Ad

Ad

4 February 2013

ເລີ່ມກໍ່ສ້າງອາຄານກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຫລັງໃຫມ່



    ໃນ​ວັນ​ທີ 1 ກຸມພາ 2013, ທ່ານ ​ບົວ​ເງິນ ຊາ​ພູ​ວົງ ລັດຖະມົນ ຕີ​ຊ່ວຍ​ວ່າການ ກະ ຊວງ​ຖະ​ແຫລງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ແລະ ທ່ານ​ນາງ ບຸນ​ເຮືອງ ລິດ​ດັງ ຮອງ​ປະທານ​ກຸ່ມບໍລິສັດ​ດາວ​ເຮືອງ ​ໄດ້​ຮ່ວມ​ລົງ​ນາມ​ໃນ​ສັນຍາ ການກໍ່ສ້າງ​ຕຶກ​ໃໝ່ກະຊວງ​ຖະ​ແຫລງ​ຂ່າວ, ວັດທະ ນະທຳ ​ແລະ ທ່ອງ​ທ່ຽວ ໂດຍ​ມີ​ທ່ານ ສຈ.ດຣ ບໍ່​ແສງ​ຄຳ ວົງ​ດາ ລາ ລັດຖະມົນຕີ​ວ່າການ ກະຊວງ​ຖະ​ແຫລງ​ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ທ່ານ ​ສຸ​ກັນ ມະ ຫາລາດ ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນ,ບັນດາ​ລັດຖະມົນຕີ​ຊ່ວຍ​ວ່າການ ແລະ ​ແຂກ​ຖືກ​ເຊີນ ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​.
        ຕຶກ​ໃໝ່ກະຊວງ​ຖະ​ແຫລງ​ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ຈະ​ໄດ້​ຮັບ​ການກໍ່ສ້າງ​ພາຍ ຫລັງ​ເຊັນ​ສັນ​ຍາ​ເປັນຕົ້ນ​ໄປ ມີ ກຳນົດການກໍ່ສ້າງ 2 ປີ​ໃຫ້​ສຳ​ເລັດ​ສົມບູນ, ຕັ້ງຢູ່​ຖະໜົນ 450 ປີ, ມີ​ເນື້ອທີ່ 20.000 ຕາ​ແມັດ, ​ເປັນ​ອາຄານ 5 ຊັ້ນ,ມີມູນ​ຄ່າ 100 ຕື້ ກີບ. ຕຶກ​ຫລັງ​ໃໝ່ນີ້​ ​ເປັນ​ການ​ແລກປ່ຽນກັບ​ຕຶກ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫລັງ​ເກົ່າ.​ໂອກາດ​ນີ້,ທ່ານ ສຈ.ດຣ ບໍ່​ແສງ​ຄຳ ວົງ​ດາລາ ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ ​ແລະ ຊົມ​ເຊີຍ ຕໍ່ກຸ່ມ​ບໍລິສັດ​ດາວ​ເຮືອງ ທີ່​ໄດ້​ເປັນ​ຜູ້​ຮັບ​ເໝົາ ກໍ່ສ້າງ ​ເຊື່ອໝັ້ນວ່າ​: ຈະ​ມີ​ການ​ປະສານ​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ ​ເພື່ອ​ໃຫ້​ມີ​ຄວາມ​ສະດວກ​ໃນ​ການ​ດຳ​ເນີນ​ໂຄງການໃຫ້​ມີ​ຜົນສຳ​ເລັດ​ຕາມ​ຄາດໝາຍ.

No comments:

Post a Comment