Ad

Ad

13 May 2013

ມອບສົ່ງອັດຖິທະຫານອາສາສະຫມັກ ແລະ ຊ່ຽວຊານຫວຽດນາມທີ່ເສຍຊີວິດໃນປາງສົງຄາມກັບຄືນປະເທດ



     ພິທີມອບສົ່ງອັດຖິທະຫານອາ ສາສະໝັກ ແລະ ຊ່ຽວຊານ ຫວຽດນາມທີ່ໄດ້ເສຍຊີວິດໃນ ປາງສົງຄາມຢູ່ພາກໃຕ້ລາວ ໄດ້ ຈັດຂຶ້ນໃນວັນທີ 10 ພຶດສະພານີ້ ຢູ່ກອງບັນຊາການທະຫານ ແຂວງຈຳປາສັກ, ທ່ານ ສົມສະ ໜິດ ບຸດຕິວົງ ຮອງເລຂາພັກ ແຂວງ, ຮອງເຈົ້າແຂວງ ທັງເປັນ ຫົວໜ້າຄະນະປະຕິບັດງານພິເສດ ແຂວງຈຳປາສັກ ມີຄຳເຫັນໃນພິ ທີວ່າ: ການມອບສົ່ງອັດ ຖິທະຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມເທື່ອນີ້ສຸດທີ່ມີ ຄວາມໝາຍສຳຄັນຢ່າງຍິ່ງ ເພາະຢູ່ໃນທ່າມກາງບັນຍາ ກາດ ທີ່ສອງພັກ-ສອງລັດຖະບານ ລາວ-ຫວຽດນາມ ພວມສຳເລັດ ການລະນຶກ ແລະ ສະເຫລີມສະ ຫລອງສອງວັນປະຫວັດ ສາດ ຄື ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 50 ປີ, ວັນເຊັນສົນທິສັນ ຍາມິດຕະພາບ ແລະ ການຮ່ວມມື ຮອບດ້ານ ຄົບຮອບ 35 ປີ, ພວກ ເຮົາຄະນະປະຕິບັດງານພິເສດ- ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າໃນ 3 ແຂວງພາກໃຕ້ລາວ ເວົ້າລວມ, ເວົ້າສະເພາະຊາວແຂວງຈຳປາ ສັກ ມີຄວາມຮູ້ສຶກຕື້ນຕັນໃຈ ແລະ ຂໍສະແດງຄວາມຮູ້ບຸນຄຸນ ອັນສູງສົ່ງຕໍ່ອ້າຍນ້ອງທະຫານ ອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມທີ່ໄດ້ອຸທິດຊີວິດຂອງຕົນເພື່ອຄວາມເປັນເອກະ ລາດ ຂອງຊາດລາວເວົ້າລວມ, ເວົ້າສະ ເພາະເພື່ອຄວາມຢູ່ເຢັນເປັນສຸກ ຂອງປະຊາຊົນບັນດາເຜົ່າຊາວ ແຂວງຈຳປາສັກ, ເຊກອງ ແລະ ອັດຕະປື.
    ການມອບສົ່ງອັດຖິດັ່ງກ່າວ ແມ່ນປະຕິບັດຕາມບົດບັນທຶກສັນ ຍາລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະ ບານ ແຫ່ງ ສສ ຫວຽດນາມ ທີ່ລົງນາມ ໃນຄັ້ງວັນທີ 7 ເມສາ 1994 ວ່າ ດ້ວຍການຂຸດຄົ້ນ-ເຄື່ອນຍ້າຍອັດຖິທະຫານອາ ສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະ ລະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ ແລະ ອີງໃສ່ການ ພົວພັນ ຮ່ວມມືລະຫວ່າງຄະນະ ປະຕິບັດງານພິເສດແຂວງຈຳປາ ສັກ, ອັດຕະປື ແລະ ເຊກອງ ສປປ ລາວ ກັບຄະນະປະຕິບັດງານພິ ເສດແຂວງກອນຕູມ ສສ ຫວຽດ ນາມ ປະຈຳສົກປີ 2012-2013.

     ໃຫ້ກຽດເຂົ້າຮ່ວມພິທີມອບສົ່ງ ອັດຖິເທື່ອນີ້ມີທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງຈຳປາສັກ ທັງເປັນຫົວໜ້າຄະ ນະປະຕິ ບັດງານພິເສດແຂວງຈຳປາສັກ, ທ່ານ ດາວຊວນກຸຍ ຮອງເລຂາພັກແຂວງກອນຕູມ, ທ່ານນາງ ເລທິກິມເດີນ ຮອງ ເຈົ້າແຂວງທັງເປັນຫົວໜ້າຄະນະປະຕິບັດງານພິເສດແຂວງກອນຕູມ, ມີຫົວໜ້າກົງສຸນໃຫຍ່ຫວຽດນາມ, ຄະນະປະຕິບັດງານ ພິເສດອັດຕະປື, ເຊກອງ, ການນຳຂອງແຂວງ, ພະນັກງານ, ທະຫານ, ຕຳຫລວດ ພ້ອມນີ້ຍັງມີມວນຊົນ ແລະ ນັກຮຽນ-ນັກ ສຶກສາຢືນຢູ່ສອງຟາກ ທາງແຕ່ກິໂລແມັດທີ 4 ຫາກິໂລ ແມັດທີ 7 ສະແດງຄວາມໄວ້ອາ ໄລລະນຶກເຖິງຄຸນງາມຄວາມດີຂອງ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍຊີວິດເປັນເທື່ອສຸດທ້າຍ.

No comments:

Post a Comment