ໃນບົດ “ລະວັງ ! ນ້ຳຂາດປາ ປ່າຂາດສັດ” ທີ່ບາງທ່ານອາດໄດ້
ອ່ານນັ້ນ ຈານແຍ່ຕ້ອງຈຳໃຈ ມ້ວນທ້າຍແບບກຸດດຸດ ເພາະ ໜ້າ ເຈັ້ຍມັນສຸດກ່ອນ ເລີຍເຮັດໃຫ້ຮູ້
ສຶກປານກັບວ່າກິນເຂົ້າແລ້ວບໍ່ໄດ້ ກິນນ້ຳເທື່ອ ເພາະຍັງມີອີກບາງ ຈຸດຢາກເວົ້າຍ້ອນ ຈັ່ງຊີ້ຈຶ່ງຂໍ
ຝອຍຕໍ່.
ໃນບົດນີ້ ຈານແຍ່ໄດ້ລຽງລຳດັບສາເຫດທີ່ຄົນລາວເຮົາຈຳນວນໜຶ່ງລ່າທຳລາຍສັດປ່າເຊັ່ນ:
ເພື່ອເປັນອາຫານ (ຍ້ອນບໍ່ ຖື ເປັນ ແຫລ່ງອາຫານຕົ້ນຕໍ, ຍ້ອນວ່າຊີ້ນສັດປ່າແຊບ, ບໍລິສຸດໃຫ້ກຳລັງວັງຊາເປັນຢາ),
ເພື່ອໃຫ້ເປັນຢາປິ່ນປົວ, ເພື່ອຂາຍເອົາ ເງິນ ແລະ ອື່ນໆ. ສ່ວນການທີ່ບາງຄົນນິຍົມເອົາຊິ້ນສ່ວນຂອງສັດປ່າ
ເຊັ່ນ: ເຂົາ, ງາ, ກະໂຫກຫົວ, ໜັງ, ເລັບ, ແຂ້ວມາປະ ດັບຕາມຝາເຮືອນນັ້ນກໍເພາະອາດເຫັນວ່າມັນງາມ,
ມັນແປກ ຫລື ເພື່ອສະແດງເຖິງຄວາມເກັ່ງກ້າ, ຄວາມໂຊກໝານໃນການ ລ່າສັດ. ມີບາງຄົນຖືຊິ້ນສ່ວນຂອງສັດບາງຊະນິດວ່າມີພະລັງຂັບໄລ່ຜີສາງນາງຮ້າຍເຊິ່ງຄວາມເຊື່ອຖືດັ່ງກ່າວຂຶ້ນກັບແຕ່ລະຊົນ
ເຜົ່າທີ່ແຕກຕ່າງກັນ.
ຈານແຍ່ເຄີຍໄປຫລາຍປະເທດໃນແຖບອາຟຣິກກາ, ເຄີຍໄປເຫັນບ່ອນເຮັດວຽກທາງການ
ຫລາຍບ່ອນປະດັບປະດາດ້ວຍ ຊິ້ນສ່ວນຂອງສັດເຊັ່ນ: ຢູ່ຕາມຝາ ຂອງອາຄານຮັບແຂກ VIP ຢູ່ນະຄອນຫລວງອູກົວດາກູປະເທດບູ
ກິນາຟາໂຊນັ້ນ ມີໜັງ ສັດຕ່າງຊະນິດຕັດເປັນຕາກາໂລ້ຂະໜາດ 40 x 40 cm ແອ້ມເຕັມຝາ ເພື່ອສະ
ແດງໃຫ້ແຂກຕ່າງປະເທດຮູ້ເຖິງ ຄວາມອຸ ດົມສົມບູນດ້ານສັດປ່າ ຂອງປະເທດ, ຢູ່ປະເທດກາເມ ຣູນ,
ລາຍການນອກກອງປະຊຸມ ສຳລັບຄະນະຜູ້ແທນນັ້ນ ລວມມີ
ການລ່າສັດປ່າເພື່ອການກິລາ, ຢູ່ ຫ້ອງນອນຂອງຈານແຍ່ທີ່ປະ
ເທດນາມີບີນັ້ນ ປູພື້ນດ້ວຍໜັງສັດ ສົດໆ (ຂ້າເຊື້ອ ແລະ ຕາກ ແຫ້ງ ແລ້ວ) 4 ຊະນິດ, ຂາໂຕະກິນເຂົ້າ
ກໍເຮັດດ້ວຍກະດູກຊ້າງ, ຕັ່ງມ້າ ນັ່ງຊົມວິວກໍເຮັດດ້ວຍກະດູກຂ້າງ ຊ້າງ, ຢູ່ເຮືອນພັກ ທີ່ບ່ອນວ່າຫັ້ນຍັງມີຫ້ອງພິພິທະພັນຂະໜາດຄອບຄົວບັນລຸຫົວສັດແຫ້ງແຂວນ
ຊາບລາບ ບອກວັນທີທີ່ຄົນໃນວົງ ຕະກູນແຕ່ ລະຍຸກທີ່ລ່າສັດເຫລົ່ານັ້ນມາໄດ້ ທັງບອກນ້ຳໜັກ,
ຂະ ໜາດຂອງສັດໄວ້ນຳ. ເວລາໄປເຮັດວຽກຢູ່ປະເທດເອທິໂອປີ ແລະ ອາຟຣິກກາໃຕ້, ຈານແຍ່ກໍເຫັນສະພາບແບບດຽວ.
ເປົ້າໝາຍຫລັກໆຂອງປະເທດເຫລົ່ານີ້ ໃນການໂຄສະນາກ່ຽວກັບສັດປ່າ ນັ້ນແມ່ນເພື່ອດຶງດູດນັກທ່ອງທ່ຽວ,
ເພື່ອເອກອ້າງຄວາມຮັ່ງມີດ້ານສັດປ່າຫາຍາກ.
ແຕ່ຕົກມາເວລານີ້, ກະແສຄວາມນິຍົມດັ່ງກ່າວໄດ້ຖືກຕີຕ້ານຄືນຢ່າງແຂງແຮງ
ເພາະຈຳນວນສັດປ່າຫລາຍປະເພດທີ່ຫາ ຍາກເຊັ່ນ: ຊ້າງ, ແຮດ, ເສືອໂຄ່ງ ໄດ້ຫລຸດລົງຢ່າງໜ້າຕົກໃຈ.
ດັ່ງນັ້ນ ຫລາຍປະເທດ ໂດຍສະເພາະ ແມ່ນຢູ່ອາຟຣິກກາຕ້ອງ ໄດ້ທົບ ທວນບັນຫານີ້ ເພື່ອຊອກທາງອອກໂດຍສະເພາະແມ່ນມາດຕະການກຳຈັດການລັກລອບຄ້າຊິ້ນສ່ວນຂອງສັດ
ເພື່ອສົ່ງອອກຕ່າງປະເທດ. ແຕ່ລຳພັງມາດຕະການເຖິງຈະຮັດກຸມເດັດຂາດປານໃດກໍຕາມກໍໄປບໍ່ລອດຖ້າຫາກບໍ່ກຳຈັດຄ່າ
ນິຍົມທີ່ບໍ່ສອດຄ່ອງຂອງສັງຄົມ. ດັ່ງໄດ້ກ່າວມາແຕ່ຕອນຕົ້ນພຸ່ນເພາະວ່າຄ່ານິຍົມທີ່ບໍ່ສອດຄ່ອງດັ່ງກ່າວນັ້ນຍ່າງສວນ
ທາງກັບ ກົດໝາຍ. ຫລາຍປະເທດມີກົດໝາຍຫ້າມລ່າສັດປະເພດຫ່ວງຫ້າມ, ແຕ່ທາງກົງກັນຂ້າມຄົນໃນສັງຄົມພັດ
ຍັງຊອກຫາຊອກ ຊື້ຊິ້ນສ່ວນສັດເຫລົ່ານັ້ນມາປະດັບເພື່ອອວດອ້າງຖານະ, ມາປຸງແຕ່ງຢາ, ຜູ້ຮັ່ງຜູ້ມີເປັນເສດຖີ
ແຮງນິຍົມເອົາ ຊິ້ນສ່ວນສັດທີ່ຫາ ຍາກມາປະດັບຄະລືຫາດ. ຖ້າເປັນແບບນີ້ ມັນກໍສ່ຳກັບວ່າເປນການຊຸກຍູ້ໃຫ້ພວກສວຍໂອກາດໄດ້ໃຈລັກລອບລ່າສັດປະເ
ພດຫ່ວງຫ້າມເພື່ອຂາຍຊິ້ນສ່ວນໄດ້ກຳໄລງາມໆ. ຈານແຍ່ບໍ່ຮູ້ວ່າ: ເອກະສານທີ່ກອງປະຊຸມສາກົນ
ຢູ່ບາງກອກ ຫວ່າງແລ້ວ ກ່ຽວກັບ ການອະນຸລັກສັດປ່ານັ້ນ ມີອຳ ນາດຜູກມັດທາງກົດໝາຍ ຫລື ບໍ່
(Legally binding). ຖ້າມີການຜູກ ມັດ, ແນ່ນອນບັນດາປະເທດພາຄີ ກໍຕ້ອງໄດ້ປະຕິບັດ, ຖ້າລະເມີດ
ແມ່ນຜິດພັນທະສາກົນ. ສປປ ລາວ ພວກເຮົາ ມີກົດ ໝາຍ ຄົບຊຸດພໍສົມຄວນເພື່ອເຊື່ອມໂຍງເຂົ້າກັບສາກົນໃນການປົກປັກຮັກສາສັດໃນເປົ້າໝາຍອະນຸລັກ.
ບັນຫາມີຢູ່ວ່າ: ພວກເຮົາ ຕ້ອງເພີ່ມຄວາມສັກສິດໃນທາງປະຕິບັດຕື່ມ, ໃນນັ້ນ ລວມທັງຕ້ອງລຶບລ້າງຄ່ານິຍົມທີ່ບໍ່ສອດຄ່ອງທີ່ພາໃຫ້ມີການທຳລາຍ
ສັດປ່າທີ່ຫ່ວງ ຫ້າມ ແລະ ໃກ້ຈະສູນພັນ.
No comments:
Post a Comment