Ad

Ad

29 April 2013

ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່ລົງຕິດຕາມ ແລະ ຊຸກຍູ້ໂຄງການຜະລິດພະລັງງານຕ່າງໆຢູ່ພາກເຫນືອ



        ວັນທີ 15-19 ເມສາ 2013, ທ່ານ ວິຣະພົນ ວິລະວົງສ໌ ລັດຖະມົນຕີຊ່ວຍ ວ່າການກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍຄະນະອໍານວຍການໃຫຍ່ ແລະ ວິຊາການລັດວິສາຫະກິດໄຟຟ້າລາວເດີນທາງໄປຕິດຕາມ ແລະ ຊຸກຍູ້ການກໍ່ສ້າງ ໂຄງການຜະລິດພະລັງ ງານໄຟຟ້າຢູ່່ແຂວງ ໄຊຍະບູລີ, ອຸດົມໄຊ, ຜົ້ງສາລີ ແລະ ຫລວງພະບາງ.
     ການຢ້ຽມຢາມ ແຕ່ລະແຫ່ງຄະນະໄດ້ຮັບຟັງການລາຍງານຜົນ ແລະ ຄວາມຄືບ ໜ້າຂອງການຈັດຕັ້ງປະຕິບັດການກໍ່ສ້າງ ໂຄງການຕ່າງໆເຫລົ່າ ນັ້ນ ແລະ ຢ້ຽມຊົມສະຖານທີ່ກໍ່ສ້າງຊຶ່ງເຫັນວ່າຜູ້ພັດທະນາ ແຕ່ລະບ່ອນຕ່າງກໍໄດ້ ສຸມທຸກກໍາລັງ ເພື່ອດໍາ ເນີນການກໍ່ສ້າງໃຫ້ເປັນ ໄປຕາມກໍານົດໝາຍທີ່ໄດ້ວາງອອກ. ບາງໂຄງການ ກໍໄດ້ ປະຕິບັດລືນແຜນການບໍ່ວ່າຈະເປັນເຂື່ອນໄຟຟ້າພະລັງນໍ້າຫລືໂຮງໄຟຟ້າຖ່ານຫີນລິກໄນເຫັນວ່າພື້ນຖານໂຄງລ່າງໄດ້ຮັບການ ປັບປຸງຍົກລະດັບ ແລະ ກໍ່ສ້າງຂື້ນໃໝ່. ບັນດາຂົວ, ເສັ້ນທາງ, ສໍານັກງານ ແລະບ້ານຈັດສັນກໍໄດ້ຮັບການກໍ່ສ້າງຂື້ນໃໝ່ອັນໄດ້ ເຮັດໃຫ້ການເດີນທາງໄປ ມາຫາສູ່ກັນລະ ຫວ່າງແຂວງ, ເມືອງ ແລະ ບ້ານສະດວກວ່ອງໄວກວ່າແຕ່ກ່ອນຫລາຍເທົ່າ. ຄຽງຄູ່ກັນນີ້, ໂຄງການຕ່າງໆກໍໄດ້ມີແຜນງົບປະ ມານເພື່ອສົ່ງເສີມ ແລະ ສະໜອງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນເຂດ ດັ່ງກ່າວອັນໄດ້ເຮັໃຫ້ຊີວິດການເປັນຢູ່ທາງວັດຖຸ ແລະ ຈິດໃຈດີຂື້ນ.

        ຄາດວ່າ 4-5 ປີຈະມາເຖິງ, ໂຄງການເຂື່ອນໄຟຟ້ານໍ້າຂອງໄຊ ຍະບູລີ ຊຶ່ງມີກໍາລັງຕິດຕັ້ງ 1.285 ເມກາວັດ ແລະ ເຂື່ອນ ໄຟຟ້ານໍ້າອູ 3 ແຫ່ງທໍາອິດ ໃນຈໍານວນທັງ ໝົດ 7 ແຫ່ງ ຊຶ່ງມີກໍາລັງຕິດຕັ້ງ ລວມ 500 ເມກາວັດ ຈະເຮັດໃຫ້ ການຜະລິດພະ ລັງງານໄຟຟ້າ ເພີ່ມຂື້ນຢ່າງໄວວາ ໂດຍທັງໝົດ ຈະເປັນເຂຶ່ອນໄຟຟ້າທີ່ມີຄວາມ ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດ ລ້ອມ.ນອກ ຈາກຈະເປັນການ ຕອບສະໜອງເພື່ອການບໍລິໂພກຢູ່ ພາຍໃນປະເທດແລ້ວ, ຍັງຈະຖືກ ຈໍາໜ່າຍໄປຕ່າງປະເທດເພື່ອສ້າງລາຍ ຮັບເຂົ້າປະເທດອີກດ້ວຍ.
         ທ່ານ ວິຣະພົນ ວິລະວົງສ໌ ກ່າວວ່າ: “ເຂື່ອນໄຟຟ້ານໍ້າຂອງ ໄຊຍະບູລີ ແລະ ນໍ້າອູທັງໝົດ ແມ່ນໄດ້ມີການ ອອກແບບທີ່ ກົມກືນກັບລະບົບປ້ອງກັນໄພ ແລະ ເຕັກໂນໂລຢີຫລ້າສຸດຂອງໂລກ ເພື່ອສິ່ງແວດລ້ອມ. ການອອກ ແບບຂອງແຕ່ລະເຂື່ອນ ແມ່ນ ໄດ້ມາດຕະຖານສາກົນທີ່ຮັັັັບປະກັນໃນລະດັບອັນແນ່ນອນກ່ຽວ ກັບຄວາມປອດໄພ ຂອງເຂື່ອນ, ຄຸນນະພາບຂອງ ນໍ້າ, ການຂື້ນ- ລົງຂອງປາ, ການເດີນເຮືອລວມທັງການລະບາຍດິນຕະກອນ ແລະ ພວກເຮົາກໍຈະເຮັດສຸດຄວາມສາມາດເພື່ອ ສ້າງເງື່ອນໄຂທີ່ຈະເອື້ອອໍານວຍໃຫ້ສິ່ງເຫລົ່ານັ້ນສາມາດໄຫລຜ່ານ ແລະ ເຄື່ອນຍ້າຍໄດ້ດີທີ່ສຸດພ້ອມຈະຈໍາກັດຄວາມສ່ຽງຕ່າງໆ ໃຫ້ ຫລຸດໜ້ອຍຖອຍລົງເທົ່າທີ່ຈະສາມາດເຮັດໄດ້.”
       ໂຄງການໂຮງໄຟຟ້າພະລັງ ງານຄວາມຮ້ອນຫົງສາເປັນ ໂຮງໄຟຟ້າທີ່ຈະນໍາໃຊ້ພະລັງງານຈາກຖ່ານຫີນ ລິກໄນ ເພື່ອຜະລິດກະແສໄຟຟ້າທີ່ມີກໍາລັງຕິດ ຕັ້ງລວມ 1.878 ເມກາວັດ, ຕັ້ງຢູ່ ເມືອງຫົງສາ ແຂວງໄຊຍະບູລີ ຊຶ່ງມີກໍານົດ ການກໍ່ສ້າງລະ ຫວ່າງປີ 2010-2015 ໂດຍມູນ ຄ່າການລົງທຶນ 3.710 ລ້ານໂດ ລາສະຫະລັດ ແລະ ມີອາຍຸສໍາປະ ທານ 25 ປີ (2016-2041). ເມື່ອ ເວົ້າເຖິງຜົນປະໂຫຍດລວມແລ້ວ, ຈະເຫັນໄດ້ວ່າໂຄງການຜະລິດພະລັງງານ ໄຟຟ້າຈະສ້າງລາຍ ໄດ້ສໍາລັບການພັດທະນາປະເທດຢ່າງໝັ້ນຄົງ ແລະ ຕໍ່ເນື່ອງ, ເປັນແຫລ່ງຜະລິດກະແສໄຟຟ້າທີ່ບໍ່ ມີປັດໄຈສ່ຽງທາງລາຄາ ແລະ ປາລິມານ ແລະ ຊ່ວຍພັດທະນາລະບົບພື້່ນຖານໂຄງລ່າງ, ສາທາລະນະສຸກ, ການສຶກ ສາ, ການສ້າງອາຊີບ, ການຄ້າຂາຍ, ການທ່ອງທ່ຽວ ແລະ ທຸລະກິດອື່ນໆ ໃຫ້ແກ່ທ້ອງຖິ່ນກໍຄືເພື່ອເຮັດໃຫ້ປະຊາ ຊົນບັນດາເຜົ່າມີຄຸນນະພາບຊີວິດທີ່ດີຂື້ນກວ່າເກົ່າ.
         ຕໍ່ການເດີນທາງໃນເທື່ອນີ້, ລັດຖະມົນຕີຊ່ວຍວ່າການ ກະ ຊວງພະລັງງານແລະບໍ່ແຮ່ໄດ້ໃຫ້ ຂໍ້ສະຫລຸບວ່າ: “ພວກເຮົາພໍໃຈ ກ່ຽວກັບຄວາມຄືບໜ້າຂອງ ການດໍາເນີນການກໍ່ສ້າງ ແລະ ພັດທະນາໂຄງການຜະລິດພະລັງ ງານໄຟ ຟ້າໃນພາກເໜືອຂອງປະເທດພວກເຮົາ ຊຶ່ງບາງໂຄງການກໍໄດ້ປະຕິບັດລື່ນຄາດໝາຍຂອງແຜນການ. ພິເສດແມ່ນ ໃນ ແຕ່ລະໂຄງການ, ພວກເຮົາໄດ້ສົ່ງນັກວິຊາການໄຟຟ້າລາວລະດັບຕ່າງໆ ໄປປະຈໍາຢູ່ນໍາ ຊຶ່ງມັນໄດ້ເປັນໂອກາດທີ່ດີ ອັນໜຶ່ງເພື່ອຝຶກຝົນຍົກລະດັບຄວາມຮູ້ ແລະ ທັກສະໃນການຄຸ້ມຄອງບໍລິຫານກ່ຽວກັບເຂື່ຶອນໄຟຟ້າ ແລະ ໂຮງໄຟ ຟ້າພະລັງງານຄວາມຮ້ອນຂອງຍຸກສະໄໝ ແລະ ເຂົ້າ ໃຈເລິກເຊິງ ຕໍ່ແນວຄິດວ່າດ້ວຍການຜະລິດພະລັງງານໄຟຟ້າ ແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊ່ວຍພັດທະນາເສດຖະກິດ-ສັງຄົມຂອງຊາດເຕີບໃຫຍ່ເຂັ້ມ ແຂງ.”

No comments:

Post a Comment