Ad

Ad

30 April 2013

ລົມລະດູຮ້ອນພັດຜ່ານເຂດຫລັກ 21 ເມືອງໄຊທານີ ເສຍຫາຍຫລາຍ 100 ລ້ານກວ່າກີບ



      ໃນ​ຕອນ​ຄ່ຳຂອງ​ວັນ​ທີ 28 ເມ ສາ 2013 ນີ້​ໄດ້​ມີ​ລົມ​ລະດູ​ຮ້ອນຮຸນ​ແຮງ​ພັດ​ຜ່ານ ແລະ ​ເກີດ​ຝົນ​ຟ້າ​ຄະນອງ​ຢູ່ບ້ານ​ໄຊ​ສົມບູນ ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ​ ເຮັດ​ໃຫ້​ເຮືອນ​ຊານ​ປະຊາຊົນ​ເພ​ຫລາຍ​ຫລັງ,ປະຊາຊົນ​ໄດ້​ຮັບ​ບາດ​ເຈັບ ​ແລະ ​ເສຍ​ຊີວິດ 1 ຄົນ.
       ທ່ານ  ສຸ​ພີ ສະ​ແຫວ​ງດີ ເລຂາ​ພັກ​ບ້ານ, ນາຍບ້ານໆ​ໄຊ​ສົມບູນ​ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ ໄດ້​ແຈ້ງ​ໃຫ້​ນັກ​ຂ່າວ ສານ​ປະ​ເທດ​ລາວຮູ້​ວ່າ:​ໃນ​ເວລາ​ປະ ມານ 19- 20:00 ນາທີ ໄດ້​ມີລົມ​ລະດູ​ຮ້ອນ​​ພັດ​ຜ່ານເກີດ​ມີ​ຝົນ​ຟ້າ​ຄະນອງ​ຢ່າງ​ໜັກ​ຢູ່​ບ້ານ​ໄຊ​ສົມ​ບູນ ​ເຮັດ​ໃຫ້​ ​ທ້າວ ເອກ ອາຍຸ 50 ປີ,ປະຊາຊົນ​ ບ້ານ​ໄຊ​ສົມບູນ ທີ່​ໄປ​ເຮັດ​ກໍ່ສ້າງ​ຊ່ວຍ​ໝູ່​ເພື່ອນ ຢູ່​ບໍລິ​ເວນ​ທົ່ງ​ນາ ຖືກ​​ເຮືອນ​ຫັກ​ທັບ​ຈົນ​ຊີ​ວິດ ​ແລະ ມີ​ຜູ້​ບາດ​ເຈັບ​ຈຳນວນ 3 ຄົນ.ພ້ອມ​ດຽວ​ກັນນີ້ ລົມ​ດັ່ງ ກ່າວ​ຍັງ​ໄດ້​ເຮັດ​ໃຫ້​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ປະຊາຊົນຢູ່ບ້ານ​ເສຍ​ຫາຍ​ 60 ກວ່າ​ຫລັງຄາ​ເຮືອນ,ຕະຫລາດ​ຖືກລົມພັດ​​ເສຍ ຫາຍມູນຄ່າ 100 ລ້ານ​ກວ່າ​ກີບ, ສ່ວນ​ມູນ​ຄ່າ​​ເສຍ​ຫາຍ​ທັງ​ໝົດ​ຍັງ​ບໍ່​ສາມາດ​ຄາດຄະເນ​ໄດ້.ຕໍ່​ເຫດ ການ​ດັ່ງກ່າວ​,ນາຍບ້ານ​ໄດ້​ສົ່ງ​ພະນັກງານລົງ​ເກັບ​ກຳ​ຂໍ້​ມູນທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ ແລະ ຫາ​ທາງ​ຊ່ວຍ​ເຫລືອ​ປະຊາຊົນ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​​ໃຫ້​ທ່ວງທັນ​​ເວລາ ​ແລະ ​ໄດ້​ຮຽກຮ້ອງ​ໃຫ້​ປະຊາ ຊົນ​ພາຍ​ໃນ​ບ້ານ​ຈົ່ງພ້ອມກັນ​ມີ​ສະຕິ​ລະ​ວົງ​ຕົວ​ຕິດຕາມ​ຂໍ້​ມູນ​ຂ່າວສານກ່ຽວ​ກັບ​ພະຍາກ​ອນອາກາດ​ຈາກ​ວິທະຍຸ,​ໂທລະ​ພາບ ​ແລະ ໜັງ ສືພິມ​ຢ່າງ​ໄກ້​ຊິດ​ເພື່ອ​ກຽມພ້ອມ​ຮັບ​ມື​ກັບ​ພາຍຸ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນຕໍ່ໜ້າ.
           ​ໃນ​ຕອນ​ຄຳ່​ຂອງ​ມື້ດຽວ​ກັນນີ້ ກໍ​ໄດ້​ມີລົມ​ລະດູ​ຮ້ອນ​ພັດ​ຜ່ານ​ບ້ານ​ຫລັກ 24 ເມືອງ​ໄຊ​ທາ ນີ ນະຄອນຫລວງ​ວຽງ​ຈັນ​ເຮັດ​ໃຫ້ເສົາ​ໄຟຟ້າ-ປ້າຍ​ໂຄສະນາ​ຫັກ, ຕະຫລາດ​ໃໝ່​ເປ່​ເພ ​ແລະ ​ເຮືອນ​ຊານ​ປະຊາຊົນ ຖືກ​ລົມ​ພັດ​ເສຍ​ຫາຍ​ເປັນ​ຈຳນວນ​ຫລວງຫລາຍ.

No comments:

Post a Comment