Ad

Ad

13 May 2013

ເທດສະການ​ອາຫານເອີຣົບຄັ້ງທີ 2 ຈັດ​ຂຶ້ນຢ່າງ​ຄືກຄື້ນຢູ່ນະຄອນຫຼວງວຽງຈັນ



         ​ເທດສະການ​ອາຫານ​ເອີ ຣົບຄັ້ງທີ 2 ໄດ້​ຈັດ​ຂື້ນໃນ​ວັນ​ທີ 11 ພຶດສະພາ ນີ້ ຢູ່ ສວນ​ເຈົ້າ​​ອານຸວົງ ນະຄອນຫຼວງວຽງຈັນ ເພື່ອ​ເປັນ​ການສະ​ເຫຼີມສະຫຼອງວັນ​ສ້າງ ຕັ້ງສະຫະພາບ​ເອີຣົບຄົບ​ຮອບ 63 ປີ ແລ​ະ ຄົບຮອບ 10 ປີ​ແຫ່ງ​ການ​ສ້າງຕັ້ງສຳນັກ ງານ​ຜູ້ຕາງໜ້າສະ ຫະພາບ​ເອີຣົບປະຈຳ​ລາວ ​ແລະ ນອກ​ນີ້ຍັງ​ເປັນ​ການສະ​ເຫຼີມສະ ຫຼອງສາຍ​ພົວພັນ​ລາວ ​ແລະ ອີ​ຢ ອີກ​ດ້ວຍູ.
        ​ເຂົ້າ​ຮ່ວ​ມ​ພິທີ​ເປີດ​ເທດສະ ການອາຫານ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ​ມີ ທ່ານ ມີ​ແຊນ ໂກ​ແຟງ ອຸປະ​ທູດ ສຳນັກງານ​ຜູ້ຕາງ ໜ້າສະຫະພາບ​ເອີຣົບປະຈຳ​ລາວ, ທ່ານ ດຣ ລາມ​ອນ ບູດ​ແຊວ​ເລີ ອຳນວຍ​ການ​ອາວຸ​ໂສ ສະພາ​ການ​ຄ້າ ​ແລະ ອຸດສາຫະ ກຳ​ເອີຣົບ ​ແລະ ທ່ານ ເບ​ນຈາ​ແມງ ດາ​ອູ ອຳນວຍ​ການ​ໃຫຍ່​ບໍລິສັດ​ອານາ​ມ ຟາຍ​ພູດ ​ແລະ ​ໂອກາດ​ດັ່ງກ່າວ ທ່ານ ມີ​ແຊນ ໂກ​ແຟງ ​ໄດ້​ມີ​ຄຳ​ເຫັນວ່າ: ນະ ຄອນ ຫຼວງວຽງຈັນ ເປັນ​ເມືອງ​ທີ່ມີ​ອາຫານ​ຄຸນ​ນະພາ​ບສູງ​ ​ແລະ ໄດ້​ມາດຖານ​ສາກົນຫຼາຍ ​ຢ່າງ ແລະ ​ເທດສະການອາຫານ ຄັ້ງນີ້, ຈະ​ຊ່ວຍ​ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ ​ແລະ ກໍ​ຈະ​ມີ​ກິດ ຈະກຳຫຼາຍຢ່າງ ​ໂດຍ​ສະ​ເພາະ ກິດຈະກຳ​ດ້ານ​ອາຫານຕ່າງໆ ຖືກ​ອອກ​ແບບ​ໃຫ້​ແທດ​ເໝາະກັບ​ລັກສະນະ​ທີ່​ໂດດ​ເດັ່ນ​ຂອງ​ແຕ່ລະ​ປະ​ເທດ, ​ເຄື່ອງ​ດື່ມ​ເຊິ່ງປະກອບ​ມີ​ວາຍ ​ແລະ ​ເບຍ​ເອີຣົບ ລວມທັງ​ກິດຈະກຳ​ມ່ວນ​ຊື່ນ​ສຳລັບ​ເດັກ ​ແລະ ການສະ​ແດງ​ເທີ​ງ​ເວທີ, ຊື່​ງປີນີ້ ມີ​ຮ້ານ​ອາຫານ​ເອີຣົບ ​ແລະ ຜູ້ນຳ​ເຂົ້າອາຫານ ເຄື່ອງ​ດື່ມ​ມາ​ຮ່ວມ​ຫຼາຍກ່ວາ 20 ຮ້ານ ທີ່​ເຮັດ​ໃຫ້ຜູ້ເຂົ້າຮ່ວມ​ໃນ​ງານ​ໄດ້​ຮ່ວມ​ສຳ​ພັດ​ກັບ​ລົດ​ຊາດ​ຂອງ​ອາຫານ​ເອີຣົບຢ່າງຫຼາກຫຼາຍອີກ​ດ້ວຍ.

No comments:

Post a Comment