Ad

Ad

13 May 2013

ມ້າງແກ໋ງຄ້າປະເວນີລາຍໃຫຍ່



        ຕາມ​ແຫ​ລ່ງຂ່າວ​ປ້ອງ​ກັນ​ຄວາມ​ສະຫງົບ ​ແຈ້ງ​ໃຫ້​ຮູ້​ວ່າ: ​ເມື່ອ​ທ້າຍ​ເດືອນ​ເມສາ​ຜ່ານ​ມານີ້, ກຳລັງ​ເຈົ້າໜ້າ​ທີ່​ຕຳຫລວດ​ສະກັດ​ກັ້ນ ​ແລະ ຕ້ານ​ການ​ຄ້າ​ມະນຸດ ປກສ ນະຄອນຫລວງ​ວຽງ​ຈັນ ສາມາດ​ມ້າງ​ແກ໊ງຄ້າ​ປະ​ເວ​ນີລາຍ​ໃຫຍ່ ​ເຊິ່ງພວມ​ດຳ​ເນີນ​ການ​ຄ້າ​ປະ​ເວ​ນີຢ່າງ​ມີ​ການຈັດຕັ້ງ ຢູ່​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ເບື້ອງຕົ້ນ​ເຈົ້າ ໜ້າ​ທີ່​ສາມາດ​ເຂົ້າຈັບ​ກຸມ​ນາຍ​ໜ້າ ​ແລະ ສາວ​ບໍລິການ​ໂສ​ເພນີ​ຈຳນວນ 7 ຄົນ ທີ່​ພວມ​ຕິດຕໍ່​ຊື້ ຂາຍ​ປະ​ເວ​ນີຢູ່​ເຮືອນ​ພັກ​ແຫ່ງ​ໜຶ່ງ​ທີ່​ບ້ານ​ບຶງ​ຂະ​ຫຍອງ ​ເມືອງ​ສີ​ສັດຕະ​ນາກ ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ດຳ​ເນີນ​ການ​ສືບ​ສວນ-ສອບ​ສວນ.
        ຜູ້​ເປັນ​ນາຍ​ໜ້າ ​ເຊິ່ງ​ແມ່ນ​ຊາຍສະກັນ​ຜູ້​ໜຶ່ງ​ ອາຍຸ 27 ປີ ​ເປັນ​ນັກ​ສຶກສາ ປັດຈຸບັນ​ຢູ່​ບ້ານ​ໂພນ​ສີນ​ວນ ​ເມືອງ​ສີ​ສັດຕະ​ນາກ ​ໄດ້​ໃຫ້ການ​ຮັບ​ສາລະພາບ​ວ່າ: ຕົນ​ເອງ​ໄດ້​ເປັນ​ນາຍ​ໜ້າ​ຄ້າ​ປະ​ເວ​ນີ​ແທ້​ມາ​ແຕ່​ປີ 2012 ຜ່ານ​ມາ ​ໂດຍ​ອາ​ໄສ​ເຮືອນ​ເຊົ່າ​ຢູ່​ບ້ານ​ໂພນ​ສີນ​ວນ ​ແລ້ວ​ຊອກ​ເອົາ​ຍິງ​ສາວ​ມາ​ຈາກ​ຕ່າງ​ແຂວງ​ເຂົ້າມາ​ພັກ​ເຊົາ​ຢູ່​ນຳ ​ແລະ ຕິດຕໍ່​ຫາ​ແຂກ​ຜູ້​ຕ້ອງການ​ສາວ​ບໍລິການ (ຕ້ອງການ​ຊື້ປະ​ເວ​ນີ) ຢູ່​ຕາມ​ໂຮງ​ແຮມ, ​ເຮືອນ​ພັກ ​ແລະ ສະຖານ​ທີ່​ບັນ​ເທີ​ງຕ່າງໆ ​ແລ້ວ​ກໍ​ນຳ​ເອົາ​ສາຍ​ບໍລິການ​ດັ່ງ ກ່າວ​ໄປ​ສົ່ງ​ເຖິງ​ທີ່ ​ໃນ​ລາຄາ​ແຕ່ 1.000-1.500 ບາດ​ໄທຕາມ​ຄວາມ ​ເໝາະ​ສົມ, ສ່ວນ​ນາຍ​ໜ້າ​ຈະ​ຫັກ​ເອົາ​ຄ່າ​ບໍລິການ​ແຕ່ 600- 800 ບາດ, ສ່ວນ​ເຫລືອ​ຈຶ່ງ​ຈະ​ແມ່ນ​ພູດ​ຂອງ​ສາວ​ບໍລິການ ​ເຊິ່ງມັນ​ເປັນ​ການ​ຂູດ​ຮີດ​ແຮງ​ງານ​ອັນ​ໂຫດ ຮ້າຍ​ສາມານ​ຈາກ​ກຸ່ມ​ສາວ​ບໍລິ ການ ​ເພື່ອ​ນຳ​ມາ​ຄູນ​ຮັ່ງ​ຄູນ​ມີ​ໃຫ້​ແກ່​ພວກ​ຄ້າ​ມະນຸດ​ດັ່ງກ່າວ.

          ຫົວໜ້າ​ພະ​ແນ​ກສະກັດ​ກັ້ນ ​ແລະ ຕ້ານ​ການ​ຄ້າ​ມະນຸດ ປກສ ນະຄອນຫລວງ​ວຽງ​ຈັນ ​ເປີດ​ເຜີຍ​ວ່າ: ກ່ອນ​ຈະ​ມ້າງ​ແກ໊ງຄ້າ​ໂສ​ເພ ນີ​ດັ່ງກ່າວ​ໄດ້ ກຳລັງ​ເຈົ້າໜ້າ​ທີ່​ພວກ​ເຮົາ​ຕ້ອງ​ເສຍ​ເວລາ​ຕິດຕາມ​ການ​ເຄື່ອນ​ໄຫວ​ຂອງ​ພວກ​ເຂົາ ​ເພື່ອ​ຮູ້​ການ​ເຄື່ອນ​ໄຫວ​ຢ່າງ​ເປີດ​ແປນ​ຂອງ​ພວກ​ເຍົາ​ທີ່​ຜິດ​ຕໍ່​ລະ ບຽບ​ກົດໝາຍ ​ແລະ ສ້າງ​ຄວາມ​ເສື່ອ​ມ​ເສຍ​ທາງ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ, ​ເປັນ​ການຈັດ ຕັ້ງຄ້າຂາຍ​ປະ​ເວ​ນີຢ່າງ​ໂລດ​ໂຜນ ​ເຮັດ​ໃຫ້​ສັງຄົມ​ຂາດ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຈຳນວນ​ສາວ​ບໍລິການ​ນັ້ນບາງ​ຄົນ​ກໍ​ຖືກ​ເຈົ້າໜ້າ​ທີ່​ນຳ​ມາ​ສຶກສາ​ອົບຮົມ​ຫລາຍ​ເທື່ອ​ແລ້ວ​ແຕ່​ບໍ່​ເຄັດ​ຫລາບ ດັ່ງນັ້ນ ຄະດີ​ດັ່ງກ່າວ​ຈຶ່ງ​ຈະ​ໄດ້​ນຳ​ສົ່ງ​ຟ້ອງ​ໄອ​ຍະ​ການ ​ແລະສານ ​ຕັດສິນ​ຕາມ​ລະບຽບ​ກົດໝາຍ.

No comments:

Post a Comment