນດາກະຊວງ, ຂະແໜງການກ່ຽວຂ້ອງ ລວມເຖິງກົນໄກການປະສານງານ, ການສະໜອງແລກປ່ຽນຂໍ້ມູນຂ່າວສານລະຫວ່າງກຳມາທິການວັດທະນະທຳ-ສັງຄົມສະພາແຫ່ງຊາດກັບຂະແໜງການອື່ນໆ.
ທ່ານຮອງປະທານສະພາແຫ່ງຊາດ ກ່າວວ່າ: ໃນຕໍ່ໜ້ານີ້
ພວກເຮົາຕ້ອງໄດ້ສຸມໃສ່ພັດທະນາວຽກງານວັດທະນະທຳ-ສັງຄົມ, ປົກປັກຮັກສາ ແລະ ສົ່ງເສີມວັດທະນະທຳອັນດີງາມຂອງຊາດ, ພັດ ທະນາຊັບພະຍາກອນມະນຸດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ
ໂດຍສະເພາະແມ່ນສຸມໃສ່ການພັດທະນາການສຶກສາ
ເພື່ອໃຫ້ພົນລະເມືອງໃນເກນອາຍຸໄດ້ຮັບການສຶກສາຂັ້ນພື້ນຖານມັດທະຍົມຕົ້ນ ແລະ ອື່ນໆ.
ສະນັ້ນ ທຸກພາກສ່ວນຕ້ອງໄດ້ເອົາໃຈໃສ່ການປະເມີນຜົນການຈັດຕັ້ງປະຕິບັດບັນດາກົດໝາຍ, ລະບຽບການຕ່າງໆຂອງຂະແໜງການຕົນ ເພື່ອຊອກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍແລ້ວປັບປຸງ ແລະ ແກ້ໄຂໃຫ້ສອດຄ່ອງກັບນະໂຍບາຍທີ່ພັກ ແລະ
ລັດຖະບານວາງອອກໃຫ້ເປັນຮູບປະທຳ ແລະ ເຮັດໃຫ້ປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກໃນປີ 2020 ຢ່າງເປັນຈິງ.
No comments:
Post a Comment