Ad

Ad

1 June 2016

ສະພາແຫ່ງຊາດຫວນຄືນວັນສຳຄັນຂອງຊາດ ແລະ ສາກົນ

          ວັນທີ 31 ພຶດສະພານີ້, ສະພາແຫ່ງຊາດ, ໄດ້ຈັດຕັ້ງປາຖະກະຖາຫວນຄືນ ວັນສຳຄັນທາງປະ ຫວັດສາດຂອງຊາດ ແລະ ສາກົນ  ເປັນຕົ້ນ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຊຽງຂວາງ,ການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ-ລັດ ແລະ ແນວລາວສ້າງຊາດ ເພື່ອຫວນຄືນ ລະລຶກເຖິງຄຸນ ງາມຄວາມດີ ແລະ ຜົນງານອັນພິລະອາດຫານຂອງເພີ່ນ. ພ້ອມນີ້, ຍັງໄດ້ຫວນຄືນເຖິງ ວັນຄ້າຍວັນເກີດຂອງທ່ານ ກາກມາກ, ວັນຄ້າຍວັນເກີດ ຂອງປະທານ ໂຮ່ຈີ່ມິງ, ວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນ ໃນສົງຄົມໂລກຄັ້ງທີ II ແລະ ວັນໄຊຊະນະດຽນບຽນຟູ ໃຫ້ກັບບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນສະພາແຫ່ງຊາດ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບວັນສຳຄັນດັ່ງກ່າວ.

          ໂອກາດດັ່ງກ່າວ, ທ່ານ ສົມພູ ດວງສະຫວັນ ຮັກສາການ ເລຂາຄະນະພັກ, ປະທານກຳມາທິການວັດທະນະທຳ-ສັງຄົມ ໄດ້ຍົກໃຫ້ເຫັນສະພາບການທີ່ກອງພັນທີ 2 ຖືກປິດລ້ອມ, ການຜ່າວົງປິດລ້ອມ ແລະ ປັດໄຈພື້ນຖານທີ່ເຮັດໃຫ້ກອງພັນທີ 2 ສາມາດຜ່າວົງປິດລ້ອມໄດ້ຢ່າງມີໄຊ, ການເຄື່ອນໄຫວປະຕິວັດຂອງຜູ້ນຳພັກ-ລັດ ແລະ ແນວລາວສ້າງຊາດ, ແຜນການໂຕນຄຸກ, ການກະກຽມ ແລະ ສາເຫດການໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນຳໄປສູ່ເຂດທີ່ໝັ້ນປະຕິວັດ ໄດ້ຢ່າງປອດໄພ.

          ພ້ອມນັ້ນ, ທ່ານ ສາຍທອງ ແກ້ວດວງດີ ປະທານກຳມະທິການກົດໝາຍ ໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ, ຄຸນງານຄວາມດີ ແລະ ຜົນງານອັນຍິ່ງໃຫຍ່, ຄຸນສົມບັດສິນທຳປະຕິວັດຂອງປະທານ ໂຮ່ຈີ່ມິງ ແລະ ທ່ານ ກາກມາກ. ພ້ອມທັງຫວນຄືນກ່ຽວກັບເຫດການປະຫວັດສາດຂອງສາກົນ ໂດຍສະເພາະແມ່ນສາເຫດພາໃຫ້ເກີດສົງຄາມໂລກຄັ້ງທີ II, ການບຸກໂຈມຕີລ້າງຜານຂອງພວກຟາດຊິດ, ມະຫາສົງຄາມປ້ອງກັນປິຕິພູມຂອງກອງທັບ ແລະ ປະຊາຊົນໂຊວຽດ, ຜົນເສຍຫາຍ ແລະ ຜົນສະທ້ອນຂອງໄຊຊະນະຟາດຊິດ ຕໍ່ຊາວໂລກ, ການສະໜັບສະ ໜູນຊ່ວຍເຫລືອ ຂອງສະຫະພາບໂຊວຽດຕໍ່ ສປປ ລາວ, ແຜນຍຸດທະສາດປົດປ່ອຍດຽນບຽນຟູ ຂອງພັກກອມມູນິດຫວຽດນາມ ແລະ ຄວາມສຳຄັນ ຂອງໄຊຊະນະດຽນບຽນຟູ.

No comments:

Post a Comment