ລັດຖະບານໄດ້ດໍາເນີນກອງປະຊຸມສະໄໝວິສາມັນປະຈໍາເດືອນກຸມພາໃນວັນທີ 15-16 ນີ້, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ
ທອງລຸນ ສີສຸລິດ ເພື່ອຄົ້ນຄວ້າພິຈາລະນາບັນຫາສໍາຄັນຄື: ຮ່າງກົດໝາຍວ່າດ້ວຍສົນທິສັນຍາ
ແລະ ສັນຍາສາກົນ, ຮ່າງປະມວນກົດໝາຍແພ່ງ, ຮ່າງປະມວນກົດໝາຍອາຍາ, ຮ່າງກົດໝາຍວ່າດ້ວຍອົງການກາແດງລາວ, ຮ່າງກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ຮ່າງກົດໝາຍວ່າດ້ວຍຄື້ນຄວາມຖີ່ວິທະຍຸ, ຮ່າງກົດໝາຍວ່າດ້ວຍສີລະປະການສະແດງ, ຮ່າງກົດໝາຍວ່າດ້ວຍນໍ້າ
ແລະ ຊັບພະຍາກອນແຫລ່ງນໍ້າ ແລະ ຮ່າງກົດໝາຍວ່າດ້ວຍການປົກປ້ອງອຸດສະຫະກໍາພາຍໃນ ແລະ
ບັນຫາສໍາຄັນອື່ນໆອີກ.
No comments:
Post a Comment