Ad

Ad

25 April 2013

ເຈົ້າຫນ້າທີ່ເຕືອນປະຊາຊົນໃຫ້ມີສະຕິຮັກສາຊັບສິນຂອງຕົນໃຫ້ດີຫລັງເຫັນວ່າສະພາບຂີ້ລັກງັດແງະເກີດຂຶ້ນຫລາຍ



       ​ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ອອກ​ມາເຕືອນ​ໃຫ້​ສັງຄົມ​ມີ​ສະຕ​ິໃນ​ການ​ຮັກສາ​ຊັບສິນຂອງ​ຕົນ​ເອງ​ໃຫ້​ດີ ເພື່ອ​ບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ຂອງ​ຄົນ​ບໍ່ດີ​ໄດ້​ງ່າຍ​ພາຍຫຼັງ​ເຫັນ​ວ່າ​ໄລຍະ​ນີ້ສະພາບ​ຂີ້ລັກ​ງັດ​ແງະ ​ປຸ້ນ​ຈີ້ຊີງ​ຊັບ, ດຶງ​ສາຍ​ຄໍ, ລັກ​ລົດ ຈັກ, ລົດ​ໃຫ່ຍ ​​ແລະ ອື່ນໆ​ເກີດ​ຂຶ້ນຫລາຍ.
        ​ເຈົ້າໜ້າທີ່ຕຳຫຼວດໃຫ້​ຮູ້​ວ່າ: ​ໃນ​ອາທິດ​ຜ່ານ​ມາຢູ່​ນະ ຄອນຫລວງ​ວຽງ​ຈັນ​ປະກົດ​ການຫຍໍ້​ທໍ້​ເກີດ​ຂື້ນ 40 ເລື່ອງ ພົ້ນ​ເດັ່ນ​ແມ່ນ​ສະພາບ​ຊີງ​ຊັບ, ລັກ​ຊັບ​ພົນລະ​ເມືອງມີ 10 ກ່ວາ​ເລື່ອງ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ກຸ່ມ​ໄວ​ລຸ້ນທີ່​ຂາດ​ວຽກ​ເຮັດ​ງານ​ທຳ​ມີ​ການ​ໃຊ້​ອາວຸດ,ມີດ,ງ້າວ, ປືນ ແລະ ອື່ນໆເພື່ອ​ສ້າງຄວາມ​ອັນຕະລາຍ​ຕໍ່​ສັງ ຄົມ ​ແລະ ​ສ່ວນ​ໜຶ່ງ​ກໍ​ມາ​ຈາກ ​ການ​ຕິດ​ຢາ​ເສບ​ຕິດ ຈຶ່ງ​ປະ ລະ​ການ​ສຶກສາ,ຂະນະ​ດຽວກັນ​ກໍ​ເຫັນ​ວ່າ​ສັງຄົມ​ຍັງ​ບໍ່ທັນ​ເປັນ​ເຈົ້າ​ການ​ຮັກສາ​ຊັບ​ສິນຂອງ​ຕົນຈຶ່ງ​ເຮັດ​ໃຫ້​ເກີດ​ປາກົດ​ການ​ຫຍໍ້​ທໍ້ ໄດ້​ງ່າຍ​ຄື ​ໃນ​ວັນ​ທີ 22 ເມສາ ນີ້ ໄດ້​ເກີດ​ເຫດ​ມີ​ຄົນ​ຮ້າຍ 2 ຄົນ ໃຊ້​ອາວຸດ​ປືນ ເຂົ້າປຸ້ນ​ຊັບ​ປະຊາຊົນຢູ່​ເຂດ​ບ້ານ ຕານ​ມີ​ໄຊ ​ເມືອງ ​ໄຊ​ທານີ ນະຄອນຫຼວງວຽງຈັນ ໂດຍ​ໄດ້​ເອົາ​ລົດຈັກ​ຂອງ​ຜູ່​ກ່ຽວພ້ອມ​ຊັບ​ສິນ​ອີກ​ຈຳນວນໜຶ່ງຫຼົບໜີ​ໄປ ​ແລະ ວັນ​ທີ 19 ເດືອນ​ດຽວ​ກັນ ​ໄດ້​ມີ​ຄົນ​ຮ້າຍ​ກໍ່​ເຫດ​ດຶງ​ຖົງເງິນ​ຂອງ​ປະຊາຊົນ ຢູ່​ເຂດຫຼັກ 18 ເສັ້ນທາງ 13 ໃຕ້ ແລ້ວຫຼົບໜີ ແລະ​ ເມື່ອ​ບໍ່ ດົນ ມານີ້, ເຈົ້າໜ້າທີ່​ຕຳຫຼວດພະ​ແນ​ກສືບສວນ-ສອບ​ສວນ ນະ ຄອນຫຼວງ ​ໄດ້​ສົມທົບ​ກັບ​ພາກ ສ່ວນ​ກ່ຽວຂ້ອງ​ລົງ​ກວດກາ​ສະ
ຖານ​ທີ່​ເກີດ​ເຫດ​ຄົນ​ຮ້າຍ​ງັດ​​ແງະ​ເພື່ອ​ຊີງ​ຊັບ​ຢູ່​ຕູ້ ATM ຂອງ​ທະ ນາຄານ​ຮ່ວມ​ພັດທະນາຕັ້ງຢູ່​ວົງວຽນສາມ​ແຍກ​ດອນໜູນ ບ້ານ ໄຊ​ສະຫວ່າງ ​ເມືອງ ​ໄຊ​ທານີ ນະ ຄອນຫຼວງວຽງຈັນ ຈາກ​ຜົນ​ເສຍ​ຫາຍ​ແມ່ນ​ເຮັດ​ໃຫ້​ຕູ້ ATM ເປ່​ເພ​ໃຊ້​ການບໍ່​ໄດ້ ແລະ ກໍ​ໂຊກ​ດີ​ສະ​ເພາະເງິນຢູ່​ໃນ​ຕູ້​ ATM ດັ່ງກ່າວ​ແມ່ນຄົນ​ຮ້າຍ​​ເອົາ​ໄປ​ບໍ່​ໄດ້ ແລະ ສະພາບ​ຫຍໍ້​ທໍ້​ອື່ນໆເກີດ​ຂຶ້ນ ອັນ​ໄດ້​ສ້າງ​ຄວາມ​ບໍ່ສະຫງົບ​ໃນ​ສັງ ຄົມ.ສະນັ້ນ ຈຶ່ງ​​ເຕືອນໃຫ້​ສັງຄົມ​ຊ່ວຍ​ກັນເປັນ​ຫູ້​ເປັນຕາ​ຕໍ່​ເຈົ້າໜ້າ ທີ່ຊ່ວຍ​ລາຍ​ງານ​ສະພາບ​ການ​ເມື່ອ​ເຫັນ​ກຸ່ມຄົນ​ບໍ່ດີກໍ່​ເຫດ ​ແລ​ະ ກໍ​ຕ້ອງ​ໄດ້​ມີ​ສະຕິ​ເປັນ​ເຈົ້າ​ການ​ຮັກສາ​ຊັບ​ສິນ​ຂອງ​ຕົນ​ເພື່ອ​ບໍ່​ຕົກ​ເປັນ​ເຫຍື່ອ​ໃຫ້​ຄົນ​ບໍ່ດີ​ຊີງ​ເອົາ​ໄປ​ໄດ້​ງ່າຍ.

No comments:

Post a Comment