Ad

Ad

13 May 2013

ຜູ້ເຮັດໃຫ້ຂົວຫ້ວຍຜາບັງຈຳປາສັກຫັກ ຍອມຈ່າຍຄ່າປົວແປງແລ້ວ 1,3 ຕື້ກີບ



    ພາຍຫລັງ​ຂົວ​ຫ້ວຍ​ຜາ​ບັງ​ເມືອງ ​ແລະ ​ແຂວງ​ຈຳປາ​ສັກ​ຫັກ ​ແລະ ​ເພ ​ເມື່ອ​ທ້າຍ​ເດືອນ​ມີນາ​ຜ່ານ​ມາ ຍ້ອນ​ລົດ​ບັນທຸກ​ໄມ້​ຂອງ​ບໍລິສັດ​ຫວຽດນາມ ບັນທຸກ​ນ້ຳ ໜັກ​ເກີນ​ຄວາມ​ອາດ​ສາມາດ​ຮັບ​ນ້ຳໜັກ​ຂອງ​ຂົວ​ດັ່ງກ່າວ ອັນ​ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ​ບໍ່​ໜ້ອຍ​ຕໍ່ ການ​ໄປມາ​ຜ່ານ​ບໍລິ​ເວນ​ຂົວ​ດັ່ງ ກ່າວ ​ແລະ ມາ​ຮອດ​ປັດຈຸບັນ ຜູ້​ກະທຳ​ຜິດ​ໄດ້​​ຍອມ​ຈ່າຍ​ຄ່າ​ສ້ອມ​ແປງ​ແລ້ວ 1,3 ຕື້ກີບ. ພາຍຫລັງ​ການ​ຈະລາຈອນ​ເປັນ​ອຳມະ ພາດ​ມາກ​ວ່າ 2 ​ເດືອນ​ແລ້ວ. ​ແຕ່​ເຖິງ​ຢ່າງ​ໃດ ກໍ​ຈະ​ຕ້ອງ​ໄດ້​ໃຊ້​ເວລາ​ອີກ​ຢ່າງ​ໜ້ອຍ 2 ເດືອນ ການ​ສ້ອມ​ແປງ​ຂົວ​ດັ່ງກ່າວ​ຈຶ່ງ​ຈະ​ສຳ​ເລັດ.
    ນີ້​ເປັນ​ບົດຮຽນ​ອັນ​ເຈັບ​ປວດ​ໃຫ້​ແກ່​ຜູ້​ຄວບ​ຄຸມ​ລົດ​ບັນທຸກ​ນ້ຳ ໜັກ​ເກີນ, ຖ້າ​ຫາກ​ບໍ່​ໄດ້​ເອົາ​ໃຈ​ໃສ່​ຜົນ​ຮ້າຍ​ກໍ​ຈະ​ຕາມ​ມາ ດັ່ງ​ການເປ່​ເພ ​ແລະ ສູນ​ເສຍ​ຂອງ​ຂົວ​ດັ່ງກ່າວ. ດັ່ງນັ້ນ ຈຶ່ງ​ຮຽກ ຮ້ອງ​ໄປ​ຍັງ​ຜູ້​ຮັບ​ຜິດ​ຊອບ​ຈົ່ງ​ເພີ່ມ​ຄວາມ​ເຂັ້ມງວດ​ກວດ​ກາ​ລົດ​ບັນ ທຸກ​ນ້ຳໜັກ​ເກີນ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ ຈຶ່ງ​ຈະ​ເຮັດ​ໃຫ້ການ​ນຳ​ໃຊ້​ເສັ້ນ ທາງ ຫລື ຂົວ​ທີ່​ມີ​ມູນ​ຄ່າ​ກໍ່​ສ້າງ ຫລາຍ​ແລ້ວນັ້ນ​ໄດ້​ຍາວ​ນານ ​ແລະ ກຸ້ມ​ຄ່າ.

No comments:

Post a Comment