Ad

Ad

1 June 2016

ຫາລືທາງເລືອກໃໝ່ສຳລັບຕະຫລາດຜະລິດຕະພັນໄມ້

          ກອງປະຊຸມປຶກສາຫາລືກ່ຽວກັບທາງເລືອກໃໝ່ສຳລັບຕະຫລາດຂອງຜະລິດຕະພັນໄມ້, ທີ່ໄດ້ຈັດຂື້ນໃນວັນທີ 31 ພຶດສະພານີ້, ທີ່ນະຄອນຫຼວງວຽງຈັນ, ໂດຍກົມອຸດສາຫະກຳ ແລະ ຫັດຖະກຳ ,ກະຊວງອຸດສາຫະກຳ ແລະ ການຄ້າ, ພາຍໃຕ້ການເປັນປະທານຂອງທ່ານຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງດັ່ງກ່າວ, ມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ຫົວໜ່ວຍທຸລະກິດຕ່າງໆເຂົ້າຮ່ວມນຳດ້ວຍ.

          ປະທານກອງປະຊຸມມີຄຳເຫັນວ່າ: ເພື່ອສ້າງຄວາມເຂົ້າໃຈການຜະລິດ ແລະ ປຸງແຕ່າງໄມ້,ຈາກໄມ້ເສດ, ໄມ້ເຫຼືອໃຊ້ ແລະ ໄມ້ອື່ນໆໃຫ້ມີປະໂຫຍດເປັນຜະລິດຕະພັນສຳເລັດຮູບ ແລະ ມີລາຄາສູງ, ໂດຍຈະໄດ້ຮ່ວມກັນປຶກສາຫາລືກັບພາກສ່ວນກ່ຽວຂ້ອງທີ່ເຮັດກິດຈະກຳການຜະລິດໄມ້ຄືດັ່ງ ກ່າວ, ຊຶ່ງເປັນ
ສ່ວນໜຶ່ງຂອງໂຄງການນຳໃຊ້ມັດທີ່ຖືກຕ້ອງຕາມກົດໝາຍ, ກິດຈະກຳດັ່ງກ່າວແມ່ນມີຄວາມສຳຄັນຫຼາຍເພາະວ່າເປັນກິດຈະກຳທີ່ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານເຮົາ, ໂດຍສະເພາະແມ່ນການຫ້າມສົ່ງອອກໄມ້ທ່ອນ, ໄມ້ຕັບອອກນອກປະເທດ ແລະ ນະໂຍບາຍການພັດທະນາແຕ່ນີ້ຮອດປີ 2020 ໃຫ້ມີຄວາມຍືນຍົງ, ໃຫ້ຖືເອົາອຸດສາຫະກຳສີຂຽວເປັນຫຼັກ, ໂດຍສະເພາະແມ່ນການນຳໃຊ້ວັດຖຸດິບທຸກອັນໃຫ້ມີປະໂຫຍດບໍ່ສົ່ງຜົນກະທົບ ແລະ ທຳລາຍສິ່ງແວດລ້ອມດ້ວຍການນຳໃຊ້ໄມ້ເສດເຫຼືອໃຫ້ເກີດປະໂຫຍດ ແລະ ນຳມາປຸງແຕ່ງໃຫ້ກາຍເປັນຜະລິດຕະພັນສຳເລັດຮູບ, ເຖິງຢ່າງໃດກໍຕາມຜ່ານມາລາວເຮົາກໍມີຄວາມພະຍາຍາມຮ່ວມມືກັບສະຫະພາບເອີລົບໃນການຄ້າ-ຂາຍໄມ້ໃຫ້ຖືກຕ້ອງຕາມກົດໝາຍ, ກຳຈັດການຕັດໄມ້ແບບຊະຊາຍ  ແລະ ຜິດກົດໝາຍ, ດັ່ງນັ້ນ ໃນກອງປະຊຸມຄັ້ງນີ້ຂໍຮຽກຮ້ອງໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມຈົ່ງໄດ້ປະກອບຄວາມຄິດເຫັນເພື່ອເຮັດແນວໃດໃຫ້ກິດຈະກຳຂອງໂຄງການດັ່ງກ່າວປະສົບຜົນສຳເລັດຕາມລະດັບຄາດໝາຍວາງໄວ້.

No comments:

Post a Comment