ໂດຍ : ວິເສດ ສະແຫວງ ສຶກສາ
ໃນວັນຈັນອາທິດນີ້ ຈານແຫຍ່ບັງເອີນໄດ້ອ່ານວາລະສານສະມາຄົມຜູ້ອາຍຸສູງຂອງນະຄອນ
ຫລວງວຽງຈັນ ຂຽນໂຕຫຍໍ້ວ່າ “ສອວ” ທີ່ບອກວ່າ “ບັງເອີນ”
ກໍເພາະບໍ່ຮູ້ວ່າໃນໂລກເມືອງລາວເຮົານີ້ມີວາລະສານທີ່ເຫລົ່າ “ຜູ້ເຖົ້າ” (ຄຳສັບນີ້ຟັງບໍ່ມ່ວນຫູ
!) ສ້າງຂຶ້ນເອງ,
ປະກອບບົດໃສ່ເອງ ແລະ ຄຸ້ມຄອງເອົາເອງ. ແປວ່າຈານແຫຍ່ຕົກຂ່າວ
ຫລື ບາງຄົນເອີ້ນວ່າຕົກກະປ໋ອງ, ໂຊກດີທີ່ບໍ່ມີຄົນເອີ້ນວ່າ
“ຕົກຮູວິດ !” ຕ້ອງຂໍໂທດທີ່ຫລິ້ນສຳນວນແບບກັນເອງ. ຄໍລຳ “ບັນຫາຈານແຫຍ່”
ນີ້ ມໍ່ຊິກ້າວເຂົ້າ 15 ປີແລ້ວ,
ເປັນຄໍລຳ “ທາງກັນ”
ບໍ່ແມ່ນ “ທາງການ”. ກໍຕ້ອງຂໍຊົມເຊີຍ ແລະ ເຊີຍຊົມຜົນງານການຂີດຂຽນຈາກປາຍປາກກາແກ່ພັນສາ
ແຕ່ບໍ່ຍອມເຂົ້າບຳນານນຳເຈົ້າຂອງ, ກໍພໍດີຖືກກັບຄຳຂວັນປະຈຳໃຈຂອງຈານແຫຍ່ທີ່ວ່າ
“ປາກກາ ບຳນານບໍ່ເປັນ”. ປາກກາຄອງໃຫຍ່ໆທີ່ພົ່ນຜົນ ງານລົງໜ້າວາລະສານ “ສອວ”
ລວມມີຂອງ ທ່ານ ສົມພົງ ມົງຄົນວິໄລ ບຸກຄົນ
ທີ່ມີສິນປະຈຳໂຕດ້ານການບັນເລງສຽງເພງລາວລຸ້ນເກົ່າຊາບໆ ຊຶ້ງໆທີ່ທ່ານມີໄວ້ເປັນສາງ, ສ່ວນເພງພາສາອັງກິດຍອດນິຍົມຂອງເພິ່ນແມ່ນ “End of the
World” ຂອງຄະນະຄາເພັນເຕີ ທີ່ດັງກ້ອງໂລກ. ທ່ານ ສົມພົງ ມົງຄົນວິໄລ
ແມ່ນນັກປະພັນຊັ້ນປະຕິວັດ,
ເຄີຍເປັນການນຳຢູ່ຫລາຍກະຊວງ, ເປັນທັງຜູ້ແທນ ປະຊາຊົນ, ຕຳແໜ່ງສຸດທ້າຍກ່ອນເຂົ້າບຳນານຂອງທ່ານ
ຄືລັດຖະມົນຕີຮັບຜິດຊອບອົງການທ່ອງທ່ຽວແຫ່ງຊາດ. ປາກກາ ແກ່ພັນສາປາກທີສອງ ແມ່ນຂອງ ທ່ານ
ຫິມມະກອນ ມະໂນທຳ ອະດີດຮອງລັດຖະມົນຕີກະຊວງ ຄຂປກ (ຊື່ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ
ແລະ ກໍ່ສ້າງ ເມື່ອກ່ອນ). ທ່ານເຂົ້າບຳນານເຫິງແລ້ວ ແຕ່ຜົນງານການຂຽນຍັງໄຫລລຸດໆອອກມາບໍ່ມີເມືອງຢຸດ.
ຜົນງານທີ່ກ່າວຂວັນເຖິງຕິດສົບຕິດປາກຂອງເພິ່ນກໍແມ່ນປະຫວັດນະຄອນຫລວງວຽງຈັນ
ສາມເຫລັ້ມຊ້ອນ ເຊິ່ງໄດ້ກາຍເປັນເອກະສານຄົ້ນຄວ້າສຳລັບຜູ້ໄຝ່ຮູ້ກ່ຽວກັບຄວາມເປັນມາຂອງນະຄອນໝາກຫົວໃຈຂອງຄົນລາວທັງຊາດ.
ທ່ານ ສົມພົງ ມົງ ຄົນວິໄລ (ປະທານ “ສອວ” ຄົນ ປັດຈຸບັນ) ກັບທ່ານ ຫິມມະກອນ ມະໂນທຳ (ປະທານ “ສອວ” ຄົນກ່ອນ)
ຕ່າງກໍມີຜົນງານເດັດໆພິມລົງໃນວາລະ ສານ “ສອວ”,
ອ່ານແລ້ວນັກຂຽນລຸ້ນນ້ອງລະອາຍ ! ປາຍປາກກາ
ຄອງໃຫຍ່ໆຕໍ່ໄປທີ່ຈານແຫຍ່ບໍ່ ເຄີຍເຫັນຜົນງານມາກ່ອນແມ່ນຂອງທ່ານ ພິມມະສອນ ເລືອງຄຳມາ
ຜູ້ທີ່ມີລູກສິດລູກຫາເຕັມບ້ານເຕັມເມືອງ ເພາະທ່ານຮຽນເປັນຄູ, ເຮັດຄູ ແລະ ຢູ່ຢ່າງຄູຈົນຮອດຍ່ານອາຍຸ “ຖືເທົ້າຍອດທອງ ຕະ ບອງຍອດເພັດ” ໃນປັດຈຸບັນ. ທ່ານເຄີຍເປັນອະທິການບໍດີໂຮງຮຽນສ້າງຄູດົງໂດກ
(ຕອນນັ້ນບໍ່ທັນເປັນ ມຊ),
ເປັນລັດຖະມົນຕີກະຊວງສຶກສາທິການ, ສຸດທ້າຍກ່ອນເຂົ້າບຳນານເປັນເຈົ້າແຂວງຫລວງນ້ຳທາ.
ວຸດທິການສຶກສາຂອງເພິ່ນແມ່ນປະລິນຍາເອກ ແຕ່ບໍ່ຍອມໃຫ້ໝູ່ເອີ້ນວ່າ ດຣ. ຫລື ດອກເຕີ
ທີ່ເຫັນໃສ່ ດຣ. ນຳໜ້າຫວ່າງບໍ່ລຸນໆມານີ້ ເຂົາວ່າແມ່ນລູກນ້ອງລັກໃສ່ໃຫ້
ເພາະລູກນ້ອງຫລາຍຄົນມີ ວຸດທິ “ດຣ”, ຖ້າໃສ່ແຕ່ພວກຕົນ, ຫົວໜ້າບໍ່ໃສ່ກໍເລີຍຄິດລະອາຍໃຈ ເຂົາວ່າກັນແນວນັ້ນ, ຈິງ ຫລື ບໍ່ ໃຫ້ສືບຖາມເອົາເອງ. ໃນວາລະສານ “ສອວ” ສະບັບ ທີ 12 ນັ້ນ ທ່ານ ພິມມະສອນ ວາງລວດລາຍຜ່ານອັກສອນສິນ ໃນຮູບກະວີ
ໃສ່ຊື່ວ່າ “ອາຊີບຂອງຂ້ອຍ” ເປັນກອນຍາວ 13 ບາດ
ທີ່ທົບທວນຫວນຄືນອາຊີບສອນຄົນທີ່ທ່ານເຮັດມາແຕ່ຍາມຍັງໜຸ່ມ. ເປັນບົດກະວີອ່ານແລ້ວຕິດໃຈເພາະມັນສາຍພາບໃຫ້ເຫັນອຸປະສັກນາໆປະການໃນປາງສົງຄາມ, ຕໍ່ໃສ່ຄວາມພູມໃຈໃນອາຊີບຢູ່ຍຸກ ສປປ ລາວ ແລະ
ຄວາມພູມໃຈຂອງເພິ່ນທີ່ເຫັນລູກສິດລູກຫາປີກກ້າຂາແຂງກາຍເປັນຂຸມຊັບຂອງລະບອບໃໝ່.
ທ່ານສັນລະເສີນທັງຜູ້ໄດ້ຊັ້ນໄດ້ຍົດ, ຜູ້ລ້ຳລວຍເປັນເຖົ້າແກ່, ຊົມເຊີຍທັງຜູ້ເຮັດວຽກດີແຕ່ແປກໆຍົດບໍ່ຂຶ້ນ, ລາມໄປເຖິງຜູ້ຈັບຄັນທຸງໃນສາຂາອາຊີບຕ່າງໆ. ສອງບາດສຸດທ້າຍຂອງບົດກະວີ
“ອາຊີບຂອງຂ້ອຍ” ທ່ານ ພິມມະສອນ ເວົ້າວ່າ:
ດີໃຈໄດ້ຫລໍ່ປັ້ນ
ຊາວໜຸ່ມຊຸມສະກັນ
ຊັບພະຍາກອນຄົນ
ສົ່ງເສີມຂະຫຍາຍຍູ້
ເພື່ອເປັນພູມພະລັງໃຫ້
ກຳລັງແຮງຍຸກໃໝ່
ເປັນທວນໄຟຕໍ່ໄຕ້
ປັນຍາໃສສ່ອງຮູ້ຊູສ້າງ
ຊາດຈະເລີນ
ພູມໃຈຢາດເຫື່ອຍ້ອຍ ທີ່ຮຽມຖອກເທຫົດ
ເມັດພືດພັນຜະລິດງາມ
ໃຫຍ່ສູງສວຍດົ້ວ
ຢາຍທົ່ວເທິງທະລັງພື້ນ
ດິນແດນແຫ່ງກຳເນີດ
ເກີດໜໍ່ແນວປົ່ງຊ້ອນ
ນິລັນດອນສືບເຊື້ອເຄືອ
ເຫງົ້າເຜົ່າລາວນີ້ແລ້ວ
ທ່ານ ພິມມະສອນ ເລືອງຄຳມາ ເປັນກຳມະການສູນກາງພັກຫລາຍສະໄໝ ແລະ ເຄີຍເປັນ
ລັດຖະມົນຕີ,
ເປັນເຈົ້າແຂວງ ແຕ່ໃນບົດກະວີທ່ານບໍ່ເວົ້າຮອດຈັກຄຳເລີຍ
ເພາະທ່ານຖືວ່າສິ່ງທີ່ເປັນຕົນເປັນໂຕຂອງທ່ານແທໆ ນັ້ນແມ່ນອາຊີບຄູອັນອື່ນແມ່ນສິ່ງນອກໂຕ.
ນີ້ລະຄືຜົນງານຈາກປາກກາຄອງໃຫຍ່ທີ່ຈານແຫຍ່ເວົ້າຮອດເປັນອາທິດທີສາມແລ້ວ
ແລະ ຍັງມີປາກກາຄອງໃຫຍ່ອີກຫລາຍປາກທີ່ຈະເວົ້າຮອດໃນຕໍ່ໜ້າ.
No comments:
Post a Comment