Ad

Ad

13 May 2013

ເປີດ​ຕົວ ​ໂທລະສັບ SAMSUNG GALAXY S4 ຢູ່ນະຄອນຫຼວງວຽງຈັນ



          ບໍລິສັດ ລາວ​ໂມ​ບາຍ​ກຼຸບ ​ແລະ ຫ້ອງການ​ຜູ້ຕາງໜ້າບໍລິສັດ Thai Samsung Electronic. Co.ltd ໄດ້ນຳ​ນະ​ເໜີຜະລິດ​ຕະພັນ​ໃໝ່ຫຼ້າສຸດ ​ SAMSUNG  GALAXY S4 ສູ່​ຕະຫຼາດ ສປປ ລາວ ​ເພື່ອ​ຕອບ​ສະໜອງການ​ໃຊ້ງານ​ຂອງ​ຜູ້​ຊົມ​ໃຊ້ ທີ່​ເປັນ​ຜູ້ນຳ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໃໝ, ​ເຊິ່ງ​ໄດ້​ຮັບ​ການ​ພັດທະນາ​ຄຸນ​ນະລັກສະນະ​ພິ​ເສດ​ຈາກ​ໂທ ລະສັບ​ມື​ຖື​ໃນ​ຕະກູນ S Series ທີ່​ປະກອບ​ໄປ​ດ້ວຍ​ຄຸນ​ນະພາ​ບ, ຄວາມ​ຄົມ​ຂອງ​ການຖ່າຍ​ພາບ, ຮູບ​ແບບ​ທີ່​ສວຍ​ງາມ ​ແລະ ລູກຫຼີ້ນຕ່າງໆທີ່ຫຼາກຫຼາຍ.
          ພິທີ​ເປີດ​ໂຕ​ໂທລະສັບ​ດັ່ງ ກ່າວໄດ້​ຈັດ​ຂື້ນ​ໃນວັນ​ທີ 10 ພຶດສະພາ 2013 ຢູ່​ບໍລິສັດ ລາວ​ໂມ​ບາຍ​ກຼຸບນະຄອນຫຼວງ ວຽງຈັນ, ​ໂດຍ​ເປັນກຽດ​ເຂົ້າຮ່ວມ​ຂອງ ທ່ານ ນາງ ​ເປ​ຮມ ມາ​ວະ​ລິນ ໂກ​ສິດ​ນຸກຸນ ຜູ້​ຈັດການ​ຕົວ​ແທນ​ຈຳໜ່າຍ ຊຳ​ຊຸງ ປະຈຳ​ພາກພື້ນ ແລະ ທ່ານ ມົນຕີ ຫຼວງສີ​ປະ​ເສີດ ຜູ້ອຳນວຍການ​ໃຫຍ່​ຮ້ານ​ ລາວ​ໂມ​ບາຍ​ກຼຸບ.
           ທ່ານ ອຸ​ເທ​ນ ນັນທຸມ ຫົວ ໜ້າການ​ຕະຫຼາດ ບໍລິສັດ ລາວ​ໂມ​ບາຍ​ກຼຸບ ກ່າວ​ວ່າ: ​ໂທລະສັບ​ມື​ຖື​ ຊຳ​ຊຸງ​ ​ແມ່ນ​ກຳລັງ​ເປັນ​ທີ່​ນິຍົມ ຫຼາຍ​ໃນຫຼາຍປະ​ເທດ, ຊຶ່ງ​ໃນ ລາວ ກໍ​ມີ​ຜູ້​ທີ່​ນິຍົມ​ໃຊ້​ໂທລະສັບ​ດັ່ງກ່າວ ​ເປັນ​ຈຳນວນຫຼາຍ ​ເນື່ອງ​ຈາກ​ມີ​ຄຸນ​ນະ ພາ​ບ ​ແລະ​ ຄວາມຫຼາກຫຼາຍທາງ​ດ້ານ​ເຕັກ​ໂນ​ລ​ໂຊ ຊີ ທີ່​ເໝາະກັບ​ຍຸກ ປະຈຸ​ບັນ, ສະນັ້ນການ​ນຳ​ສະ​ເໜີ​ໂທລະ​ສັບ SAM SUNG  GALAXY S4 ຊຶ່ງ​ເປັນ​ລຸ້ນ​ໃໝ່ຫຼ້າສຸດ ທີ່​ມີ​ການ​ເປີດ​ຕົວ​ໃນຫຼາຍປະ​ເທດ ​ແລະ ​ໃນ​ລາວ​ເອງກໍ​ຖື​ວ່າ ບໍລິສັດ ລາວ​​ໂມ​ບາຍ​ກຸບ ກໍ​ໄດ້​ເປັນ​ຕົວ​ແທນ​ນຳ​ເຂົ້າ​ໂທລະສັບ ຍີ່​ຫໍ້​ດັ່ງກ່າວ​ເພື່ອ​ຈຳໜ່າຍ​​ ​ແລະ ​ເປີດ​ໂອກາດ​ໃຫ້​ບັນດາ​ຜູ້​ຊົມ​ໃຊ້​ໂທລະສັບ​ມື​ຖື ຊຳ​ຊຸງ ​​ໄດ້ສຳ​ພັດ​ກັບ​ໂທລະສັບ​ທີ່​ດີ​ທີ່​ສຸດ​ໃນ​ປະຈຸ​ບັນ.

      ທ່ານ ອຸ​ເທ​ນ ນັນທຸມ ກ່າວ​ວ່າ: SAMSUNG  GALAXY S4 ມີໜ້າຈໍ​ໃຫຍ່ 5 ນີ້ວ​ທີ່​ມີ​ຄວາມ ລະອຽດສູ​ງ​ໃນ​ລະດັບ Full HD(1080p), ມາ​ພ້ອມ​ກັບ​ເທັກ​ໂນ​ໂລ​ຢີ Full Super AMOLED ໃຫ້ສີສັນ​ທີ່​ສວຍ​ງາມ, ກ້ອງ​ດີ​ຈິ​ຕອນ​ດ້ານຫຼັງມີ​ຄວາມ​ລະອຽດ ສູງ 13ລ້ານ ພິກ​ເຊ​ວ, ກ້ອງ​ດ້ານ ໜ້າສາ ມາດ​ຖ່າຍ​ວີ​ດີ​ໂອ​ລະອຽດ ລະດັບ HD ແລະ ຄວາມຫຼາກ ຫຼາຍອື່ນໆ ທີ່​ສາມາດ​ຕອບສະ ໜອງກັບ​ຄວາມ ທັນ​ສະ​ໃໝ​ໃນ​ຍຸກ ​ເຕັກ​ໂນ​ໂລ​ຊີ​ປະຈຸ​ບັນ​ໄດ້​ເປັນ​ຢ່າງ​ດີ.
     ທ່ານ ອຸ​ເທ​ນ ນັນທຸມ ຫົວໜ້າ ການ​ຕະຫຼາດ ບໍລິສັດ ລາວ​ໂມ​ບາຍ​ກຸບ ກ່າວ​ວ່າ: ບໍລິສັດ ລາວ​ໂມ ບາຍ​ກຸບ ​ເປັນ​ບໍລິສັດ​ນຳ​ເຂົ້!​ໂທລະສັບ​ມື​ຖື ທຸກ​ຮຸ້ນ ແລະ ​ເປັນ​ຕົວ​ແທນ​ຈຳໜ່າຍ ​ເຄື່ອງ​ໄຟຟ້າ​ເອ​ເລັກ​ໂຕ​ນິກ ຫຼາຍຫຍີ່​ຫໍ້ ຊຶ່ງ​ນອກ ຈາກ​ການ​ຈຳໜ່າຍ​ແລ້ວ ບໍລິສັດ​ຍັງ​ມີ​ການ​ບໍລິສັດ​ຫຼັງການ​ຂາຍ​ທີ່​ຮັບປະກັນ​ ຄວາມ​ສະດວກ​ສະ ບາຍ​ແກ່​ລູກ​ຄ້າ ລວມທັງ​ມີ​ໜ່ວຍ ບໍລິການ​ສ້ອມ​ແປງ​ທີ່​ທັນ​ສະ​ໃໝ ແລະ ອາ​ໄຫຼ່ຂອງ​ແທ້, ອຸປະກອນ​ເສີມ​ຂອງ​ແທ້ ຈາກ​ຫຍີ່​ຫໍ້​ຊັ້ນ​ແນວ ໜ້າ​ໄວ້​ຄອຍ​ໃຫ້​໊໘ານ​ເລືອກ​ໃຊ້, ພ້ອມ​ດຽວກັນບໍລິສັດຍັງ​ໄດ້​ມີ​ສາຂາຈຳໜ່າຍທົ່ວ​ປະ​ເທດ ​ເພື່ອ​ອຳນວຍ​ຄວາມ​ສະດວກ ​ແລ​ະ ​ເຂົ້າ​ເຖີງລູກ​ຄ້າ​ໄດ້​ທົ່ວ​ເຖີງ.

No comments:

Post a Comment