ກອງປະຊຸມໃຫຍ່ຄັ້ງທີ IV
ຂອງສະຫະພັນກຳມະບານກະຊວງການເງິນ, ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 3 ມີຖຸນານີ້,
ທີ່ນະຄອນຫລວງວຽງຈັນ, ເພື່ອສະຫລຸບຕີລາຄາວຽກງານ ແລະ ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່, ພ້ອມວາງແຜນດຳເນີນງານໃນສົກປີໃໝ່ຂອງຕົນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ
ກຳມະການສູນກາງພັກ,
ເລຂາຄະນະພັກກະຊວງການເງິນ, ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງການເງິນ.
ທ່ານ
ສີລາ ວຽງແກ້ວ ປະທານສະຫະພັນກຳມະບານກະຊວງ
ໄດ້ຂຶ້ນຜ່ານບົດລາຍງານການເມືອງຂອງຄະນະບໍລິຫານງານສະຫະພັນກຳມະບານຂອງຕົນ ໃນໄລຍະ 5 ປີຜ່ານມາ, ຄະນະສະຫະພັນກຳມະ ບານກະຊວງ
ໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຕົນ
ໂດຍສະເພາະການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 2 ດີ 5 ເປັນເຈົ້າ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ
ເຮັດໃຫ້ສະມາຊິກສະຫະພັນກຳມະບານກະຊວງການເງິນ
ມີຄວາມຕັ້ງໜ້າຈັດຕັ້ງປະຕິບັດຢ່າງເປັນຂະບວນ, ຊຶ່ງສະແດງອອກໃນສາມປີຊ້ອນຂອງສົກງົບປະມານ 2009-2012 ສາມາດປະຕິບັດລາຍຮັບໄດ້ລື່ນແຜນການງົບປະມານ ແລະ ສົກປີ 2012-2014, ເຖິງແມ່ນວ່າສະພາບແວດລ້ອມຂອງທຳມະຊາດ ແລະ ເສດຖະກິດຂອງພາກພື້ນ
ແລະ ສາກົນມີຫລາຍສິ່ງຫລາຍຢ່າງທີ່ບໍ່ອຳນວຍ ແຕ່ສະມາຊິກກຳມະບານ
ກະຊວງກໍໄດ້ພ້ອມກັນສູ້ຊົນປະຕິບັດໜ້າທີ່ການເມືອງຂອງຕົນ ສາມາດເກັບລາຍຮັບໄດ້ 96% ຂອງແຜນການປີ, ສຳລັບສົກປີ 2014-2015 ສູ້ຊົນໃຫ້ບັນລຸ 95% ຂຶ້ນໄປ.
ໃນໂອກາດນີ້,
ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມແນະນຳບາງບັນຫາຄື:
ຕ້ອງເອົາໃຈໃສ່ສົ່ງເສີມຜູ້ມີຄວາມຮູ້ ຄວາສາມາດ, ມີຜົນງານດີເດັ່ນ,
ພ້ອມນັ້ນ ກໍມີມາດຕະການເດັດຂາດ ຕໍ່ພະນັກງານ-ສະມາຊິກທີ່ເສຍທາດຂາດຄຸນ, ລະເມີດລະບຽບກົດໝາຍ, ມີພຶດຕິກຳ,
ສໍ້ລາດບັງຫລວງ, ກິນສິນບົດນ,
ຕ້ອງແກ້ໄຂໃຫ້ທັນເວລາ, ເພີ່ມທະວີການຊີ້ນຳ-ນຳພາ, ເສີມຂະຫຍາຍສິດເປັນເຈົ້າຂອງມະຫາຊົນ, ປະ ຕິບັດຫລັກການລວມສູນປະຊາທິປະໄຕ
ມີຄວາມເປັນເອກກະພາບໃນໜູ່ຄະນະ, ນຳພາປະຕິບັດວຽກງານແຕ່ລະໄລຍະຕ້ອງມີການຕິດຕາມ, ກວດກາ, ຕີລາຄາປະເມີນຜົນ, ສະຫລຸບທອດຖອນບົດຮຽນ ແລະ
ລາຍງານໃຫ້ຄະນະພັກຂັ້ນເທິງເປັນປົກກະຕິ, ເອົາໃຈໃສ່ຍົກສູງຄຸນນະພາບການສຳຫລວດກວດກາ, ເອົາໃຈໃສ່ການຕິຊົມຕົນເອງ ແລະ ຕິຊົມກັນໃຫ້ໜັກແໜ້ນ
ເພື່ອເລັ່ງປັບປຸງສະມາຊິກຳມະບານໃຫ້ມີຄວາມເຂັ້ມແຂງ, ພ້ອມທັງເອົາໃຈໃສ່ປັບປຸງກໍ່ສ້າງໜ່ວຍກຳມະບານ ແລະ
ສະມາຊິກໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາໃຫ້ຖືກ, ບຳລຸງຍົກລະດັບດ້ານທິດສະດີການເມືອງ ແລະ ວິຊາສະເພາະ
ໃຫ້ເປັນປະຈຳ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໄໝ່.
No comments:
Post a Comment