Ad

Ad

25 April 2013

ລັດວິສາຫະກິດນ້ຳປະປານະຄອນຫລວງຊີ້ ແຈງບັນຫາຂາດແຄນນ້ຳໃນປັດຈຸບັນ ແລະ ພວມເລັ່ງແກ້ໄຂຕາມ ຄວາມອາດສາມາດ



            ພາຍຫຼັງຫຼາຍພື້ນທີ່ໃນນະຄອນຫຼວງວຽງຈັນ ປະສົບກັບບັນຫານ້ຳປະປ າມາບໍ່ປົກ ກະຕິເປັນເວລາ ຫຼາຍເດືອນ ຫຼື ມາກໍບໍ່ພຽງ ພໍກັບຄວາມຕ້ອງການເຊິ່ງ ໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ໃນຂະນະທີ່ຄວາມ ຕ້ອງການນຳໃຊ້ ນ້ຳໃນ ໄລຍະລະດູຮ້ອນເພີ່ມຂຶ້ນ. ຕໍ່ບັນຫາດັ່ງກ່າວ ທາງພາກສ່ວນກ່ຽວຂ້ອງກໍໄດ້ອອກມາ ຊີ້ແຈ້ງວ່າ: ສະພາບດັ່ງກ່າວ ແມ່ນ ເນື່ອງຈາກບໍລິມາດການຜະລິດບໍ່ສາມາດ ຕອບສະ ໜອງໄດ້ຕາມຄວາມ ຕ້ອງການໃນຂະນະທີ່ງົບປະມານໃນການຂະຫຍາຍກຳລັງການ ຜະລິດນ້ຳປະປາກໍມີຂີດຈຳກັດ.
          ທ່ານ ຄຳເຜີຍ ວົງສາຄຳຜຸຍ ຜູ້ອຳນວຍ ການໃຫຍ່ ລັດວິສາຫະກິດນ້ຳປະປ ານະຄອນຫຼວງວຽງຈັນ ໃຫ້ສຳພາດຕໍ່ສື່ ມວນຊົນວ່າ: ສາ ເຫດເຮັດໃຫ້ການສະໜອງນ້ຳບໍ່ພຽງພໍກັບ ຄວາມຕ້ອງການໃນໄລຍະ ຜ່ານມານັ້ນ ເນື່ອງຈາກບໍ່ລິມາດການ ຜະລິດນ້ຳປະປາຢູ່ນະຄອນຕ່າງໆໃນນະຄອນຫຼວງກໍນັບມື້ ນັບເພີ່ມຂຶ້ນສິ່ງດັ່ງກ່າວໄດ້ມີ ການນຳໃຊ້ນ້ຳເພີ່ມຂຶ້ນເກີນກວ່າຂີດ ຄວາມສາມາດຂອງການຜະ ລິດ.
         ຜູ້ອຳນວຍການໃຫຍ່ລັດ ວິສາຫະກິດນ້ຳປະປາ ກ່າວວ່າ: ປັດຈຸບັນຢູ່ນະຄອນຫຼວງວຽງຈັນມີໂຮງງານຜະລິດນ້ຳປະປາ ທັງໝົດ 4 ແຫ່ງຄື ຢູ່ຈີ່ນາຍໂມ້, ເກົ້າ ລ້ຽວ, ດົງໝາກຄາຍ ແລະ ຢູ່ດົງ ບອງ ເຊິ່ງມີບໍລິມາດການຜະລິດ ລວມທັງໝົດ
180.000 ແມັດກ້ອນ ແຕ່ໃນຂະນະດຽວກັນນັ້ນ,ຄວາມ ຕ້ອງການຂອງສັງຄົມພັດມີຫຼາຍ ເຖິງ 300.000 ກວ່າແມັດກ້ອນ ແລະ ໂຄງການພັດທະນາຕົວ ເມືອງຕ່າງໆກໍນັບມື້ນັບເພີ່ມ ຫລາຍຂຶ້ນ ໝາຍວ່າໃນປັດຈຸບັນ ການສະໜອງນ້ຳປະປາຢູ່ໃນນະ ຄອນຫຼວງວຽງຈັນປະຕິບັດໄດ້ ພຽງ 70% ເທົ່ານັ້ນ.ດັ່ງນັ້ນຈຶ່ງ ເປັນຕົ້ນເຫດເຮັດໃຫ້ເຂດຊານ ເມືອງ,ເຂດຄຸ້ມບ້ານ ແລະ ເຂດ ທີ່ສູງເກີດການຂາດເຂີນນ້ຳເພີ່ມຂຶ້ນບວກກັບຄວາມຕ້ອງ ການຊົມໃຊ້ນ້ຳໃນລະດູຮ້ອນເພີ່ມ ຂຶ້ນ.ນອກນັ້ນບາງເຂດກໍໄດ້ຮັບ ຜົນກະທົບຈາກໂຄງການກໍ່ສ້າງຕ່າງໆເປັນຕົ້ນ: ໂຄງການກໍ່ສ້າງ ຖະໜົນຫົນທາງ ແລະ ຕຶກອາຄານຕ່າງໆ ເຊິ່ງທາງລັດວິສາ ຫະກິດນ້ຳປະປາເອງກໍມັກປະສົບກັບບັນຫາເລື້ອຍໆ ອັນເນື່ອງມາຈາກ ຄວາມຂາດເຂີນງົບປະມານ ແລະ ນອກນັ້ນ ຜູ້ໃຊ້ບໍລິ ການບາງຄອບຄົວກໍບໍ່ມີຄວາມຕື່ນຕົວຕໍ່ການຊຳລະຄ່ານ້ຳປະປາຕາມທີ່ໄດ້ກຳນົດໄວ້ ຈຶ່ງສົ່ງຜົນໃຫ້ທາງລັດວິສາຫະກິດ ປະສົບກັບບັນຫາການລະດົມທຶນເຂົ້າໃນການກໍ່ສ້າງ ແລະ ຂະຫຍາຍກຳລັງການຜະລິດມີຈຳກັດ.
         ເຖິງແນວໃດກໍຕາມເພື່ອແກ້ໄຂບັນຫາດັ່ງກ່າວ,ປັດຈຸບັນທາງ ລັດວິສາຫະກິດກໍໄດ້ມີຫຼາຍກິດຈະກຳທີ່ພວມປະ ຕິບັດຢູ່ ເຊິ່ງມີແຜນຈະຂະຫຍາຍກຳລັງການຜະລິດໃຫ້ຫລາຍຂຶ້ນ ເພື່ອສາມາດ ສະໜອງນ້ຳປະປາຢູ່ໃນນະຄອນ ຫຼວງວຽງຈັນ ໄດ້ພຽງ ພໍໂດຍທາງລັດວິສາຫະກິດໄດ້ຮັບເງິນກູ້ຢືມຈາກ ສປ ຈີນ ແລະ ບາງ ໂຄງການກໍໄດ້ຮັບການຮ່ວມມື ຈາກອົງການຈັດຕັ້ງ ສາ ກົນຕ່າງໆ ເຊັ່ນ: AFD, JICA, ATMF ແລະ ບັນດາປະເທດອ້ອມຂ້າງ. ສ່ວນ ບັນຫານ້ຳໃຊ້ບໍ່ພຽງພໍຢູ່ເຂດ ໂຮງ ໝໍ 150 ຕຽງນັ້ນ, ທາງໜ່ວຍງານທີ່ກ່ຽວຂ້ອງກໍໄດ້ລົງໄປກວດກາ ແລ້ວ ແລະ ເຫັນວ່າເຂດດັ່ງກ່າວ ເປັນເຂດສູງຈຶ່ງເຮັດໃຫ້ການກະ ຈາຍນ້ຳບໍ່ທົ່ວເຖິງ ແລະ ພຽງພໍ ແລະ ທາງລັດວິສາຫະກິດກໍມີ ແຜນການທີ່ຈະແກ້ໄຂໃນໄວໆນີ້. ຜູ້ອຳນວຍການ ຍັງຮຽກຮ້ອງ ມາຍັງປະຊາຊົນ ແລະ ອົງການຈັດຕັ້ງຕ່າງໆຈົ່ງຊ່ວຍກັນປະຢັດນ້ຳ ແລະ ນຳໃຊ້ນ້ຳໃຫ້ເກີດປະໂຫຍດສູງສຸດ, ຊ່ວຍຊຳລະຄ່າ ນ້ຳຕາມວັນເວລາທີ່ໄດ້ກຳນົດໄວ້ ແລະ ສຳລັບໂຄງການກໍ່ສ້າງຕ່າງໆ ຫາກມີກິດຈະກຳໃດທີ່ອາດສົ່ງຜົນກະທົບຕໍ່ລະບົບນ້ຳປະ ປາ ໂດຍສະເພາະແມ່ນທໍ່ນ້ຳກໍໃຫ້ມີ ງົບປະມານເປັນຂອງຕົນເອງໃນ ການຍ້າຍທໍ່ອອກຈາກບໍລິເວນກໍ່ສ້າງໃຫ້ຮັບປະກັນຫາກ ເຫັນທໍ່ນ້ຳປະປາແຕກ ຫຼື ຮົ່ວໄຫຼຂໍໃຫ້ແຈ້ງຕໍ່ພະນັກງານພາກສ່ວນກ່ຽວຂ້ອງຮັບຊາບໂດຍໄວເພື່ອຈະມີວິທີການແກ້ໄຂຢ່າງ ທັນການ.

No comments:

Post a Comment