Ad

Ad

3 June 2016

ລັດຖະບານຈະໃຊ້ມາດຕະການເຂັ້ມງວດຕໍ່ຜູ້ລັກລອບສົ່ງອອກໄມ້ຜິດກົດໝາຍ

     ໃນວັນທີ 1 ມິຖຸນານີ້, ຫ້ອງວ່າການລັດຖະບານ ໄດ້ແຈ້ງໃຫ້ອົງການກວດກາລັດຖະບານ, ກະ ຊວງການເງິນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການປົກຄອງນະຄອນຫລວງວຽງຈັນ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດ ໃຫ້ເພີ່ມທະວີຄວາມເປັນເຈົ້າການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ໃນການໃຫ້ຢຸດຕິການສົ່ງອອກໄມ້ທຸກປະເພດທີ່ບໍ່ແມ່ນຜະລິດຕະພັນໄມ້ສຳເລັດຮູບ ແລະ ເຄື່ອງປ່າຂອງດົງທີ່ບໍ່ຖືກຕ້ອງຕາມກົດໝາຍ ສປປ ລາວ ຢ່າງເດັດຂາດ ໂດຍມອບໃຫ້ອົງການກວດ ກາລັດຖະບານແຕ່ງຕັ້ງພະນັກງານລົງສົມທົບກັບທ້ອງຖິ່ນໃນທົ່ວປະເທດ ເພື່ອກວດກາຕົວຈິງ, ກໍລະນີກວດກາພົບເຫັນມີການກະທຳຜິດ ຫລື ລະເມີດນຳໄມ້ອອກຂອງບຸກຄົນ, ນິຕິບຸກຄົນ ຫລື ພາກສ່ວນ ອື່ນໆ ແມ່ນໃຫ້ດຳເນີນຕາມ
ກົດໝາຍຢ່າງເຂັ້ມງວດ, ທັນເວລາ, ບໍ່ໃຫ້ຍົກເວັ້ນ ຫລື ນະໂຍບາຍໃນທຸກກໍລະນີ, ໃຫ້ກະຊວງກະສິກຳ ແລະ ປ່າໄມ້ສົມທົບກັບທ້ອງຖິ່ນກວດກາ, ເກັບກຳຂໍ້ມູນໄມ້ທັງໝົດທີ່ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນທີ່ເປັນໄມ້ຖືກຕ້ອງ ແລະ ບໍ່ຖືກຕ້ອງທີ່ຍັງຄ້າງຢູ່ສະໜາມ 2 ໂດຍແຍກໃຫ້ລະອຽດຈຳນວນ, ບໍລິມາດ, ປະເພດໄມ້ ແລະ ສະຖານທີ່ ເພື່ອຂຶ້ນບັນຊີລະອຽດ ແລ້ວລາຍງານລັດຖະບານໂດຍໄວ, ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າດຳເນີນການດັດສົມໂຮງງານປຸງແຕ່ງໄມ້ທົ່ວປະເທດ, ໃນສະເພາະໜ້ານີ້ແມ່ນສຸມໃສ່ແກ້ໄຂບັນດາໂຮງງານທີ່ຢູ່ໃນເຂດປ່າສະຫງວນແຫ່ງຊາດ, ປ່າປ້ອງກັນ ແລະ ປ່າຜະລິດ. ຖ້າພົບເຫັນກໍລະນີລະເມີດ ຫລື ສ້າງຕັ້ງໂຮງງານທີ່ບໍ່ຖືກຕາມກົດໝາຍແມ່ນໃຫ້ຢຸດຕິ, ຍຸບເລີກ, ຍຶດໄວ້ເປັນຂອງລັດ ແລະ ດຳເນີນມາດຕະການຕາມລະບຽບກົດໝາຍຢ່າງເດັດຂາດ, ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເປັນເຈົ້າການສົມທົບກັບກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກຳ-ປ່າໄມ້ ແລະ ທ້ອງຖິ່ນເພີ່ມທະວີການເຝົ້າລະວັງ ແລະ ປ້ອງກັນເວນຍາມ ເພື່ອບໍ່ໃຫ້ມີການລັກລອບຂຸດຄົ້ນໄມ້ໃນເຂດປ່າສະຫງວນແຫ່ງຊາດ, ປ່າປ້ອງກັນ, ເຂດກໍ່ສ້າງໂຄງລ່າງພື້ນຖານຕ່າງໆ ແລະ ເນື້ອທີ່ທຳການຜະລິດອື່ນໆທີ່ບໍ່ຖືກຕ້ອງຕາມລະບຽບການກົດໝາຍ. ຖ້າພົບເຫັນກໍລະນີລະເມີດ ແລະ ມີການກະທຳຜິດແມ່ນໃຫ້ດຳເນີນຄະດີ, ລົງວິໄນ ແລະ ໃຊ້ມາດຕະການເດັດຂາດຕໍ່ຜູ້ກະທຳຄວາມຜິດ, ຫ້າມເດັດຂາດບໍ່ໃຫ້ເຈົ້າໜ້າທີ່ປະຈຳຢູ່ບັນດາດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ ແລະ ບັນດາດ່ານຕ່າງໆຢູ່ຊາຍແດນອະນຸຍາດ ຫລື ອຳນວຍຄວາມສະດວກໃນການສົ່ງອອກໄມ້ ແລະ ເຄື່ອງປ່າຂອງດົງທີ່ບໍ່ໄດ້ຜ່ານການອະນຸມັດຈາກລັດຖະບານຢ່າງຖືກຕ້ອງ, ຖ້າພົບເຫັນກໍລະນີລະເມີດ ແລະ ມີການກະທຳຜິດແມ່ນໃຫ້ດຳເນີນຄະດີ, ລົງວິໄນ ແລະ ໃຊ້ມາດຕະການເດັດຂາດຕໍ່ຜູ້ກະທຳຄວາມຜິດ, ໃຫ້ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແຕ່ງຕັ້ງໜ່ວຍວິຊາການຂອງຕົນລົງສົມທົບກັບທ້ອງຖິ່ນ ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດ ແລະ ກວດກາຕົວຈິງຕາມຫລັກວິຊາການ ໂດຍໃຫ້ມີກົນໄກການເຮັດວຽກ, ການປະສານງານ ແລະ ລະບອບການລາຍງານທີ່ຊັດເຈນ ແລະ ຈະແຈ້ງ. ໃນກໍລະນີຢູ່ເຂດຫລໍ່ແຫລມ ແລະ ເຂດຊາຍແດນແມ່ນໃຫ້ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂົ້າຮ່ວມການສະກັດກັ້ນການຂຸດຄົ້ນໄມ້ ແລະ ສົ່ງອອກໄມ້ທີ່ຜິດລະບຽບກົດໝາຍ ແລະ ໃຫ້ທຸກຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນລາຍງານຜົນການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ໃຫ້ລັດຖະບານຊາບ ເພື່ອຊີ້ນຳແກ້ໄຂບັນຫາໃຫ້ທັນການ.

No comments:

Post a Comment