ຕາມການລາຍງານຂອງໜ່ວຍເຝົ້າລະວັງພະຍາດລະບາດຂອງກະຊວງສາທາລະນະສຸກໃຫ້ຮູ້ວ່າ:
ປີນີ້ເຖິງວ່າຍັງບໍ່ມີການລະບາດໃຫຍ່ຂອງໄຂ້ເລືອກອອກ,ແຕ່ປັດຈຸບັນໄດ້ເລີ່ມມີປະ
ກົດການຂອງການລະບາດແລ້ວຢູ່ບາງແຂວງພາກໃຕ້ ແລະ ເລີ່ມມີອັດຕາສູງຂື້ນເລື້ອຍໆຄື:
ນັບແຕ່ເດືອນມັງກອນມາຮອດປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວຫຼາຍກວ່າ 600 ກໍລະນີ, ໃນນັ້ນແຂວງຈຳປາສັກມີເຖິງ 300 ກວ່າກໍລະນີ ແລະ ເສຍຊີວິດແລ້ວ 5 ຄົນ ແລະ
ກໍໜ້າເປັນຫ່ວງເພາະປັດຈຸບັນສະພາບດິນຟ້າອາກາດເລີ່ມມີການປ່ຽນແປງກ້າວເຂົ້າ
ສູ່ລະດູຝົນຊຶ່ງເປັນເງື່ອນໄຂໃຫ້ແກ່ຍຸງລາຍທີ່ເປັນຕົວນຳເຊື້ອໄຂ້ເລືອດ ອອກຂະ ຫຍາຍພັນໄດ້ງ່າຍ
ແລະ ໄວ,
ດັ່ງນັ້ນເພື່ອເປັນການສະກັດກັ້ນ ແລະ
ປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວເກີດລະບາດໃຫຍ່ຂື້ນອີກດັ່ງທີ່ເຄີຍເກີດຂື້ນມາແລ້ວນັ້ນໃນຫຼາຍປີຜ່ານ
ມາທຸກຄົນຕ້ອງເອົາໃຈໃສ່ສືບຕໍ່ເຝົ້າລະວັງ, ປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວ,ດ້ວຍການປະຕິບັດຕາມຫຼັກການ 5 ປ
ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດຄື: ປ 1 ປິດຝາພາຊະນະທີ່ມີນ້ຳພາຍໃນເຮືອນ ແລະ
ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂໃສ່, ປ 2 ປ່ຽນນ້ຳ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້ເຢັນ, ຖ່ານຮອງຈອກນ້ຳ,
ປ3 ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ, ປ4 ປັບປຸງບໍ່ໃຫ້ມີນ້ຳຄ້າງ, ຂັງກະໂປະກະປ໋ອງ,ຮາງລີນ ແລະ ຢ່າງຕີນລົດເກົ່າ, ປ 5 ປະຕິບັດເປັນປະຈຳທຸກໆອາທິດ ແລະ
ຖ້າຫາກເປັນໄຂ້ໃຫ້ໄປປິ່ນປົ່ວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານທ່ານ ,ພ້ອມນັ້ນກໍຕ້ອງເອົາໃຈໃສ່ປ້ອງກັນພະຍາດຕາມລະດູການຕ່າງຄື:
ພະຍາດລະບົບທາງເດີນຫາຍໃຈ,ພະຍາກຖອກທ້ອງ,ໄຂ້ຫວັດ ແລະ ພະ ຍາດອື່ນໆ, ດ້ວຍການບໍ່ຕາກຝົນ, ຕາກແດດ,
ໝັ່ນທຳຄວາມສະອາດຮ່າງກາຍ ແລະ ທີ່ ຢູ່ອາໄສເປັນປະຈຳ, ສິ່ງສຳຄັນແມ່ນຕ້ອງປະຕິບັດຕາສມ ຫຼັກການອະນາໄມ 3 ສະອາດຢ່າງເຂັ້ມງວດຄື: ກິນຢູ່ ແລະ ດື່ມໃຫ້ສະອາດຈະ
ເປັນການດີທີ່ສຸດ.
No comments:
Post a Comment