Ad

Ad

30 April 2013

ຄົນລາວສອງຄົນໄດ້ຮັບລາງວັນປະກອບສ່ວນເສີມສ້າງສາຍພົວ ພັນລາວ-ຍີ່ປຸ່ນ



     ໃນວັນທີ 29 ເມສານີ້, ລັດຖະບານຍີ່ປຸ່ນໄດ້ປະກາດລາຍຊື່ບຸກ ຄົນຕ່າງຊາດທີ່ໄດ້ຮັບລາງວັນ Spring Imperial Decorations ປະຈຳປີ 2013 ຈຳນວນ 40 ທ່ານ ໃນນັ້ນ ມີຄົນລາວ 2 ຄົນໄດ້ຮັບ ລາງວັນດັ່ງກ່າວ ຄືທ່ານນາງ ເກດເກ ສອນ ໄຊຍະເພັດ ໄດ້ຮັບ ລາງວັນ The Order of the sacred Treasure Gold and Silver Rays ແລະ  ທ່ານ ຄຳໃບ ອຸ່ນທະລາ ໄດ້ຮັບລາງວັນ The Order of the sacred Treasure Silver Rays ຈາກຜົນງານການ ປະຕິບັດ ວຽກງານ ແລະ ປະກອບ ສ່ວນໃຫ້ແກ່ສະຖານທູດຍີ່ປຸ່ນຢູ່ ຕ່າງປະເທດຫລາຍ ກວ່າ 30 ປີ.
    ສຳລັບທ່ານນາງ ເກດເກສອນ ໄຊຍະເພັດ ເກີດປີ 1952 ຢູ່່ເມືອງ ທ່າແຂກ ແຂວງຄຳມ່ວນ,ຮຽນ ຈົບອຸດົມໄດ້ເຂົ້າເຮັດ ວຽກຢູ່ບໍລິ ສັດເບຍລາວ ແລະຈາກນັ້ນກໍເຂົ້າ ເຮັດວຽກກັບສະຖານທູດຍີ່ປຸ່ນປະ ຈຳລາວເປັນເວລາຫລາຍກວ່າ 30 ປີ. ສ່ວນ ທ່ານ ຄຳໃບ ອຸ່ນທະ ລາ ເກີດປີ 1953 ຢູ່ເມືອງວັງວຽງ ແຂວງວຽງຈັນ,ຮຽນຈົບກໍເຂົ້າ ເຮັດວຽກກັບສະຖານທູດຍີ່ປຸ່ນປະຈຳ ລາວ ແລະຢູ່ເຮືອນພັກ ທ່ານທູດເປັນເວລາຫລາຍກວ່າ 30 ປີ.

No comments:

Post a Comment