Ad

Ad

26 April 2013

ແຂວງຫົວພັນກຽມສະຫລອງວັນ ປົດປ່ອຍຊຳເຫນືອຄົບຮອບ 60 ປີ



    ປັດຈຸບັນ, ຄະນະພັກ, ອຳນາດ ການປົກຄອງຂັ້ນແຂວງ ແລະ ຂັ້ນເມືອງໃນທົ່ວແຂວງ ພວມຂຸ້ນ ຂ້ຽວກະກຽມ ເພື່ອຈັດ ກອງປະຊຸມສຳມະນາວິທະຍາສາດຢູ່ຖ້ຳ ຊ້າງລອດ ເມືອງວຽງໄຊ ແລະ ພິ ທີສະເຫລີມສະຫລອງບັ້ນຮົບປົດ ປ່ອຍຊຳເໜືອ ຄົບຮອບ 60 ປີ (5 ພຶດສະພາ 1953 - 5 ພຶດສະພາ 2013) ຢູ່ເທສະບານເມືອງຊຳ ເໜືອ ໂດຍໄດ້ແຕ່ງຕັ້ງບັນດາອະ ນຸກຳມະ ການຮັບຜິດຊອບ ແລະ ມອບໜ້າທີ່ໃຫ້ທຸກພາກສ່ວນ.
    ທ່ານ ຄຳວອນ ເພັງສະຫວັດ ຄະນະໂຄສະນາອົບຮົມແຂວງຫົວ ພັນ ໃຫ້ຮູ້ວ່າ: ກອງປະຊຸມສຳມະນາວິທະຍາສາດ ຢູ່ເມືອງ ວຽງໄຊ ຈະຈັດຂຶ້ນໃນວັນທີ 3 ພຶດສະພາ 2013 ເຊິ່ງຈະມີຜູ້ແທນຈາກຂັ້ນ ສູນກາງ, ຂັ້ນແຂວງ, ບັນດາ ເມືອງທົ່ວແຂວງ. ມີການນຳບັນດາແຂວງທົ່ວປະເທດ, ແຂວງ ແຮກສ່ຽວຈາກ ສສ ຫວຽດນາມ ເຂົ້າຮ່ວມຫລາຍກວ່າ 200 ທ່ານ. ໃນ ກອງປະ ຊຸມຈະໄດ້ຈັດສຳມະ ນາມູນເຊື້ອປະຫວັດສາດບັ້ນຮົບປົດປ່ອຍຊຳເໜືອ ໃນປີ 1953 ລະ ຫວ່າງຄະນະພັກແຂວງຫົວພັນ ກັບ ການຊີ້ນຳກຳລັງປະກອບອາວຸດ, ການສຶກສາອົບຮົມການ ເມືອງແນວຄິດໃຫ້ພະນັກງານນັກ ຮົບ, ວຽກງານຮັບປະກັນພະລາທິ ການກັບທີ່, ການຊີ້ນຳຂອງສູນກາງພັກກອມມູນິດອິນດູຈີນຕໍ່ລັດຖະບານລາວຕໍ່ຕ້ານ ແລະ ແນວ ລາວອິດສະລະນຳພາ ປະຊາ ຊົນລາວບັນດາເຜົ່າພາກເໜືອ, ພາກກາງຕໍ່ສູ້ກັບພວກລ່າເມືອງຂຶ້ນຝຣັ່ງ, ການນຳໃຊ້ສິລະປະຍຸດ- ຍຸດທະວິທີໃນບັ້ນຮົບຂອງ ກອງທັບລາວອິດສະລະ, ບາງບົດຮຽນ ທີ່ໝູນໃຊ້ເຂົ້າໃນການກໍ່ສ້າງກອງ ທັບປະຊາຊົນລາວໃນປັດຈຸບັນ ແລະ ເອກະສານທີ່ ມີຫົວຂໍ້ວ່າ: ບັນດາໄຊຊະນະພາກເໜືອລາວປີ 1953 ຍັງຈົດຈຳຢູ່ໃນໃຈຕະຫຼອດ ມາ. ພ້ອມນີ້ ຍັງຈະໄດ້ຈັດງານລະ ນຶກວັນ ປົດປ່ອຍຊຳເໜືອຢູ່ເມືອງ ວຽງໄຊ, ມອບຫລຽນກາລະນຶກ ວັນປົດປ່ອຍຊຳເໜືອໃຫ້ຈຳນວນ 510 ທ່ານ ທີ່ມີຜົນງານດີເດັ່ນປະ ກອບສ່ວນເຂົ້າໃນຂະບວນການຕໍ່ ສູ້ຕ້ານພວກຮຸກຮານ ເພື່ອປົດ ປ່ອຍແຂວງຫົວພັນ.

    ສຳລັບພິທີໂຮມຊຸມນຸມສະ ເຫລີມສະຫລອງໃຫຍ່ຈະຈັດຂຶ້ນ ຢູ່ເທສະບານເມືອງຊຳເໜືອ ໃນ ວັນທີ 4 ພຶດສະພາ 2013 ຖືເປັນ ວັນທີ່ຊາວແຂວງຫົວພັນທຸກທົ່ວ ໜ້າເອກອ້າງທະນົງໃຈ ແລະ ປິຕິ ຊົມຊື່ນໃນທ່າມກາງທີ່ທົ່ວພັກ, ທົ່ວກອງທັບ ແລະ ປວງຊົນ ແຂວງຫົວພັນ ພວມອອກແຮງ ແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ກໍຄືມະຕິ VIII ຂອງອົງ ຄະນະພັກແຂວງຫົວພັນ.
    ໃນພິທີສະເຫລີມສະຫລອງ ຄາດວ່າຈະມີແຂກຖືກເຊີນ ແລະ ມວນຊົນພາຍໃນເທສະບານ ເມືອງຊຳເໜືອເຂົ້າຮ່ວມຫລາຍ ກວ່າ 3.000 ຄົນ ແລະ ຈະໄດ້ຮັບ ຟັງບົດປາໄສຈາກ ສະຫາຍ ຄຳ ຮຸ່ງ ເຮືອງວົງສີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ; ຈະໄດ້ຮັບຟັງບົດ ຫວນຄືນມູນເຊື້ອ 60 ປີ ແຫ່ງ ການຕໍ່ສູ້ປົດປ່ອຍຫົວພັນ, ຊົມການເດີນສວນສະໜາມ ຂອງກ້ອນກຳລັງທີ່ມາຈາກພາກສ່ວນຕ່າງໆ, ຮັບຊົມການສະແດງສິລະປະວັນນະຄະດີ, ກິລາ, ຊົມຮູບ ພາບມູນເຊື້ອການຕໍ່ສູ້ ກູ້ຊາດໃນເມື່ອກ່ອນ ແລະ ກິດຈະກຳອື່ນໆ.

No comments:

Post a Comment