Ad

Ad

30 April 2013

ມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ນັບມື້ເຂົ້າສູ່ລວງເລິກ

     ເຖິງວ່າປະເທດຕ່າງໆຢູ່ໃນ ໂລກຈະມີຈຸດພິເສດແຕກຕ່າງ ກັນ, ມີທີ່ຕັ້ງທາງພູມສາດທີ່ຕິດ ຈອດກັນ ຫຼື ຫ່າງໄກກັນກໍ ຕາມ, ແຕ່ການພົວພັນຂອງບັນດາປະ ເທດ ຫຼື ປະຊາຊາດເຫຼົ່ານັ້ນໄດ້ ສະແດງອອກໃນຫຼາຍຮູບ, ຫຼາຍ ແບບ ແລະ ຫຼາຍລະ ດັບທີ່ແຕກ ຕ່າງກັນ. ສຳລັບສາຍພົວພັນ ຂອງສອງຊາດ ລາວ - ຈີນ ນັ້ນ ມັນແມ່ນສາຍພົວພັນມິດຕະພາບ ແລະ ຄວາມສາ ມັກຄີ ອັນເປັນມູນ ເຊື້ອມາແຕ່ດົນນານ, ສາຍພົວພັນ ດັ່ງກ່າວນັບມື້ນັບໜັກແໜ້ນ, ເລິກ ເຊິ່ງ, ມີຊີວິດຊີວາ ແລະ ກາຍເປັນ ແບບຢ່າງຂອງສາຍພົວພັນທີ່ດີ ໃນໂລກ.
     ນັບແຕ່ໄດ້ສ້າງຕັ້ງສາຍພົວ ພັນການທູດນຳກັນ ໃນວັນທີ 25 ເມສາ 1961 ເປັນຕົ້ນມາ, ສາຍ ພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ນັບມື້ນັບໄດ້ຮັບ ການພັດທະນາ ແລະ ຍົກສູງຂຶ້ນ ເລື້ອຍໆ ການຮ່ວມມືດັ່ງ ກ່າວມັນ ບໍ່ພຽງແຕ່ເກີດມາຈາກກົກເຄົ້າ ແຫ່ງສາຍພົວພັນທາງທຳມະ ຊາດ, ພູມສາດ, ປະຫວັດສາດ, ພື້ນຖານເສດຖະກິດ, ວັດທະນະທຳ - ສັງຄົມອັນຍາວນານເທົ່າ ນັ້ນ ຫາກຍັງແມ່ນຄວາມຕື່ນຕົວ ແຕ່ຕ່ຳຫາສູງ, ແຕ່ນ້ອຍຫາໃຫຍ່ບົນພື້ນຖານ ຄວາມຮຽກຮ້ອງ ຕ້ອງການຂອງພາວະວິໄສ ເພື່ອ ຜົນປະໂຫຍດອັນໜຶ່ງອັນດຽວ ຂອງຄວາມເປັນເອກະພາບ, ເອ ກະລາດ ແລະ ການຮ່ວມມືຢ່າງ ຍາວນານ. ມາເຖິງປັດຈຸບັນນ້ຳ ໃຈຄວາມສາມັກຄີພິເສດລະ ຫວ່າງ ສປປ ລາວ ແລະ ສປ ຈີນ ນັບມື້ ນັບໜັກແໜ້ນ, ເລິກເຊ່ິງ, ມີຊີ ວິດຊີວາ ແລະ ກາຍເປັນແບບ ຢ່າງຂອງສາຍພົວພັນທີ່ດີໃນຍຸກ ໃໝ່, ການຮ່ວມມືດັ່ງກ່າວ
ຍາມໃດກໍແມ່ນເງື່ອນໄຂອັນໜຶ່ງຂອງ ໄຊຊະນະທີ່ສອງຝ່າຍໃຫ້ຄວາມ ໄວ້ເນື້ອເຊື້ອໃຈກັນ. ການເຊັນສັນຍາຮ່ວມມືການທູດ ໃນ 1961 ນັ້ນ ໄດ້ກາຍເປັນຂີດໝາຍສຳຄັນທາງປະຫວັດສາດ ທັງເປັນການເປີດ ສັງກາດໃໝ່ແຫ່ງການພົວພັນລະຫວ່າງ ພາກ ພື້ນ ແລະ ສາກົນ ເພື່ອ ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ສອງຝ່າຍບໍ່ພຽງ ແຕ່ໃຫ້ຄຳໝັ້ນ ສັນ ຍາເພື່ອປົກປັກຮັກສາສັນ ຕິພາບ, ສະຖຽນລະພາບ ແລະ ຄວາມສາມັກຄີພິເສດ ບົນຈິດໃຈ ກຳມະຊີບ ແລະ ຕາມຫຼັກການ ສະເໝີພາບຢ່າງສົມບູນເທົ່ານັ້ນ ຫາກຍັງຢ້ຳເຖິງຜົນປະໂຫຍດອັນຊອບທຳ, ບໍ່ຮຸກຮານ ແລະ ບໍ່ແຊກແຊງເຂົ້າໃນກິດຈະການ ຂອງກັນ ແລະ ກັນນຳອີກ, ພັກ ແລະ ລັດ ຖະບານ ສປປ ລາວ ແລະ ສປ ຈີນ ຍາມໃດກໍເຂົ້າພົບປະຫາລືເພື່ອເສີມຂະຫຍາຍ  ເນື້ອໃນ, ຮູບ ແບບ, ວິທີການ ແລະ ກົນໄກການ ຮ່ວມມືໃຫ້ມີຄວາມຖືກຕ້ອງ, ສົມ ບູນ ແລະ ສອດຄ່ອງກັບສະພາບ ແວດ ລ້ອມຂອງໂລກ, ການຢ້ຽມ ຢາມ ສປ ຈີນ ຂອງຄະນະຜູ້ແທນ ລາວ ນຳໂດຍພະນະທ່ານ ຈູມມາ ລີ ໄຊຍະສອນ ໃນປີ 2012 ຜ່ານ ມາ, ສອງຝ່າຍໄດ້ເນັ້ນຢ້ຳ ແລະ ຕີ ລາຄາເຖິງໝາກຜົນຂອງການ ຮ່ວມມືຕະຫຼອດໄລຍະທີ່ຜ່ານມາ ພ້ອມໄດ້ຫາລືທິດ ທາງແຜນການ ຮ່ວມມືໃນອະນາຄົດຂຶ້ນສູ່ລະດັບ ໃໝ່, ສປປ ລາວ ຍິນດີໃຫ້ນັກລົງ ທຶນຈາກ ສປ ຈີນ ເຂົ້າມາ ລົງທຶນ ຢູ່ ລາວໃຫ້ຫຼາຍຂຶ້ນ. ໃນຂະນະ ດຽວກັນ, ສປ ຈີນ ກໍຍິນດີທີ່ຈະໃຫ້ການຮ່ວມມື, ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ລາວເຂົ້າໃນການພັດທະນາດ້ານຕ່າງໆ.
     ໄລຍະຜ່ານມາ, ສປ ຈີນ ເປັນ ປະເທດໜຶ່ງທີ່ໃຫ້ການສະໜັບສະໜັບຢ່າງແຂງແຮງໃຫ້ ສປປ ລາວ ເຂົ້າເປັນສະມາຊິກອົງ ການ ການຄ້າໂລກໃນທ້າຍປີ 2012 ຈົນ ປະສົບຄວາມສຳເລັດ ແລະ ໃນ ໂອກາດສຳເລັດການປະຕິບັດໜ້າທີ່ເປັນທູດຢູ່ລາວ, ພະນະທ່ານ ນາງ ປູຈ້ຽນກົວ ເອັກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ກໍໄດ້ໃຫ້ ການຢືນຢັນຢ່າງຈະແຈ້ງວ່າ: ລັດຖະບານຊຸດໃໝ່ຂອງ ສປ ຈີນ ພາຍໃຕ້ການນຳພາຂອງ  ປະທານປະເທດ ສີຈິ້​ນຜິງ ຈະບໍ່ ປ່ຽ​ນແປງ​ະໂຍບາຍການ​ຮ່ວມມື ທີ່ເປັ​ນມິດກັບ ສປປ ລາວ, ມີແຕ່ຈະເພີ່ມທະວີການ​ຮ່ວມມືຂຶ້ນສູ່ລະດັບໃໝ່ ເພື່ອບັ​ນລຸເປົ້າ ໝາຍ ແລະ ອຸດົມການ​ທີ່ສອງຝ່າຍໄດ້ຄາດ ຫວັງໄວ້.
    ນ​ັບແຕ່ປີ 1959 - 1979, ລັດຖະ ບາ​ນ ສປ ຈີນ​ ໃຫ້ກາ​ນຊ່ວຍເຫຼືອ ແກ່ ສປປ ລາວ ລວມມູນ​ຄ່າທັງ ໝົດ 965 ລ້າ​ນຢວ​ນ ໃນ​ຮູບແບບ ຕ່າງໆ. ແຕ່ປີ 1989-2010, ລັດຖະ ບານ ສປ ຈີນ ໃຫ້ການຊ່ວຍເຫຼືອ ລ້າ ແລະ ກູ້ຢືມແກ່ລັດຖະບານ ລາວ ມູນຄ່າ 5,39 ຕື້ກວ່າຢວນ ແລະ 1,04 ກວ່າຕື້ໂດລາສະຫະ    ລັດ. ໃນປີ 1998 ແລະ 2008 ໃນ ຂະນະທີ່ບາງແຂວງຂອງ ສປ ຈີນ ປະສົບກັບບັນຫາໄພພິບັດທາງ ທຳມະຊາດ (ແຜ່ນດິນໄຫວ ແລະ ໄພນ້ຳຖ້ວມ) ຢ່າງຮ້າຍ ແຮງນັ້ນ, ລັດຖະບານ ແລະ ປະຊາຊົນລາວ ກໍໄດ້ຊ່ວຍເຫຼືອ ສປ ຈີນ ໃນມູນ ຄ່າ 86 ລ້ານກີບ, ໄມ້ທ່ອນຈຳ ນວນ 1 ພັນ ແມັດກ້ອນ ມູນຄ່າ 3 ແສນກວ່າໂດລາສະຫະລັດ ແລະ ເທື່ອທີ່ສອງເປັນເງິນ 1 ແສນໂດ ລາສະຫະລັດ, ໄມ້ແປ ຮູບປະສົມ ຈຳນວນ 1 ພັນແມັດກ້ອນ ມູນຄ່າ 5 ແສນໂດລາສະຫະລັດ ພ້ອມສົ່ງ ສານສະແດງຄວາມເຫັນໃຈຕໍ່ຜູ້ ນຳພັກ, ລັດ ແລະ ປະຊາຊົນຄອບຄົວທີ່ໄດ້ປະສົບເຄາະຮ້າຍ.
     ດ້ານການຄ້າ ແລະ ການລົງ  ທຶນລະຫວ່າງ ສປປ ລາວ ແລະ ສປ ຈີນ ນັບມື້ນັບເຕີບໃຫຍ່ຂະ ຫຍາຍຕົວຢ່າງແຂງແຮງ ໂດຍ ມູນຄ່າການຄ້າໃນປີ 2010 ບັນລຸ 945 ກວ່າໂດລາສະຫະລັດ ເພີ່ມ ຂຶ້ນ 51,7% ທຽບໃສ່ໄລຍະດຽວ ກັນຂອງປີ  2009. ນອກນັ້ນ ວຽກງານການເງິນ-ການທະນາຄານ, ການຄົມມະນາຄົມຂົນສົງ, ການ ສຶກສາ, ສາທາລະນະສຸກ, ການກໍ່ ສ້າງພື້ນຖານໂຄງລ່າງ, ເຕັກນິກ ວິທະຍາສາດ, ວັດທະນະທຳ-ສັງ ຄົມ ແລະ ການທ່ອງທ່ຽວກໍນັບມື້ນັບຂຶ້ນສູ່ລະດັບ ສູງ ເລື້ອຍໆ. ປັດຈຸບັນ, ສປ ຈີນ ເປັນປະເທດທີ່ມີມູນ ຄ່າການລົງທຶນຕ່າງປະເທດຢູ່ ສປປ ລາວ ຫຼາຍທີ່ສຸດ ແລະ ມີ ຫຼາຍໂຄງ ການທີ່ເປັນສັນຍະລັກ ບົ່ງບອກໃຫ້ເຫັນເຖິງມິດຕະພາບ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນຂອບເຂດ ທົ່ວປະເທດ.
      ເຖິງວ່າ ສປປ ລາວ ແລະ ຈີນ ຈະມີພາສາປາກເວົ້າ, ການຂີດ ຂຽນ, ວັດທະນະທຳ-ຮີດຄອງປະ ເພນີ, ແບບແຜນການ ດຳລົງຊີວິດ ແລະ ມີລະດັບການພັດທະນາທີ່ ແຕກຕ່າງກັນກໍຕາມ, ແຕ່ສາຍພົວ ພັນດັ່ງກ່າວ ນັບມື້ນັບປາກົດສູງ ເດັ່ນຂຶ້ນ ສູ່ເວທີສາກົນ ເຮັດໃຫ້ ພັກ, ລັດຖະບານ ແລະ ປະຊາຊົນ ສອງຊາດ ລາວ - ຈີນ ຮັບຮູ້ແຈ້ງ ເຖິງຄວາມໝາຍ, ຄວາມສຳຄັນ ແລະ ຜົນປະໂຫຍດອັນຊອບທຳ, ກາຍເປັນແບບຢ່າງທີ່ດີຂອງສາຍພົວພັນໃນໂລກ ເຊິ່ງມັນສະແດງ ອອກຢ່າງຈະແຈ້ງໃນເງື່ອນ ໄຂສະພາບແວດລ້ອມສາກົນທີ່ມີການປ່ຽນແປງຢ່າງສັບສົນນັ້ນ, ລັດຖະບານລາວ ແລະ ຈີນ ກໍບໍ່ຢຸດຢັ້ງໃນການປະສານສົມ ທົບ ເຊິ່ງກັນ ແລະ ກັນ ເພື່ອສ້າງສັນ ຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ໃນຂົງເຂດ, ພາກ ພື້ນ ແລະ ສາກົນອັນ ໄດ້ເຮັດໃຫ້ຖານະບົດບາດ, ກຽດສັກສີ ແລະ ພາບພົດອັນດີງາມຂອງສອງ ຊາດລາວ ແລະ ຈີນ ໄດ້ຂະຫຍາຍ ໄປສູ່ເວທີສາກົນ ທັງຍາດໄດ້ ຄວາມເປັນມິດ ແລະ ການສະໜັບ ສະໜູນຈາກພາຍນອກ ເພື່ອຜົນ ປະໂຫຍດຮ່ວມຂອງສອງຊາດ.

No comments:

Post a Comment