Ad

Ad

29 April 2013

ອົງຄະນະພັກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມອບບັດສະມາຊິກພັກສົມບູນຊຸດທີ 1



          ໃນວັນທີ 26 ເມສາ 2013, ສະຫາຍ ສຈ.ດຣ ບໍ່ແສງຄຳ ວົງດາລາ ກຳມະ ການສູນກາງພັກ, ເລຂາພັກ, ລັດ ຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວໄດ້ໃຫ້ກຽດມອບບັດສະມາຊິກ ພັກສົມບູນ ຊຸດທຳອິດໃຫ້ 5 ໜ່ວຍພັກກຸ່ມເສນາທິການອ້ອມຂ້າງກະຊວງຄືໜ່ວຍພັກຫ້ອງ ການກະຊວງ, ກົມຈັດ ຕັ້ງ-ພະນັກງານ, ກົມກວດກາ, ກົມແຜນການ ແລະ ການເງິນ ແລະ ກົມ ຮ່ວມມືສາກົນ 62 ສະຫາຍ, ຍິງ 25 ສະ ຫາຍ.             
        ການມອບບັດສະມາຊິກພັກສົມບູນດັ່ງກ່າວປະຕິບັດຕາມມະຕິຕົກລົງຂອງ ກົມການເມືອງສູນກາງພັກເລກທີ 33/ ກມສພ ລົງວັນທີ 29 ກໍລະກົດ 2010 ແລະ ບົດແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 074/ ຄຈສພ ລົງວັນທີ 27 ມັງ ກອນ 2010 ວ່າດ້ວຍການອອກບັດ- ມອບບັດສະມາຊິກພັກສົມບູນຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງບັດສະມາຊິກພັກແມ່ນເອກະສານຢັ້ງຢືນເຖິງຖານະ ນາມ ຂອງສະມາຊິກພັກສົມບູນຜູ້ດີເດັ່ນ, ເຮັດຫລ້ອນໜ້າທີ່, ມີຄຸນງາມຄວາມດີ, ມີຄວາມບໍລິສຸດສັດຊື່ຕໍ່ຊາດ, ຕໍ່ປະຊາຊົນ ຈົງຮັກພັກດີຕໍ່ອຸດົມຄະຕິຂອງ ພັກເປັນແບບຢ່າງທີ່ດີ, ເຄົາລົບ ແລະ ປະຕິບັດຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ.

        ສະຫາຍ ສຈ.ດຣ ບໍ່ແສງຄຳ ວົງດາລາ ໄດ້ໂອ້ລົມບັນດາສະຫາຍສະມາຊິກພັກໂດຍໄດ້ຢ້ຳໃຫ້ສະມາຊິກພັກ ທຸກສະຫາຍ ຈົ່ງຕັ້ງໜ້າເຝິກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນ. ພ້ອມນັ້ນຍັງໄດ້ຍົກໃຫ້ ເຫັນ ການເຕີບໃຫຍ່ຂະ ຫຍາຍຂອງພັກປະຊາຊົນປະຕິວັດລາວ ຊຶ່ງຊາດລາວມີປະຫວັດສາດອັນຍາວນານ ແລະ ມູນເຊື້ອຕໍ່ສູ້ເອົາຊະນະຈັກກະ ພັດຕ່າງດ້າວຜູ້ຮຸກຮານລວມທັງມູນເຊື້ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍ ຄືໄລຍະການປະຕິບັດແນວ ທາງການປ່ຽນແປງໃໝ່ຂອງພັກ.

No comments:

Post a Comment