Ad

Ad

26 April 2013

ບັນຫາດ່ວນຄວນແກ້ໃນວົງການສື່ ( ຄໍລຳ ບັນຫາຈານແຍ່ )



     ຕອນເຊົ້າວັນທີ 24 ເມສາ ທີ່ ຫາກໍຜ່ານໄປໝາດໆນີ້, ຈານແຍ່ ມີໂອກາດນັ່ງປຶກສາຫາລືກັບບັນ ນາທິການໃຫຍ່ ພ້ອມ ດ້ວຍຄະນະຂອງໜັງສືພິມລາຍວັນສະບັບໜຶ່ງ ເຊິ່ງມີຄົນຕິດໃຈອ່ານງອມແງມ ກັນເຕັມບ້ານເຕັມເມືອງ, ແຕ່ປານ ນັ້ນ ຫົວ ຂໍ້ທີ່ເອົາມາໂອ້ລົມພັນເຕກັນກໍຍັງແມ່ນ “ຈະປັບປຸງເນື້ອ ໃນແນວໃດ ຈຶ່ງຈະເຮັດໃຫ້ຄົນຕິດໃຈອ່ານ ແລະ ສາມາດແກ້ງແຍ່ງ ແຂ່ງຂັນໃນຍຸກເຕັກໂນໂລຊີຂໍ້ມູນ ຂ່າວສານໄຮ້ພົມແດນຄືແນວນີ້ ?”.
    ຄຳຖາມນີ້ຍາວຂ່າສອກ, ແຕ່ ທາງອອກນັ້ນມີເວລາລົມກັນບໍ່ ເຖິງ 40 ນາທີ. ນັ່ງຮ່ວມວົງ “ນ້ຳ ລາຍ” ນຳກັນກໍມີນັກຂຽນ ມືເພັດ, ເຈົ້າຂອງບົດປະເພດແສບໆຄັນໆ, ນັກກະວີລະດັບປະລິນຍາ ແລະ ມື ກາຕູນຄົມດາບ, ເຫັນແລ້ວໄດ້ທັງສຽງຫົວ ແລະ ຂໍ້ຄິດສະກິດຂ້າງ.
    ຫລາຍບັນຫາຖືກຍິບຍົກຂຶ້ນມາແລກປ່ຽນລວມທັງບັນຫາຊ້ຳ ຊ້ອນຊ້ຳຊາກໃນການລົງບົດ ເລື່ອງ-ບົດຄວາມບົດດຽວ ໃນໜັງສືພິມຫລາຍສະບັບໂດຍມີຜູ້ບອກ ວ່າ: ນີ້ເປັນບັນຫາໜຶ່ງທີ່ເຮັດໃຫ້ ເນື້ອໃນໜັງສືພິມໜ້າເບື່ອ.
    ເນື່ອງຈາກວ່າບັນຫານີ້ບໍ່ມີເວ ລາເວົ້າກັນລະອຽດ. ດັ່ງນັ້ນ, ຈານແຍ່ຈຶ່ງຂໍນຳເວົ້າໃນບົດນີ້ ຕາມຄວາມເຫັນສ່ວນໂຕ.
    ການທີ່ເຈົ້າຂອງບົດຄົນໃດຄົນ ໜຶ່ງຂຽນບົດຄວາມ ຫລື ບົດ ເລື່ອງບົດດຽວແລ້ວສົ່ງຊະໄປລົງ ໜັງສືພິມຫລາຍສະບັບນັ້ນ ມີ ໃຫ້ເຫັນຫລາຍໃນປັດຈຸບັນ ຈົນເຖິງ ຂັ້ນມີໜັງສືພິມບາງສະບັບບອກ ວ່າ: ຈະບໍ່ຍອມຮັບອີກແລ້ວ. ໜັກໄປກວ່ານັ້ນມີບາງ ທ່ານບອກວ່າ: ເຈົ້າຂອງບົດປະເພດນັ້ນເປັນຄົນ ເຫັນແກ່ໂຕ, ຕ້ອງການຄ່າປາກ ກາຈາກໜັງສືພິມຫລາຍສະບັບສຳລັບບົດໆ ດຽວ. ຄຳເຫັນທັງ ໝົດທີ່ໄດ້ຟັງມານັ້ນເຫັນວ່າຄວນພິຈາລະນາກັນຢ່າງຈິງຈັງ, ແຕ່ພ້ອມດຽວກັນຈານແຍ່ກໍຢາກຂໍບິ ແບ່ງຂໍ້ຄິດທີ່ຕົນໄດ້ເກັບຫ້າເກັບ ສິບມາຈາກຄົນໃນຕຳແໜ່ງ ບ.ກ ແລະ ເຈົ້າຂອງບົດຈຳນວນໜຶ່ງທີ່ ນິຍົມ “ສົ່ງຊະ”.

    ເຈົ້າຂອງບົດຫລາຍຄົນບອກ ວ່າ: ທີ່ຂຽນບົດດຽວແລ້ວສົ່ງຊະ ໃຫ້ໜັງສືພິມຫລາຍສະບັບນັ້ນ ກໍ ເພື່ອໃຫ້ຫລາຍຄົນ ໄດ້ອ່ານເພາະບໍ່ມີໃຜດ໋ອກສາມາດຈອງໜັງສື ພິມທຸກສະບັບມາອ່ານ. ດັ່ງນັ້ນ, ຖ້າມີໂອກາດພິມບົດລົງໃນທຸກສະບັບ ແນ່ນອນ ບໍ່ວ່າໃຜຈະຈອງໜັງ ສືພິມສະບັບໃດ ກໍຄົງຈະໄດ້ອ່ານ ບົດຂອງຕົນ. ເຈົ້າຂອງບົດອີກຈຳ ນວນໜຶ່ງບອກວ່າ: ການສົ່ງຊະ ບົດ ດຽວໃຫ້ຫລາຍບ່ອນນັ້ນ ແມ່ນ ເພື່ອ “ຂ້າມເໜືອ ເພື່ອຕົກໃຕ້” ຖ້າ ບໍ່ໄດ້ລົງພິມບ່ອນໜຶ່ງ ກໍຄົງໄດ້ອີກ ບ່ອນອື່ນ. ເລື່ອງວ່າ ເຈົ້າ ຂອງບົດຕ້ອງການ “ເງິນ” ຢ່າງດຽວຈຶ່ງ ສົ່ງບົດໆດຽວໄປລົງຫລາຍບ່ອນ ນັ້ນ, ຈານແຍ່ບໍ່ໄດ້ຄຳຕອບ ເປັນກອບເປັນກຳ, ຖ້າມີ ແທ້ເຈົ້າຂອງບົດຄົນນັ້ນຄົງບໍ່ແມ່ນນັກຂຽນແທ້ ແລະ ເຂົາກໍຄົງໄປບໍ່ໄດ້ເຍືອ. “ນັກຂຽນ” ປະເພດນີ້ ບັນດາ ບ.ກ ບໍ່ ຄວນເອົາ ມາເປັນເພື່ອນເປັນເພື່ອນຕາຍເລີຍ.
    ຈານແຍ່ວ່າ: ຊ່ອງທາງຈຳກັດ ແລະ ກຳຈັດບັນຫາບົດດຽວ, ແຕ່ ສົ່ງໄປລົງພິມຫລາຍບ່ອນນີ້ ຄວນ ເບິ່ງໃຫ້ເລິກ ເພາະບາງ ບົດສາມາດລົງພິມໄດ້ຫລາຍບ່ອນ ໂດຍ ສະເພາະບົດກ່ຽວກັບບັນຫາ ລວມ, ກ່ຽວກັບເຫດການສຳຄັນ, ບົດທີ່ມີເນື້ອໃນຊີ້ນຳ ຂອງທາງ ການ. ດັ່ງນັ້ນ ຈຶ່ງຄວນຈຳແນກ ປະເພດບົດໃຫ້ຄັກໆ. ໃນການແກ້ ໄຂບັນຫາຊ້ຳຊາກໃນການອອກ ບົດນັ້ນ, ເຈົ້າຂອງ ບົດ ແລະ ບ.ກ ລ້ວນແຕ່ມີພູດຄວາມຮັບຜິດຊອບ ຂອງຕົນເຊັ່ນ: ເຈົ້າຂອງບົດຄວນ ສຶກສາຈຸດພິເສດ ແລະ ເປົ້າໝາຍສະ ເພາະຂອງແຕ່ລະໜັງສືພິມໃຫ້ ດີ, ກຳໃຫ້ໄດ້ວ່າ: ແຕ່ລະໜັງສືພິມ ນັ້ນມີຄໍລຳໃດແດ່, ຂະໜາດຂອງ ແຕ່ລະຄໍລຳຍາວສັ້ນສ່ຳໃດ, ຈຸດພິ ເສດໃນການໃຊ້ສຳນວນພາສາ ຂອງໜັງສືພິມນັ້ນໆເດມີແນວໃດ. ນອກນັ້ນ ເຈົ້າຂອງບົດບໍ່ຄວນບີບ ບ.ກ ຈົນເກີນໄປ. ສ່ວນພູດຂອງ ບ.ກ ນັ້ນ ກ່ອນອື່ນໝົດຕ້ອງມີກົນ ໄກປະສານງານທີ່ດີກັບເຈົ້າຂອງ ບົດ, ແຈ້ງຈຸດປະສົງ, ຈຸດພິເສດ ຂອງໜັງ ສືພິມພ້ອມທັງແຜນເນື້ອ ໃຫ້ຜູ້ຂຽນເປັນປະຈຳ, ຖ້າເປັນໄປ ໄດ້ ຄວນແຈ້ງຫາງສຽງຂອງຜູ້ ອ່ານຕໍ່ບົດຄວາມຂອງຜູ້ຂຽນວ່າ ມີແນວໃດ. ສິ່ງທີ່ແຕ່ລະໜັງສືພິມ ຄວນຫລີກເວັ້ນ ກໍຄືພະຍາດເກັບ ບົດໄວ້ລີ້ນຊັກແລ້ວກໍມິດຊ້ອຍມ້ອຍ. ຈານແຍ່ວ່າ: ແກ້ແນວນີ້, ສະພາບຊ້ຳຊາກໃນການອອກບົດ ຄົງສຸດສ້ວຍຮ້ວຍໄປໃນທີ່ສຸດ.

No comments:

Post a Comment