Ad

Ad

29 April 2013

ຜົນຜະລິດຂອງປະຊາຊົນບາງທ້ອງຖິ່ນຍັງພົບຄວາມຫຍຸ້ງຍາກໃນການຈຳໜ່າຍ



     ປັດຈຸບັນ,ການຜະລິດກະສິກຳເປັນສີນຄ້າຂອງປະຊາຊົນຫລາຍທ້ອງຖິ່ນເຫັນວ່າເປັນຂະບວນ ຟົດຟື້ນ ແລະ ມີບັນຍາກາດດີ ເຊິ່ງເຮັດໃຫ້ປະຊາຊົນຈຳນວນບໍ່ໜ້ອຍສາມາດມີລາຍຮັບຢ່າງໝັ້ນຄົງ ແລະ ກ້າວສູ່ການຫລຸດພົ້ນຈາກຄວາມທຸກຍາກເທື່ອລະ ກ້າວ, ແຕ່ຄຽງຄູ່ກັນນັ້ນ ກໍເຫັນວ່າຜົນ ຜະລິດຂອງປະຊາຊົນບາງທ້ອງຖິ່ນຍັງພົບຄວາມຫຍຸ້ງຍາກໃນການຈຳໜ່າຍໂດຍສະເ ພາະຢູ່ເຂດພູດອຍຫ່າງໄກສອກຫລີກ.
      ການຜະລິດຫລາຍ,ແຕ່ບໍ່ມີ ຕະຫລາດຈຳໜ່າຍທີ່ແນ່ນອນ ແມ່ນບັນຫາໜຶ່ງທີ່ເຮັດໃຫ້ປະຊາຊົນເກີດຄວາມ ຫງໍ້ງ່ຽງທີ່ຈະ ເຮັດການຜະລິດເປັນຈຳນວນຫລາຍ, ເຖິງວ່າຜ່ານມາພາກສ່ວນກ່ຽວ ຂ້ອງຈະໄດ້ເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມເພື່ອໃຫ້ຜົນ ຜະລິດຂອງປະຊາຊົນຫລາຍທ້ອງ ຖິ່ນມີຕະຫລາດຈຳໜ່າຍ,ແຕ່ກໍ ເຫັນວ່າຍັງບໍ່ທັນກວ້າງ ຂວາງເທົ່າທີ່ຄວນ ເຊິ່ງມັນສະແດງ ອອກ ຢູ່ບ່ອນວ່າຜ່ານ​ມາ,ມີປະຊາຊົນ ຫລາຍທ້ອງຖິ່ນ​ໄດ້ສະເໜີໃຫ້ພາກລັດເຂົ້າ ມາຊ່ວຍຊອກຫາຕະຫລາດຈຳໜ່າຍ ຫລື ແກ້ໄຂບັນ ຫາລາຄາຜົນຜະລິດຕົກຕ່ຳ ເຊັ່ນ: ເມື່ອບໍ່ດົນມານີ້, ປະຊາຊົນ ທີ່ປູກ ກາເຟຢູ່ແຂວງຈຳປາສັກໄດ້ພົບບັນຫາລາ ຄາໝາກກາເຟຕົກ ຕ່ຳຈາກ 4-5 ພັນກີບຕໍ່ກິໂລເຫລືອ ພຽງ 2-3 ພັນກີບຕໍ່ກິໂລ, ບັນຫາການ​ປູກກ້ວຍຢູ່ແຂວງອຸດົມໄຊ ແລະ ສາລີຂອງປະຊາຊົນເຂດ ບ້ານຫ້ວຍເລົາເມືອງວຽງ ທອງແຂວງຫົວພັນປູກຫລາຍແຕ່ບໍ່ມີຜູ້ເກັບຊື້.

      ແນວໃດກໍຕາມ,ກະຊວງອຸດ ສາຫະກຳ ແລະ ການຄ້າ ໃຫ້ຮູ້ ວ່າ: ປັດຈຸບັນຢູ່ປະເທດເຮົາການ ປູກພືດເປັນສີນ ຄ້າພວມເປັນຂະ ບວນຟົດຟື້ນສົມຄວນຍ້ອນລັດ ຖະບານໄດ້ຖືສຳຄັນວຽກງານ ການສົ່ງເສີມໃຫ້ປະຊາຊົນບັນດາ ເຜົ່າໃນຂອບເຂດທົ່ວປະເທດສຸມໃສ່ການຜະລິດໃຫ້ເປັນສີນຄ້າຕາມເງື່ອນໄຂ ແລະ ທ່າແຮງ ຂອງແຕ່ລະທ້ອງຖິ່ນ ເພື່ອເຮັດໃຫ້ ປະຊາຊົນສາມາດຫລຸດພົ້ນອອກ ຈາກຄວາມທຸກຍາກຕາມເປົ້າ ໝາຍທີ່ພັກ ແລະ ລັດວາງໄວ້. ດັ່ງ ນັ້ນການສົ່ງເສີມປະຊາຊົນນຳໃຊ້ເຕັກນິກໃໝ່ ແລະ ການພັດທະນາແນວພັນຕ່າງໆ ເພື່ອເຮັດໃຫ້ຜົນຜະລິດມີສະ ມັດຖະພາບ ​ແລະ​ມີຕະຫລາດຮອງ​ຮັບໃນລາ ຄາທີ່ເໝາະສົມທັງພາຍໃນ ແລະ ຕ່າງປະເທດ.ຄຽງຄູ່ກັນນັ້ນກໍ​ເພື່ອ ດຶງດູດການລົງທຶນໃນຂົງ ເຂດ ກະສິກຳຫລາຍຂຶ້ນ ແລະ ທັງຊຸກ ຍູ້ສົ່ງເສີມໃຫ້ບໍລິສັດລົງທຶນ ຕ່າງໆ​ເຫລົ່ານັ້ນສຸມ ໃສ່ກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນ ແມ່ນການທະລຸເສັ້ນທາງໄປໃສ່ ເຂດການຜະລິດຂອງປະຊາຊົນ ແລະ ສັນຍາ ໃຫ້ປະຊາຊົນຜະລິດສີນຄ້າ ແລະ ຂາຍໃຫ້ເຂົາເຈົ້າຕາມຄວາມ​ຕ້ອງການ. ແຕ່ຜ່ານມາກໍເຫັນວ່າ:ບັນຫາຕົ້ນຕໍທີ່ ເຮັດໃຫ້ຜົນຜະລິດຂອງປະຊາຊົນຍັງພົບຄວາມຫຍຸ້ງຍາກໃນການຈຳໜ່າຍນັ້ນ, ສ່ວນຫລາຍ​ແມ່ນ ເນື້ອທີ່ການຜະ ລິດຈຳນວນໜຶ່ງມີຄວາມຫຍຸ້ງຍາກໃນການຂົນສົ່ງ, ຍ້ອນບໍ່ມີເສັ້ນທາງໄປຮອດ ຈຶ່ງ​ເປັນຕົ້ນ​ເຫດ​ເຮັດ​ໃຫ້ນັກລົງທຶນ ບໍ່ໄປຊື້ຜົນຜະລິດນຳປະຊາຊົນ ຕາມສັນຍາ ແລະ ອື່ນໆ.ແຕ່ແນວ ໃດກໍຕາມເພື່ອແກ້ໄຂບັນຫາດັ່ງກ່າວ, ພາກສ່ວນ ກ່ຽວຂ້ອງຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ການຊຸກຍູ້ສົ່ງເສີມການຜະລິດເປັນສີນຄ້າໃຫ້ຂະຫຍາຍຕົວກວ້າງຂວາງ ​ແລະ ພະຍາຍາມແກ້ໄຂສິ່ງກິດຂວາງຕ່າງໆທີ່ເປັນອຸປະສັກໃນການຜະລິດຂອງປະຊາຊົນ ແລະ ສົ່ງເສີມໃຫ້ພາກສ່ວນ ເສດຖະກິດຢູ່ທ້ອງຖິ່ນຕ່າງໆຂະຫຍາຍຕາໜ່າງເກັບຊື້ ແລະ ຈໍລະຈອນແຈກຢາຍສີນຄ້າໃຫ້ທົ່ວເຖິງເທື່ອລະກ້າວ.

No comments:

Post a Comment