Ad

Ad

29 April 2013

ໄຟຟ້າ​ລາວ ​ຈັດ​ໂຄງການແຈກ​ຢາຍ​ດອກ​ໄຟ​ປະ​ຢັດເ​ພື່ອຫຼຸດຜ່ອນການ​ຊົມ​ໃຊ້​ພະລັງງານ



      ປັດຈຸ​ບັນລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ຈັດ​ໂຄງ​ການ​ແຈກ​ຢາຍ​ດອກ​ໄຟ​ປະ​ຢັດ​ເພື່ອ​ໃຫ້​ສັງຄົມ​ຫັນ​ມາ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະ​ຢັດພະລັງງານ ຊຶ່ງ​ໂຄງການ​ດັ່ງ​ກ່າວ​ໄດ້​ເລີມ​ມາ​ແຕ່​ຕົ້ນ​ປີ 2013 ​ແລະ ມີ​ຢູ່​ທົ່ວທຸກ​ແຂວງໃນ​ຂອບ​ເຂດ​ທົ່ວ​ປະ​ເທດເພື່ອ​ແນ​ໃສ່​ຫຼຸດຜ່ອນ​ພະລັງງານ​ໄຟຟ້າ.
         ທ່ານ ຄຳ​ສິງ ​ໂພ​ສາລາ​ດ ຫົວໜ້າຝ່າຍ​ເຕັກນິກ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ​ໄດ້​ໃຫ້​ສຳພາດ​ຕໍ່ນັກ​ຂ່າວລາວ​ພັດທະນາວ່າ: ​ໂຄງການ​ແຈກ​ຢາຍ​ດອກ​ໄຟ​ປະ​ຢັດ ( CLF ) ແມ່ນໂຄງການໜຶ່ງທີ່​ມີຄວາມ​ສຳຄັນ​ຍິ່ງ​ເພື່ອ​ຊ່ວຍ​ກັນ ປະຢັດ​ພະລັງງານ ໄຟຟ້າ​ ຊຶ່ງ​ຜ່ານ​ມາເຫັນ​ວ່າການ​ຊົມ​ໃຊ້​ພະລັງ ງານ​ໄຟຟ້າ ຢູ່​ລາວ ​ເພີ່ມ​ຂຶ້ນຫຼາຍ ​ແລະ ຈຳ​ເປັນ​ຕ້ອງ​ໄດ້​ຊື້​ໄຟຟ້າ​ຈາກຕ່າງ​ປະ​ເທດ ທີ່​ຊີ້ນ​ເປືອງ​ເງິນຕາ​ໃນ​ແຕ່ລະ​ປີ​ເປັນຈຳນວນ​ບໍ່ໜ້ອຍ ດັ່ງນັ້ນ​​ ເພື່ອ​​ກະຕຸກ​ຊຸກຍູ້​ໃຫ້​ປະ ຊາຊົນ​ມີ​ຄວາມ​ຕື່ນ​ຕົວປະ​ຢັດພະລັງງານ​ໄຟຟ້າ​ດ້ວຍ​ການ​ແຈກ​ດອກ​ໄຟ​ປະຢັດ​ດັ່ງກ່າວ​ກໍ​ເປັນ​ອີກ​ສ່ວນໜຶ່ງທີ່​ສຳຄັນ.
         ທ່ານ ຄຳ​ສິງ ​ໂພ​ສາລາ​ດ ກ່າວ​ວ່າ: ດອກ​ໄຟປະ​ຢັດ​ດັ່ງກ່າວ ​​ເປັນ​ລິ​ຂະ​ສິດ​ສະ​ເພາະຂອງ​​ໄຟຟ້າ​ລາວ​ ຊຶ່ງກິນ​ໄຟ​ພຽງ​ແຕ່ 14W ນອກຈາກ​ເປັນ​ການ​ຊ່ວຍ​ປະຢັດ​ພະລັງງານ​ແລ້ວ, ຍັງ​ຊ່ວຍ​ຮັກສາ​ສິງ​ແວດ​ລ້ອມ​ໄດ້​ດີ​ອີກ​ດ້ວຍຖ້າ ທຽບ​ໃສ່​ດອກ​ໄຟຟ້າທົ່ວ​ໄປ ​ແລະ ​ທຽບ​ໃສ່​ດອກ​ໄຟ 100 W ຈະ​ຊ່ວຍ​ໃຫ​້​ເຮົາຫຼຸດຜ່ອນ​ພະລັງງານ​ໄດ້ ກ່ວາ 80 % ຂະນະ​ທີ່​ຮູບ​ແບບ​ຂອງ​ການ​ແຈກ​ຢາຍ​ດອກ​ໄຟ ນີ້ ແມ່ນ​ພຽງ​ແຕ່​ປະຊາຊົນ​ມາ​ເສຍ​ຄ່າ​ຊົມ​ໃຊ້​ໄຟຟ້າ​ໂດຍ​ບໍ່ມີໜີ້ ສິນ​ຕິດ​ຄ້າງທາງ​ໄຟຟ້າ​ກໍ​ຈະ​ແຈກ​ດອກ​ໄຟ​ປະ​ຢັດ
​ດັ່ງກ່າວ​ນີ້​ໃຫ້ ແລະ ຄອບຄົວ​ປະຊາຊົນ​ໃດ​ຫາກ​ມີ ດອກ​ໄຟ​ປ້ອມ​ກໍ​ໃຫ້​ເອົາ​ມາ​ແລກ​ປ່ຽນ​ເອົາ​ດອກໄຟຟ້າ​ປະ​ຫຍັດ​ໄດ້​ໂດຍ​ບໍ່​ເສຍ​ຄ່າ​ໃດໆ ຊຶ່ງ​ປັດຈຸບັນ​ແມ່ນ​ເລີມ​ແຈກ​ຢາຍ​ຢູ່ນະຄອນ ຫຼວງວຽງຈັນ​ແລ້ວ ແລະ ຕໍ່ໜ້າກໍຈະ​ມີ​ການ​ແຈກ​ຢາຍ​ໄປ​ຕ່າງ​ແຂວງ​ຕື່ມ​ອີກ.
       ທ່ານ ຄຳ​ສິງ ​ໂພ​ສາ​ລາດ ​ໃຫ້​ຮູ້​ວ່າ: ​ໃນ​ແຕ່ລະ​ປີ​ການ​ຊົມ​ໃຊ້​ໄຟ ຟ້າຂອງ​ປະຊາຊົນ ແມ່ນ​ເພີ່ມ​ຂຶ້ນ ຫຼາຍປະມານ 15-20% ​ຍ້ອນ​ເສດ ຖະກິດ​ມີ​ການ​ຂະຫຍາຍຕົວ, ມີ​ອຸດ​ສະຫະ​ກຳ​ເພີ່ມ​ຂຶ້ນ, ເຮັດ​ໃຫ້​ມີ​ການ​ຍົກ​ລະດັບ​ການ​ຜະລິດ​ໄຟ ຟ້າ​ສູງ​ຂຶ້ນ ເພື່ອ​ຕອບ​ສະໜອງ​ການ​ຊົມ​ໃຊ້ ແນວ​ໃດ​ກໍ​ຕາມຍັງ​ເຫັນ​ວ່າການ​ຜະລິດ​ກະ​ແສ​ໄຟຟ້າ ​ເພື່ອ​ຊົມ​ໃຊ້ຍັງ​ບໍ່ພຽງພໍ ຊຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ນຳ​ຊື້​ໄຟ​ຈາກ​ປະ​ເທດ​ໃກ້​ຄຽງ ຄື: ຈີນ, ຫຽດນາມ ​ແລະ ​ໄທ ເພື່ອ​ເຮັດ​ໃຫ້​ປະຊາຊົນ​ໄດ້​ຊົມ​ໃຊ້ໄຟຟ້າ​ຢ່າງ​ທົ່ວ​ເຖີງ ​ແນ​ໃສ່​ປີ 2020 ຈະ​ໃຫ້​ປະຊາຊົນ​ໄດ້​ຊົມ​ໃຊ້​ໄຟຟ້າ 90% ຂອງຄົວ​ເຮືອນ, ສະ ນັ້ນ ຈຶ່ງ​ຈຳ​ເປັນ​ຕ້ອງ​ມີ​ການ​ຂະ ຫຍາຍ​ເຂື່ອນ​ໄຟຟ້າ ​ແລະ ປຸກລະ ດົມ​ໃຫ້​ສັງຄົມ​ຮ່ວມ​ກັນ​ປະຢັດ​ໄຟຟ້າ​ໃຫ້​ດີ​ຂຶ້ນ, ດັ່ງ​ນັ້ນ ນອກ​ຈາກ​ໂຄງການ​ແຈກ​ຢາຍ​ດອກ​ໄຟ​ປະຢັດ​ແລ້ວ ​ໄຟຟ້າ​ລາວ ຍັງ​ໄດ້​ອອກ​ແຮງ ​ໂຄສະນາ​ໃຫ້​ສັງຄົມ​ຊົມ​ໃຊ້​ໄຟຟ້າ​ຢ່າງ​ຖືກຕ້ອງ ​ແລະ ປຸກລະດົມ​ໃຫ້​ອົງການ​ລັດ​ຕ່າງໆ ຮ່ວມ​ກັນ​ມອດ​ໄຟ 1 ຊົ່ວ​ໂມງ​ພາຍຫຼັງພັກຜ່ອນ​ຕອນ​ທ່ຽງ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ຊາດ.

No comments:

Post a Comment