#
ວິເສດ ສະແຫວງສຶກສາ
ເພື່ອໃຫ້ເຂົ້າກັບບັນຍາກາດວັນເດັກສາກົນປະຈຳປີນີ້, ຜູ້ຂຽນໄດ້ທ້ອນໂຮມເອົາບາງບົດຮຽນກ່ຽວກັບມາດຕະການ ແລະ
ນະໂຍບາຍປົກປ້ອງສິດ-ຜົນປະໂຫຍດ ແລະ
ຄວາມກ້າວໜ້າຂອງເດັກຢູ່ປະເທດຈຳນວນໜຶ່ງມາສະເໜີໃຫ້ພວກເຮົາຊາບນຳກັນ
ເຊັ່ນເລື່ອງທີໜຶ່ງແມ່ນກ່ຽວກັບ ສ.ເກົາຫລີ
ວາງແຜນຫລຸດຜ່ອນຄວາມແອອັດໃນຫ້ອງຮຽນຂັ້ນມັດທະຍົມ ເພື່ອຮັບປະກັນຄຸນນະພາບໃນການຮຽນຂອງເດັກນັກຮຽນ.
ໃນປັດຈຸບັນ ໂດຍສະເລ່ຍແລ້ວຫ້ອງຮຽນ 1 ຫ້ອງໃນຂັ້ນມັດທະຍົມຢູ່ ສ.ເກົາຫລີ ມີນັກຮຽນປະມານ 30 ຄົນ, ສ່ວນຕົວເລກສະເລ່ຍຂອງຈຳນວນນັກຮຽນຕໍ່ຫ້ອງຮຽນໃນບັນດາປະເທດອື່ນໆທີ່ເປັນສະມາຊິກອົງການຮ່ວມມືທາງເສດຖະກິດ
ແລະ ການພັດທະນາ (OECD)
ນັ້ນມີພຽງ 24 ຄົນ. ແຜນການຫລຸດສະພາບແອອັດໃນຫ້ອງຮຽນນີ້ ສ.ເກົາຫລີ ຈະປະຕິບັດໃຫ້ໄດ້ພາຍໃນປີ 2022. ພ້ອມດຽວກັນນັ້ນ
ກໍຈະຫລຸດຈຳນວນນັກຮຽນຕໍ່ຄູ-ອາຈານຈາກຈຳນວນນັກຮຽນ 16,6 ຄົນ ລົງມາເປັນ 13,3
ຄົນຕໍ່ຄູ 1 ຄົນ. ສະພາບແອອັດໃນຫ້ອງຮຽນ ແລະ ການແບກຫາບນັກຮຽນຈຳນວນຫລວງຫລາຍຕໍ່ຄູ 1 ຄົນນັ້ນ ແມ່ນ
ອຸປະສັກທ່ວງດຶງຄຸນນະພາບ ແລະ ບັນຍາກາດໃນການສຶກສາຮໍ່າຮຽນຂອງເດັກນັກຮຽນ.
ສ່ວນຢູ່ ສປ ຈີນ ນັ້ນມີສອງເລື່ອງທີ່ໜ້າສົນໃຈກ່ຽວກັບການເບິ່ງແຍງເດັກ ແລະ
ການສົ່ງເສີມການສຶກສາຂອງເດັກ. ຫວ່າງບໍ່ດົນມານີ້, ລັດຖະບານ ສປ ຈີນ
ໄດ້ອອກຄຳສັ່ງແນະນຳບໍ່ໃຫ້ຜູ້ເປັນພໍ່ເປັນແມ່ປ່ອຍປະລະເລີຍພວກລູກໆໄວ້ຢູ່ເບື້ອງຫລັງຕາມລຳພັງເວລາພວກຕົນອອກໄປຊອກວຽກເຮັດງານທຳຢູ່ທ້ອງຖິ່ນອື່ນ.
ຜ່ານມາມີກໍລະນີພໍ່-ແມ່ ເຊິ່ງເປັນແຮງງານເຄື່ອນທີ່ປະຖິ້ມລູກໆໄວ້ເບື້ອງຫລັງ
ໂດຍບໍ່ຫົວຊາເບິ່ງແຍງ ແລະ ໃຫ້ການສຶກສາ. ຄຳສັ່ງແນະນຳລະບຸແຈ້ງວ່າ:
ພໍ່-ແມ່ຄົນໃດບໍ່ເບິ່ງແຍງລູກເຕົ້າເປັນປົກກະຕິຈະໄດ້ຮັບໂທດຕາມກົດໝາຍ ແລະ ວ່າ:
ຜູ້ເປັນພໍ່-ແມ່ມີຄວາມຮັບຜິດຊອບຕົ້ນຕໍໃນການເບິ່ງແຍງລ້ຽງດູລູກເຕົ້າ, ສ່ວນລັດ ແລະ ສັງຄົມນັ້ນມີຄວາມຮັບຜິດຊອບເປັນສຳຮອງ.
ອີກຂ່າວໜຶ່ງກ່ຽວກັບ ສປ ຈີນ ກໍຄືນັບແຕ່ປີ 2017 ເປັນຕົ້ນໄປ ນັກຮຽນຢູ່ໂຮງຮຽນເອກະຊົນທຸກແຫ່ງໃນຊັ້ນສາມັນສຶກສາພາກບັງຄັບ (9 ປີ) ຈະໄດ້ຮັບການຍົກເວັ້ນຄ່າຮຽນ ແລະ ຄ່າປຶ້ມຮຽນທັງໝົດ.
ຜ່ານມາມີແຕ່ນັກຮຽນຢູ່ໂຮງຮຽນຂອງລັດເທົ່ານັ້ນທີ່ໄດ້ຮັບການຍົກເວັ້ນການໃຊ້ຈ່າຍດັ່ງກ່າວ.
ນະໂຍບາຍນີ້ແນໃສ່ສົ່ງເສີມຄວາມສະເໝີພາບ ແລະ
ຄວາມຍຸຕິທຳທີ່ເດັກນັກຮຽນທຸກຄົນມີສິດໄດ້ຮັບ ບໍ່ວ່າຈະເປັນຮຽນຢູ່ໂຮງຮຽນລັດ ຫລື
ເອກະຊົນກໍຕາມ. ໄປພ້ອມໆກັນນັ້ນ ນັບແຕ່ປີນີ້ເປັນຕົ້ນໄປ, ລັດຖະບານ ສປ ຈີນ
ໄດ້ສະໜອງງົບປະມານຂັ້ນພື້ນຖານຈຳນວນໜຶ່ງໃຫ້ທາງໂຮງຮຽນເພື່ອເປັນຄ່າແຮງງານຄູສອນ ແລະ
ຄ່າສິ່ງເອື້ອອຳນວຍຕ່າງໆ ເພື່ອການຮໍ່າຮຽນຂອງເດັກນັກຮຽນ. ຢູ່ປະເທດບຣູໄນດາຣູຊາລາມ
ໃນປີຜ່ານມາ (2015)
ທາງກະຊວງສຶກສາທິການ
ກໍໄດ້ອອກຄຳແນະນຳເຕືອນໃຫ້ຜູ້ເປັນພໍ່ແມ່ຂອງເດັກນັກຮຽນໃຫ້ເປັນເຈົ້າການຊ່ວຍເຫລືອພວກລູກໆໃນການກະກຽມການສອບເສັງປະຈຳປີ
ເຊັ່ນຊ່ວຍໃນການບໍລິຫານເວລາ,
ສຳລັບການກະກຽມ ແລະ ການພັກຜ່ອນຂອງເດັກໃຫ້ພຽງພໍ ແລະ
ເລື່ອງອາຫານການກິນສຳລັບ ລູກໆ ແລະ ສຳຄັນກວ່ານັ້ນ ກໍຄືພໍ່-ແມ່ຕ້ອງໃຫ້ກຳລັງໃຈ, ບິແບ່ງບົດຮຽນສ່ວນຕົວຂອງພໍ່-ແມ່ໃນຄາວເປັນນັກຮຽນວ່າມີບົດຮຽນໃນການກະກຽມການສອບເສັງແນວໃດ, ມີຄວາມຜິດພາດແນວໃດທີ່ພວກລູກໆບໍ່ຄວນເຮັດຊ້ຳຮອຍອີກ.
ນີ້ກໍເປັນມິຕິໃໝ່
ເຊິ່ງທາງກະຊວງສຶກສາປະເທດບຣູໄນດາຣູຊາລາມແນະນຳໃຫ້ຜູ້ເປັນພໍ່ແມ່ປະຕິບັດ.
No comments:
Post a Comment