ກ່ອນຈະເລີ່ມພິທີກຳຕາມຮີດຄອງ ໄດ້ມີຂະບວນແຫ່ຕາມປະເພນີເຊິ່ງປະ ກອບມີການຟ້ອນດາບ, ຕີກອງ, ຕີຄອງ ແລະ ຟ້ອນທັ່ງບັ້ງ ເຊິ່ງແມ່ນສິລະປະທີ່ເປັນເອກະລັກຂອງເຜົ່າມາແຕ່ບູຮານນະການ.
ທ່ານ
ບຸນຊູ ວົງວິເສດ ຫົວໜ້າກຸ່ມຕົວແທນເຜົ່າກຶມມຸ ບ້ານລາດຄວາຍ ໃຫ້ຮູ້ວ່າ: ບຸນປະເພນີບຸນ “ເກິຣຫ” ແມ່ນປາງບຸນ ໃຫຍ່ຂອງເຜົ່າ. ຄຳວ່າ: “ເກິຣຫ” ມີຄວາມໝາຍວ່າ: ຂຸດກົ່ນ, ຫລົກໄງ້ ຫລື ຮື້ອອກ ເຄື່ອງປູກຂອງຝັງທີ່ໄດ້ປູກຢູ່ໃນປີຜ່ານມາເຊັ່ນ: ເຜືອກ, ມັນ, ເຂົ້າ ແລະ ເຄື່ອງຄ້ຳ ຂອງຄູນຕ່າງໆຢູ່ໃນໄຮ່.
ເຊື່ອກັນວ່າ: ຄົນກຶມມຸໃນສະໄໝກ່ອນບໍ່ຮູ້ປູກເຂົ້າ, ບໍ່ຮູ້ປູກຜັກ, ບໍ່ຮູ້ລ້ຽງສັດ ເຊິ່ງອາໄສແຕ່ພຽງຂຸດ ກົ່ນ ໄງ້
ເອົາມັນຕາມປ່າຕາມດົງມາກິນເພື່ອລ້ຽງຊີວິດຂອງຕົນ. ຈົນເຖິງວິວັດທະນາການຂອງມະນຸດມີການປ່ຽນແປງໄປ ເຂົາເຈົ້າຈຶ່ງຄ່ອຍໆຫັນມາກິນເຂົ້າແທນເຜືອກແທນມັນ. ສະນັ້ນ ທຸກໆປີ ເຜົ່າກຶມມຸຈຶ່ງໄດ້ເຮັດບຸນ “ເກິຣຫ” ເພື່ອລະນຶກເຖິງຄຸນເຜືອກ ຄຸນມັນທີ່ເຄີຍຫລໍ່ລ້ຽງເຂົາເຈົ້າໃຫ້ມີຊີວິດຢູ່ໄດ້ຈົນເຖິງທຸກວັນນີ້.
ບຸນ
“ເກິຣຫ”
ຂອງເຜົ່າກຶມມຸ ຍັງມີຄວາມໝາຍສຳຄັນອີກຫລາຍຢ່າງເຊັ່ນ: ເປັນການລະນຶກເຖິງຄຸນເຂົ້າ, ຄຸນເຜືອກ, ຄຸນມັນ, ເຄື່ອງປູກຂອງຝັງ; ເປັນການສົມມາຄາລະວະເຮັດບຸນເຮັດທານສົ່ງຫາພໍ່ແມ່ຍາດຕິພີ່ນ້ອງບັນພະບູລຸດຜູ້ທີ່ລ່ວງລັບໄປແລ້ວໃຫ້ມາຮັບມາໂຈມເອົາໄປກິນ ແລະ ເພື່ອໄຫ້ວວອນຂໍບຸນບາລະມີສິ່ງສັກ ສິດມາຄຸ້ມຄອງດົນບັນດານໃຫ້ ຫາຍຈາກພະຍາດໂລຄາ ປັດເຄາະ ປັດນາມ ຄວາມຊົ່ວຮ້າຍໃຫ້ໜີໄປໃນປີເກົ່າ ປີໃໝ່ຟ້າໃໝ່ໃຫ້ມີແຕ່ຄວາມສຸກຄວາມຈະເລີນ; ເປັນການລະນຶກເຖິງບຸນຄຸນເຄື່ອງມືອຸປະກອນທີ່ໄດ້ນຳໃຊ້ເຂົ້າໃນການຜະລິດຈົນສຳເລັດເສັດສິ້ນ ພ້ອມທັງສົມມາຄາລະວະຂໍອະໂຫສິກຳສິ່ງຂອງເຫລົ່ານັ້ນ ຖ້າຫາກຖືກລ່ວງເກີນ; ເປັນໂອ ກາດທີ່ຍາດພີ່ນ້ອງເພື່ອນມິດສະ ຫາຍຢູ່ໃກ້ໄກມາພົບປະສ້າງສັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ; ເປັນການສະເຫລີມສະ ຫລອງໃນໂອກາດປີເກົ່າຕ້ອນຮັບປີໃໝ່ຢ່າງເບີກບານມ່ວນຊື່ນ.
ບຸນ
“ເກິຣຫ”
ໄດ້ຈັດຂຶ້ນໃນເດືອນຈຽງຫາເດືອນຍີ່ ກົງກັບເດືອນສິບສອງຕໍ່ໃສ່ເດືອນໜຶ່ງສາກົນຂອງທຸກໆປີ ພາຍຫລັງທີ່ເກັບກູ້ຜົນຜະລິດຂົນເຂົ້າຂຶ້ນເລົ້າ ຂຶ້ນເຍຍສຳເລັດແລ້ວ ເຜົ່າກຶມມຸຢູ່ແຕ່ລະທ້ອງຖິ່ນກໍຈະໄດ້ພ້ອມກັນຈັດງານບຸນດັ່ງກ່າວຂຶ້ນຕາມເງື່ອນໄຂ ແລະ ຄວາມອາດສາ ມາດຂອງແຕ່ລະຄອບຄົວ ແລະ ແຕ່ລະບ້ານ.
ເຜົ່າກຶມມຸເປັນເຜົ່າໜຶ່ງທີ່ມີຂະນົບທຳນຽມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມທີ່ໜ້າເອກອ້າງທະນົງໃຈ ແລະ ມີເອກະລັກສະເພາະຂອງຕົນເຊັ່ນ: ມີພາສາປາກເວົ້າ, ຄວາມເຊື່ອຖື, ການນຸ່ງຖື ຕະຫລອດເຖິງການດຳລົງຊີວິດທີ່ໄດ້ສືບທອດປະຕິ ບັດກັນມາຫລາຍຍຸກຫລາຍສະໄໝ, ມີມູນເຊື້ອຮັກຊາດຮັກບ້ານເກີດເມືອງນອນ ຊື່ສັດທ່ຽງທຳ ດຸໝັ່ນອອກແຮງງານ ມີຄວາມສາ ມັກຄີກັບເຜົ່າອື່ນໆຕະຫລອດມາ. ໃນສະໄໝສັກດີນາ ແລະ ຈັກກະ ພັດຕ່າງດ້າວປົກຄອງລາວ ເຜົ່າກຶມມຸກໍແມ່ນເຜົ່າໜຶ່ງທີ່ຖືກແບ່ງແຍກກີດກັ້ນສິດເສລີພາບ ຂາດໂອກາດໃນການສຶກສາຮ່ຳຮຽນ ຊີວິດການເປັນຢູ່ຕົກຢູ່ໃນຄວາມຫຍຸ້ງຍາກລຳບາກ ວັດທະນະທຳຮີດຄອງປະເພນີບໍ່ໄດ້ຮັບການສົ່ງເສີມ.
ຫລັງຈາກປະເທດຊາດໄດ້ຮັບການປົດປ່ອຍ ພັກເຮົາໄດ້ເຊີດຊູບົດບາດ ແລະ ສິດເສລີພາບໃນການເຊື່ອຖື, ປາກເວົ້າ ແລະ ການປົກປັກຮັກສາ ແລະ ອານຸລັກວັດ ທະນະທຳຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ ເຊິ່ງໄດ້ລະບຸໄວ້ຢູ່ໃນລັດຖະທຳມະນູນຂອງ ສປປ ລາວ.
ເພື່ອປະກອບສ່ວນພັດທະນາປະເທດຊາດໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກຕາມແນວ ທາງນະໂຍບາຍຂອງພັກ ເຜົ່າກຶມ ມຸກໍໄດ້ເອົາໃຈໃສ່ພັດທະນາຕົນເອງທາງດ້ານເສດຖະກິດ, ວັດທະ ນະທຳ-ສັງຄົມ ໂດຍຫັນປ່ຽນອາ ຊີບຈາກການຖາງປ່າເຮັດໄຮ່ເລື່ອນລອຍໃນເມື່ອກ່ອນ ຫັນມາຢຶດຖືອາຊີບຄົງທີ່ເຊັ່ນ: ການປູກ ຝັງ, ລ້ຽງສັດ ແລະ ການບໍລິການ, ສົ່ງເສີມລູກຫລານໃຫ້ໄດ້ຮັບການສຶກສາ ມາຮອດປັດຈຸບັນ ລູກຫລານຂອງເຜົ່າກຶມມຸໄດ້ປະກອບ ສ່ວນເປັນພະນັກງານ, ທະຫານ, ຕຳຫລວດ ສັງກັດຢູ່ໃນບັນດາກະ ຊວງ, ກົມກອງ ນັບທັງສູນກາງ ແລະ ທ້ອງຖິ່ນນັບມື້ນັບຫລາຍຂຶ້ນ.
No comments:
Post a Comment