Ad

Ad

3 June 2016

ນາຍົກລັດຖະມົນຕີອອກຄຳສັ່ງແນະນຳໃຫ້ໄຟຟ້າແກ້ໄຂກໍລະນີອອກບິນຜິດພາດໃຫ້ດີ

     ຄົວເຮືອນໃດທີ່ໄດ້ໄປເສຍຄ່າໄຟຟ້າໃນເດືອນທີ່ລັດວິສາຫະກິດໄຟຟ້າລາວອອກໃບບິນຜິດພາດແມ່ນຈະໄດ້ຮັບເງິນຄືນໃນສ່ວນທີ່ເກີນຄວາມເປັນຈິງ, ຫລັງຈາກນາຍົກລັດຖະມົນຕີສັ່ງໃຫ້ພາກສ່ວນກ່ຽວຂ້ອງສຳຫລວດຕົນເອງຄືນຕໍ່ກໍລະນີຜິດພາດດັ່ງກ່າວ ແລະ ໃຫ້ແກ້ໄຂດີທີ່ສຸດ.
     ຄສັ່ງເລກທີ 18/ນຍ, ລົງວັນທີ 1 ມິຖຸນາ 2016 ວ່າດ້ວຍການກວດຄືນລາຄາໄຟຟ້າ ແລະ ແກ້ໄຂຄວາມເດືອດຮ້ອນຂອງຜູ້ຊົມໃຊ້ ເຊິ່ງໄດ້ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ອະທິບາຍ ແລະ ຢັ້ງຢືນຄືນນະໂຍບາຍທີ່ຖືກຕ້ອງເປັນທຳຂອງລັດຖະບານກ່ຽວກັບການພັດທະນາພະລັງງານ ແລະ ການນຳໃຊ້ພະລັງງານ ເພື່ອຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນໃນໄລຍະຜ່ານມາ ແລະ ປັດຈຸບັນ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ, ສົມທົບກັບທຸກພາກສ່ວນກ່ຽວຂ້ອງກວດກາຄືນມາດຕະຖານເຕັກນິກ ແລະ ຊອກຫາສາເຫດຕົວຈິງທີ່ພາໃຫ້ເກີດມີຄວາມຜິດພາດໃນການອອກບິນໄຟຟ້າ ແລະ ຄົ້ນຄວ້າແກ້ໄຂ
ບັນຫາດັ່ງກ່າວໃຫ້ໄວ, ບິນໄຟຟ້າໃດທີ່ບໍ່ຖືກຕ້ອງໃຫ້ແກ້ໄຂ ແລະ ສົ່ງເງິນຄືນ ຫລື ຮັກສາໄວ້ຊຳລະຄ່າກະແສໄຟຟ້າໃຫ້ຜູ້ຊົມໃຊ້ໃນເດືອນຕໍ່ໄປ, ພ້ອມທັງຊີ້ນຳບໍລິສັດໄຟຟ້າລາວກວດກາຄືນການປະຕິບັດໜ້າທີ່ຂອງພະນັກງານທີ່ກ່ຽວຂ້ອງ, ສຶກສາອົບຮົມ ແລະ ປະຕິບັດວິໄນຕໍ່ຜູ້ກະທຳຜິດຕາມລະບຽບກົດໝາຍ, ປັບປຸງສັບຊ້ອນພະນັກງານໃຫ້ສອດຄ່ອງກັບໜ້າທີ່ຄວາມຮັບຜິດຊອບ ເພື່ອສະກັດກັ້ນບໍ່ໃຫ້ປາກົດການຫຍໍ້ທໍ້ເກີດຂຶ້ນອີກ, ໃຫ້ບໍລິສັດໄຟຟ້າຕັ້ງສູນຮັບຂໍ້ຂ້ອງໃຈຂອງຜູ້ຊົມໃຊ້ ແລະ ລົງກວດກາແຕ່ລະກໍລະນີໃຫ້ລະອຽດ ດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ຄວາມຍຸຕິທຳຕໍ່ຜູ້ຊົມໃຊ້ຢ່າງແທ້ຈິງ. ນອກຈາກນີ້ ໃຫ້ກະຊວງພະລັງງານຄົ້ນຄວ້າປັບປຸງລາຄາຄ່າໄຟຟ້າຄືນໃໝ່ໃຫ້ສອດຄ່ອງກັບພື້ນຖານເສດຖະກິດ ແລະ ການພັດທະນາຕົວຈິງຂອງປະເທດແລ້ວສະເໜີຕໍ່ລັດຖະບານເພື່ອພິຈາລະນາ.

      ການມີຄສັ່ງດັ່ງກ່າວກໍເພື່ອເພີ່ມທະວີການກວດກາລາຄາ ແລະ ການຊົມໃຊ້ໄຟຟ້າຢ່າງຖືກຕ້ອງສອດຄ່ອງກັບຕົວຈິງ, ໃຫ້ຄວາມຍຸຕິທຳແກ່ທຸກຝ່າຍ, ສະກັດກັ້ນປາກົດການຫຍໍ້ທໍ້ ແລະ ຄວາມຜິດ ພາດບໍ່ໃຫ້ເກີດຂຶ້ນໃນສັງຄົມກໍຄືຍົກສູງຄວາມຮັບຜິດຊອບຂອງພະນັກງານໃນການປະຕິບັດໜ້າທີ່ຢູ່ຂົງເຂດການບໍລິການໄຟຟ້າໃຫ້ສູງຂຶ້ນ.

No comments:

Post a Comment