Ad

Ad

13 May 2013

ສຳ​ເລັດ​ການ​ຍົກ​ລະດັບທັກ​ສະການ​ຂຽນ​ບົດ​ວຽກ​ດີ​ຄົນ​ເດັ່ນ​ໃຫ້ນັກ​ຂ່າວ​ທົ່ວ​ປະ​ເທດ



         ຊຸດ​ຝຶກ​ອົບຮົມ​ນັກ​ຂ່າວ​ທົ່ວ​ປະ​ເທດ ກ່ຽວ​ກັບ​ຫົວ​ຂໍ້ “ ທັກ​ສະ ການ​ຂຽນ​ບົດ​ວຽກ​ດີ​ຄົນ​ເດັ່ນ” ໂດຍ​ການ​ຮ່ວມ​ມື​ລະ ຫວ່າງກະຊວງ​ຖະ​ແຫລ​ງຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ແຫ່ງ ສປປ ລາວ ​ແລະ ກະຊວງ​ຖະ​ແຫລ​ງ ຂ່າວ ​ແລະ ສື່ສານ ສສ. ຫວຽດ ນາມ​ ​​ໄດ້​ສຳເລັດ​ລົງໃນ​ວັນ​ທີ 10 ພຶດສະພາ 2013 ນີ້ທີ່ ສະ​ຖາ​ບັນ​ສື່​ມວນ​ຊົນ ແລະ ວັດທະນະທຳ ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ ຂອງ ທ່ານ ສະຫວັນ​ຄອນ ຣາຊະ​ມຸນຕີ ລັດຖະມົນຕີ​ຊ່ວຍ​ວ່າການ ກະ ຊວງ​ຖະ​ແຫລ​ງຂ່າວ ວັດທະນະ ທຳ ​ແລະ ທ່ອງ​ທ່ຽວ, ທ່ານ ໂດ ກຸຍ ສວນ ລັດຖະ ມົນຕີ​ຊ່ວຍ​ວ່າ ການ ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ ສສ.ຫວຽດນາມ​, ມີ​ຫົວໜ້າ​ກົມ, ຮອງ​ກົມ, ຫົວໜ້າ​ພະ​ແນ​ກການ​ຈາກ​ພາກສ່ວນ​ກ່ຽວ ຂ້ອງ​ເຂົ້າຮ່ວມ.
          ​ໃນຊຸດ​ຝຶກ​ອົບຮົມ​ມີ​ນັກ​ສຳ​ມະ​ນາກ​ອນມາ​ຈາກ​ຂະ​ແໜງ​ການ​ຕ່າງໆ​ອ້ອມ​ຂ້າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຈຳນວນ 45 ທ່ານ, ຍິງ 11 ທ່ານ ​ໃນ​ັ້ນມາ​ຈາກ​ທ້ອງ​ຖິ່ນ 19 ທ່ານ ຊຶ່ງ​ຕະຫລອດ​ໄລ ຍະ​ການ​ຝຶກ​ອົບຮົມ 5 ວັນ ຜູ້​ເຂ້ົາ ຮ່ວມ​ໄດ້​ຖອດ​ຖອນ​ບົດຮຽນ, ​ແລກປ່ຽນ​ຄຳ​ເຫັນ​​ເຊິ່ງກັນ ​ແລະ ກັນ ພ້ອມ​ທັງ​ຝຶກ​ຫັດ​ຕົວ​ຈິງ​ໃນ​ຫ້ອງ​ຮຽນ ​ແລະ ​ໄປ​ທັດ ສະນະ​ສຶກສາ ​ເພື່ອ​ເກັບ​ກຳ​ຂໍ້​ມູນ​ມາ​ຂຽນ​ບົດ. ​ໄລຍະ​ຜ່ານ​ມາ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ ສສ. ຫວຽ​ດນາມ ​ໄດ້​ຈັດ​ຝຶກ​ອົບຮົມ​ໃຫ້​ສື່​ມວນ​ຊົນ​ລາວ​ຈຳນວນ​ຫລາຍ​ຄັ້ງ ຊຶ່ງ​​ໄດ້​ປະກອບສ່ວນ​ສຳຄັນ​ເຮັດ​ໃຫ້​ນັກ​ຂ່າວ​ຂອງ​ລາວ ​ມີ​ການ​ພັດທະນາ​ດ້ານ​ວິຊາ​ສະ​ເພາະ​ໃຫ້​ດີ​ຂຶ້ນ, ສາມາດ​ຂີດ​ຂຽນ​ອອກ​ຂ່າວ​ໃນ​ໜັງສືພິມ, ​ວິທະຍຸ ​ແລະ ​ໂທລະພາບ​ໄດ້​ຢ່າງ​ຄ່ອງ​ແຄ້ວ.

     ​ໂອກາດ​ນີ້ ທ່ານ ສະຫວັດ​ຄອນ ຣາຊະ​ມຸນຕີ ​ໄດ້ໃຫ້​ທິດ​ຊີ້ນຳ​ຕໍ່​ນັກ​ສຳ​ມະ​ນາກ​ອນ ​ໂດຍ​ຍົກ​ໃຫ້​ເຫັນ​ວ່າ: ການ​ຈັດ​ຊຸດອົບ ຮົມ​ ໃນ​ຫົວ​ຂໍ້​ “ ທັກ​ສະການ​ຂຽນ​ບົດ​ວຽກ​ດີ​ຄົນ​ເດັ່ນ” ​ເປັນ​ຫົວ​ຂໍ້​ສຳຄັນ​ສຳລັບ​ສື່​ມວນ​ຊົນ​ໃນ​ການ​ປະຕິບັດ​ໜ້າ​ທີ່, ​ເປັນ​ໂອ ກາດ​​ໃຫ້​ຜູ້ເຂົ້າ​ຮ່ວມ​ໄດ້​ຄົ້ນ​ຄ້ວາ​ຮ່ຳ​ຮຽນ​ເອົາ​ບົດຮຽນ​ທີ່​ນຳ ສະ​ເໜີ​ຂອງ​ຄູ​ອາຈານ ​ແລະ ນັກ​ສຳ​ມະ​ນາກ​ອນດ້ວຍ​ກັນ ​ແນ​ໃສ່​ໃຫ້​ມີ​ຄວາມ​ຮູ້​ເພີ່ມ​ເຕີມ​ໃນ​ການ​ໃນ​ການ​ຂຽນ​ບົດ ​ໃຫ້​ມີ​ປະສິດທິ ພາບ ສູງ​ຂຶ້ນ​ເທື່ອ​ລະ​ກ້າວ ພ້ອມ​ດຽວ​ກັນນີ້ ທ່ານຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ ຕໍ່​ການ​ສະໜັບສະໜູນ​ ຂອງ ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ ສສ. ຫວຽດນາມ ທີ່​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ​ຂອງ​ສື່​ມວນ​ຊົນ​ລາວ​ມາ​ໂດຍ​ຕະຫລອດ.

No comments:

Post a Comment