Ad

Ad

25 April 2013

ຍີ່່ປຸ່ນລົງທຶນສ້າງໂຮງງານຜະລິດອາໄຫລ່ລົດຢູ່ແຂວງສະຫວັນນະເຂດ



       ກຸ່ມ​ບໍລິສັດ BMM ສປປ.ລາວ ​ແລະ ບໍລິ ສັດ ASAHI Tec corporation ແຫ່ງ​ປະ​ເທດ​ຍີ່ປຸ່ນ​ໄດ້​ເຊັນ​ສັນຍາ​ຮ່ວມ​ທຸລະ​ກິດ​ສ້າງຕັ້ງ​ໂຮງງານ​ຜະລິດ​ຊິ້ນສ່ວນ​ພາຫະນະ​ເບົາ​ດ້ວຍ​ການ​ຫລໍ່​ເບົ້າ​ອາ​ລູມີ​ນຽມ​ແຮງ​ດັນ​ສູງ​,ຢູ່​ເຂດ​ເສດຖະ ກິດ​ພິ​ເສດສະ ຫວັນ-​ເຊ​ໂນ,  ​ແຂວງສະ ຫວັນ​ນະ​ເຂດ ສປປ.ລາວ ​ເພື່ອ​​ຕອບ​ສະໜອງ​ຄວາມ​ຕ້ອງການ​ຜະລິດ​ຕະພັນ​ໃຫ້​ຜູ້​ຜະລິດ​ພາ ຫະນະ ລາ​ຍຕ່າງໆ​ຢູ່​ປະ​​ເທດ​ໄກ້​ຄຽງ ສປປ.ລາວ ​​ແລະ ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ປັດຈຸ​ບັນພວມ​ເພີ່ມ​ຂຶ້ນຢ່າງ​ກວ້າງ​ຂວາງ. ການ​ກໍ່ສ້າງ​ໂຮງງານ​ດັ່ງກ່າວ​ຈະ​ເປັນຄັ້ງປະຫວັດສາດ​ຢູ່ ສປປ. ລາວ ມີ​ການ​ດຳ​ເນີນ​ອຸດ​ສາຫະ​ກຳ​ການ​ຜະລິດ​ຊິ້ນສ່ວນ ພາຫະ ນະ​ເບົາ​​ໂດຍ​ການ​ຫລໍ່​ເບົ້າ​ອາ​ລູມີ​ນຽມໃຊ້​ແຮງ​ດັນ​ສູງ, ຄາດ​ວ່າ​ຈະ​ນຳ​ໃຊ້ງົບປະມານ​ໃນ​ການ​ກໍ່ສ້າງ​ 1.600 ກວ່າລ້ານ​ບາດ (ສະ ກຸນ​ເງິນ​ໄທ) ຫລື 5.100 ກວ່າລ້ານ​ເຢນ (ສະກຸນ​ເງິນ​ຍີ່ປຸ່ນ)  ​ແລະ ຈະ​ເລີ່ມລົງມື​ກໍ່ສ້າງ​​ໂຮງງານ​ດັ່ງກ່າວ​ໃນ​ກາງ​ເດືອນ ພຶດສະ ພາ 2013 ນີ້ ແລະ ຄາດ​ວ່າ​ຈະ​ເລີ້ມຜະລິດ​ໃນ​ປີ 2016, ​ໂຮ​ງ ງານ​ຜະລິດ​ຊິ້ນສ່ວນ​ພາຫະ​ນານີ້ຈະ​ໃຊ້​ແຮງ​ງານ ເກືອບ 400  ຄົນ​​ໃນ​ນັ້ນ​ແຮງ​ງານ​ລາວ​ປະມານ 80% ມີນັກວິຊາການ​ຈາກ​ປະ​ເທດ​ໄທ ແລະ ປະ​ເທດ​ຍີ່ປຸ່ນ ແລະ ຈະ​ສາມາດ​ຜະລິດ​ໄດ້ 610​ໂຕນ/​ເດືອນ.

          ພິທີ​ເຊັນ​ສັນຍາ​ຮ່ວມ​ທຸລະ​ກິດ​ລະຫວ່າງ​ກຸ່ມ​ບໍ​ລະ​ສັດ BMM ແລະ ບໍ​ລັດ ASAHI TEC ສ້າງ ຕັ້ງ​ໂຮງງານ​ຜະລິດ​ຊິ້ນສ່ວນ​ພາ ຫະນະ​ເບົາ​ໂດຍ​ການ​ຫລໍ່​ເບົ້າອາ​ລູມີ​ນຽມຄວາມດັນ​ສູງ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ເມສາ 2013 ຢູ່​ທີ່​ໂຮງ​ແຮມ​ລາວ​ພ​ລາຊາ ນະຄອນ ຫລວງ​ວຽງ​ຈັນ​ ລະຫວ່າງ​ ທ່ານ ພິສິດ ບັນ​ຍາ​ດິດ ປະທານ​ກຸ່ມ​ບໍລິສັດ BMM ແຫ່ງ ສປປ. ລາວ ​ແລະ ທ່ານ ໂຊອີ​ໂຈໂຣ ອີຣີມຈີ​ໂຣ ປະທານ​ກຳມະການ​ບໍລິສັດ ASAHI TEC ແຫ່ງ​ ປະ​ເທດ​ຍີ່ ປຸ່ນ,ມີ​ບັນດາ​ຜູ້​ອຳນວຍ​ການ, ຮອງ​ອຳ ນວຍ​ການ​ຂອງ​ທັງ​ສອງ​ບໍລິສັດ, ​ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິບານ​ຂອງ ທ່ານ ດຣ. ນາມ ​ວິ​ຍະ​ເກດ ລັດຖະມົນຕີ​ວ່າການ​ກະຊວງ​ອຸດ​ສາຫະ​ກຳ- ການ​ຄ້າ, ທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ແລະ ການ​ລົງທຶນ, ທ່ານ ໄກ ສອນ  ຄຸນ​ລາດ​ສຸວັນນະ​ວົງ, ຮອງ​ເຈົ້າ​ແຂວງ​ສະຫວັນ​ນະ​ເຂດ, ພ້ອມ​ດ້ວຍ​ບັນດາ​ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າຮ່ວມຈຳນວນ ໜື່ງ.

No comments:

Post a Comment