Ad

Ad

25 April 2013

ການຄ້າແຂວງຈຳປາສັກຈະເລັ່ງຄວບຄຸມລາຄາເກັບຊື້ກາເຟຂອງຊາວສວນ



      ພະແນກອຸດສະຫະກຳ ແລະ ການ ຄ້າແຂວງຈຳປາສັກ,ໄດ້ຊີ້ແຈງກ່ຽວ ກັບການກວດກາລາຄາ ເກັບຊື້ໝາກ ກາເຟພາຍ ໃນແຂວງຕົນ, ພາຍຫລັງມີຊາວສ່ວນຈຳນວນບໍ່ໜ້ອຍໄດ້ສະເໜີ ໃຫ້ພາກສ່ວນກ່ຽວຂ້ອງຊ່ວຍແກ້ໄຂບັນຫາລາຄາໝາກ ກາເຟຕົກຕ່ຳແຮງຈາກກິໂລລະ 4000 - 5000 ກີບ ລົງ ມາເຫລືອພຽງປະມານ 2000 ກີບຕໍ່ ກິໂລກລາມ.
        ພະແນກດັ່ງກ່າວໃຫ້ຮູ້ວ່າ: ຜ່ານ ມາເບື້ອງລັດຖະບານ ກໍຄືອຳນາດ ການປົກຄອງທ້ອງຖິ່ນຍາມໃດ ກໍໄດ້ຖືສຳຄັນຕໍ່ການ ສົ່ງເສີມການຜະລິດກາເຟໃຫ້ກາຍເປັນສີນຄ້າ ແລະ ເປັນ ວຽກບູລິມະສິດຂອງແຂວງໃນການ ພັດທະນາເສດຖະກິດ-ສັງຄົມ ໂດຍ ໄດ້ມີການຈັດສັນ,ແບ່ງເຂດທີ່ດິນໂດຍ ສະເພາະເຂດພູພຽງບໍລິເວນ ຊຶ່ງມີພູມອາກາດ ແລະ ດິນເໝາະສົມຕໍ່ການປູກກາ ເຟ ແລະ ມາຮອດປັດຈຸບັນ, ແຕ່ລະປີແຂວງຈຳປາສັກສາມາດຜະລິດກາເຟໄດ້ປະມານ 20- 30 ພັນ ກວ່າໂຕນ ແລະ ມີມູນຄ່າ ການສົ່ງອອກບໍ່ຕ່ຳກວ່າ 60 ລ້ານກວ່າໂດ ລາສະຫະລັດແຕ່ທຽບໃສ່ທ່າແຮງ ແລະຄວາມອາດສາມາດບົ່ມຊ້ອນ ຂອງການປູກ ກາເຟຢູ່ແຂວງຂອງ ຕົນແລ້ວແມ່ນມີປະມານ 1 ແສນ ກວ່າເຮັກຕາ ໝາຍວ່ານຳໃຊ້ແລ້ວ ພຽງແຕ່ 42%ເທົ່ານັ້ນຄື,ໃນສົກປີ 2010-2011 ທົ່ວແຂວງມີເນື້ອທີ່ ສວນກາເຟໃຫ້ໝາກ 29 ພັນກວ່າ ເຮັກຕາ ແລະ ໃຫ້ຜົນຜະລິດໄດ້ 32 ພັນກວ່າໂຕນ ຖ້າ ຫາກນຳໃຊ້ເຕັມ ຄວາມອາດສາມາດຂອງເນື້ອທີ່ ຈະມີຜົນຜະລິດກາເຟເປັນສີນຄ້າ ໃນລະດັບ 2 ແສນໂຕນຕໍ່ປີຂຶ້ນໄປ ແລະ ມີມູນຄ່າການສົ່ງອອກແຕ່ 900 ຫາ 1 ຕື້ໂດລາສະຫະລັດ.

       ນັບແຕ່ປີ 2005-2012 ເປັນ ຕົ້ນມາ,ການລົງທຶນປູກກາເຟມີ  60 ກວ່າໂຄງການ,ໃນນັ້ນການລົງທຶນຂອງເອກະຊົນ ພາຍໃນມີ 20 ໂຄງການ ແລະ ຕ່າງປະເທດ 40 ໂຄງການໂດຍການລົງທຶນ ທັງໝົດ 364 ຕື້ກວ່າກີບ
         ພະແນກດັ່ງກ່າວໃຫ້ຮູ້ວ່າ: ປັດຈຸບັນ,ການເກັບຊື້ກາເຟໝາກ ແດງນຳຊາວສວນຢູ່ລະຫວ່າງ 2700 - 3000 ກີບຕໍ່ກິ ໂລ, ໃນນີ້ ການເກັບຊື້ຂອງກຸ່ມບໍລິສັດດາວເຮືອງ ໂດຍສະເລ່ຍເກັບຊື້ ແມ່ນ 3.050 ກີບຕໍ່ກິໂລ ເຊິ່ງເປັນ ລາຄາທີ່ແພງກວ່າ ບໍລິສັດອື່ນ. ເວົ້າລວມການເກັບຊື້ກາເຟແຕ່ລະບໍລິສັດແມ່ນມີຄວາມຫຍຸ້ງຍາກສັບສົນຫລາຍເປັນຕົ້ນແມ່ນກຳ ລັງທຶນທີ່ບໍ່ພຽງ ພໍໃນການໝູນວຽນ ຮັບຊື້ຜົນຜະລິດຈາກຊາວ ສວນ ແລະ ອີກດ້ານໜຶ່ງ,ກາເຟທີ່ເກັບຊື້ໄປຜ່ານຂະບວນການຜະລິດຕາກ ແຫ້ງແລ້ວບໍ່ໄດ້ຈຳໜ່າຍ ຍ້ອນແຕ່ລະບໍລິສັດຍັງບໍ່ສາມາດ ເຂົ້າເຖິງຕະຫລາດກາເຟທີ່ແນ່ນອນເທື່ອຈຶ່ງເກີດບັນຫາຂາດສະ ພາບຄ່ອງທາງຖານະການເງິນ, ບາງບໍລິສັດແມ່ນຊື້ຜົນຜະລິດ ໂດຍການຕິດໜີ້.
        ແຕ່ເຖິງແນວໃດກໍຕາມ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກໄດ້ຖືສຳຄັນຕໍ່ການປະຕິບັດແຜນຍຸດທະ ສາດການຜະລິດກາເຟເປັນທ່າແຮງ ຂອງແຂວງເປັນບັນຫາສຳຄັນ ໂດຍຈະສຸມໃສ່ຄຸ້ມຄອງລາຄາ ເກັບຊື້ໃຫ້ຄ່ອງໂຕ ເພື່ອສາ ມາດກະຕຸກຊຸກຍູ້ການຜະລິດຂອງຊາວສວນໃຫ້ຂະຫຍາຍຕົວແລະສາມາດຕອບສະໜອງຄວາມຕ້ອງການຊື້ຂອງຕະຫລາດໂລກແມ່ນ ນັບມື້ດີຂຶ້ນ,ແຕ່ບັນຫາສຳຄັນໃນ ໄລຍະຍາວຂະແໜງການທີ່ກ່ຽວ ຂ້ອງຕ້ອງໄດ້ສຸມໃສ່ພັດທະນາກາເຟລາວໃຫ້ມີຄຸນ ນະພາບໂດຍເລີ່ມຈາກການພັດທະນາແນວພັນ, ການສຳຫລວດວິໄຈດິນ ແລະ ການນຳໃຊ້ຝຸ່ນໃຫ້ຖືກຕ້ອງລວມເຖິງແນະນ ຳເຕັກນິກການຜະລິດເພື່ອເຮັດໃຫ້ຜົນຜະລິດຫລາຍ ຂຶ້ນ.

No comments:

Post a Comment