Ad

Ad

1 June 2016

ໂຄງການເຂື່ອນໄຟຟ້ານ້ຳງຽບ 1 ຈະສ້າງລາຍຮັບໃຫ້ປະເທດເກືອບ 5 ພັນຕື້ກີບ

     ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳງຽບ 1 ເຊິ່ງຕັ້ງຢູ່ລະຫວ່າງແຂວງບໍລິຕຳໄຊ ແລະ ແຂວງໄຊສົມບູນ ດ້ວຍກຳລັງຕິດຕັ້ງ 290 ເມກາວັດ ພວມຈະເປັນແຫລ່ງສ້າງລາຍຮັບໃຫ້ແກ່ປະເທດຊາດໃນອີກສອງປີຕໍ່ໜ້ານີ້, ພາຍຫລັງໄດ້ສຳເລັດການວາງສີລາລືກໂຄງການກໍ່ສ້າງເຂື່ອນດັ່ງກ່າວໃນວັນທີ 30 ພຶດສະພານີ້ ທີ່ເມືອງບໍລິຄັນ ແຂວງບໍລິຄຳໄຊ.
      ທ່ານ ໂຢຊິຣິໂຣ ຢາມາບາຢາຊິ ອຳນວຍການບໍລິສັດນ້ຳງຽບ 1 ໄດ້ມີຄຳເຫັນຕໍ່ພິທີວ່າ: ເຂື່ອນແຫ່ງນີ້ມີຄວາມສູງ 167 ແມັດ ສູງທີ່ສຸດໃນລາວ, ມີຄວາມຍາວຂອງສັນເຂື່ອນ 530 ແມັດ, ມີກຳລັງຕິດຕັ້ງ 290 ເມກາວັດ ໂດຍໄດ້ເລີ່ມກໍ່ສ້າງມາແຕ່ປີ 2014 ແລະ ຄາດວ່າຈະໃຫ້ສຳເລັດໃນປີ 2018. ກະແສໄຟຟ້າທີ່ຜະລິດຈາກເຂື່ອນນີ້ປະມານ 95% ແມ່ນສົ່ງໄປປະເທດໄທ ແລະ ສ່ວນທີ່ເຫລືອແມ່ນຈະຕອບ
ສະໜອງການຊົມໃຊ້ພາຍໃນປະເທດ ເຊິ່ງຕະຫລອດໄລຍະການສຳປະທານ 27 ປີ ເຂື່ອນນ້ຳງຽບ 1 ຈະສ້າງລາຍຮັບໃຫ້ແກ່ປະເທດຈຳນວນ 4.800 ຕື້ີກີບ. ນອກຈາກນີ້ ຍັງຈະສ້າງຜົນປະໂຫຍດ, ວຽກເຮັດງານທຳໃຫ້ກັບປະຊາຊົນທ້ອງຖິ່ນມີຊີວິດການເປັນຢູ່ດີຂຶ້ນ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ລວມເຖິງການປັບປຸງພື້ນຖານໂຄງລ່າງໃນເຂດໃກ້ຄຽງໂຄງການ ກໍຄືແຂວງໄຊສົມບູນ ແລະ ບໍລິຕຳໄຊໃຫ້ມີໂສມໜ້າໃໝ່ທີ່ດີຂຶ້ນ.
          ໂຄງການພັດທະນາເຂື່ອນໄຟຟ້ານ້ຳງຽບແມ່ນມີ 3 ຂາຮຸ້ນ ຄືບໍລິສັດຄັນໄຊການໄຟຟ້າແຫ່ງປະເທດຍີ່ປຸ່ນ, ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ແລະ ລັດວິສາຫະກິດຖືຮຸ້ນລາວ ເປົ້າໝາຍຂອງໂຄງການແມ່ນຜະລິດພະລັງງານທີ່ສະອາດ ແລະ ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

          ເຂົ້າຮ່ວມພິທີວາງສີລາລືກດັ່ງກ່າວມີຮອງລັດຖະມົນຕີກະຊວງການເງິນ ທ່ານນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ສີນາວາ ສຸພານຸວົງ, ທ່ານເຈົ້າແຂວງໄຊສົມບູນ ທອງລອຍ ສິລິວົງ, ທ່ານເຈົ້າແຂວງບໍລິຕຳໄຊ ກອງແກ້ວ ໄຊສົງຄາມ, ມີບໍລິສັດຜູ້ລົງທຶນ ແລະ ອຳນາດການປົກຄອງທ້ອງຖິ່ນເຂົ້າຮ່ວມເປັນຈຳນວນຫລາຍ.

No comments:

Post a Comment