Ad

Ad

16 May 2013

ອາກາດຮ້ອນໃຫ້ເອົາໃຈໃສ່ຕໍ່ສຸຂະພາບສັດລ້ຽງດ້ວຍການສັກຢາວັດຊິີນເພື່ອປ້ອງກັນພະຍາດ



       ໃນສັງຄົມບ້ານເຮົາມີຫລາຍຄົນມັກລ້ຽງສັດປະເພດຕ່າງໆ ເຊັ່ນ:ໝາ,ແມວແລະສັດປີກອື່ນໆ ພາຍໃນເຮືອນຂອງຕົນ, ໂດຍມີການບົວລະບັດຮັກສາເປັນຢ່າງດີໂດຍສະເພາະແມ່ນນຳເອົາສັດລ້ຽງໄປສັກຢາ, ການລ້ຽງເກືອດ້ວຍອາຫານທີ່ມີຄຸນ ນະພາບສູງເພື່ອໃຫ້ສັດລ້ຽງມີສຸຂະພາບດີ​ບໍ່ໃຫ້ເກີດພະຍາດທີ່ອາດຈະຕິດຕໍ່ສູ່ຄົນ.
        ທ່ານດຣ.ຄຳແດງ ພັນທະວົງ ເຈົ້າຂອງຄຣິນິກສັດຕະວະແພດ, ບ້ານທ່າພະລານໄຊ, ຖະໜົນທ່າເດື່ອ ເມືອງສີສັດຕະ ນາກ ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດນັກຂ່າວວ່າ: ຄຽງຄູ່ກັບກະແສນິຍົມໃນການລ້ຽງສັດເຊັ່ນ:ໝາ​- ​ແມວຢູ່ເຮືອນ ຂອງຕົນ​ເພື່ອ​ຫວັງມາ​ເປັນ​ເພື່ອນ​ຕົນ​ເອງ, ລ້ຽງ​ເອົາ​ໄວ້​ເຝົ້າ​ເຮືອນ. ແຕ່ສຳຄັນເຈົ້າ​ຂອງ​ສັດລ້ຽງ​ຕ້ອງ​ເອົາ​ໃຈ​ໃສ່ສຸຂະພາບ​ສັດ​ໃຫ້​ດີ ​ໂດຍ​ສະ​ເພາະ​ແມ່ນ ​ເອົາ​ໝາ ​ແລະ ​ແມວ​ໃຫ້​ໄປ​ສັກ​ຢາ​ກັນ​ພະຍາດ​ຕ່າງໆ​ທີ່​ມັກ​ຈະ​ເກີດ​ຂື້ນ​ກັບ​ສັດ ລ້ຽງ.ຄຽງ​ຄູ່​ກັບ​ການ​ລ້ຽງສັດ​ໂດຍ​ສະ​ເພາະ​ໝາ​ໃຫ້​ເອົາ​ໃຈ​ໃສ່​ຕິດຕາມ​ສຸຂະພາບ​ໃຫ້​ດີ ​ແລະ ຖ້າ​ມີ​ບັນຫາ​ສຸຂະພາບສັດລ້ຽງຄວນ​ໄປປືກສາ​ຫາລືກັບ​ຄລີ​ນິກ ກ່ຽວ​ກັບ​ວິທີ​ລ້ຽງ​ເກືອອາຫານໃຫ້​ສັດ, ວິທີ​ບົວ ລະບັດ​ຮັກສາ​.​ໃນ​ໄລຍະ​ອາກາດ​ຮ້ອນ​ນີ້​ໃຫ້ ​ເຈົ້າ​ຂອງ​ສັດ ລ້ຽງ​ຄວນລະວັງ​ພະ ຍາດ​ຕ່າງໆ​ທີ່​ຈະ​ເກີດ​ຂື້ນ​ກັບ​ສັດ​ເຊັ່ນ:​ພະຍາ​ດ ລຳ​ໄສ້, ​ໄຂ້​ຫວັດ(​ໄຂ້​ຂື້ນ​ສະໝອງ) ນອກນີ້​ຍັງ​ມີ​ພະຍາດກະທັນຫັນ​ເຊັ່ນ:ຫົວ​ໃຈວາຍ,​ເຈັບ​ໄຂ່ຫລັງ, ເຈັບທ້ອງ ແລະ ພະຍາດອື່ນໆ. ເຊື້ອພະຍາດຫລາຍຊະນິດດັ່ງ ກ່າວສາມາດ ປ້ອງກັນໄດ້ດ້ວຍ ການ ສັກຢາວັກຊິນກັນພະຍາດ ເທົ່ານັ້ນຈີ່ງສາມາດປ້ອງກັນສັດລ້ຽງໄດ້, ຖ້າບໍ່ມີການສັກຢາວັກຊິນສັດລ້ຽງຕິດພະຍາດໄດ້ງ່າຍ ແລະ ຕາຍໄວ.​

     ຄຽງ​ຄູ່​ກັບ​ການ​ລ້ຽງ​ສັດໃນ ສັງຄົມນັ້ນຄລິ​ນິກສັດຕະວັດ​ແພດ ທ່ານດຣ.ຄຳແດງ ພັນທະວົງ ກໍ​ເປັນ​ພາກສ່ວນ​ໜື່ງທີ່​ໄດ້​ເຕີບ​ໃຫຍ່​ຂະຫຍາຍຕົວ​ ​ແລະ ຮັບ​ການ​ບໍລິ ການ​ປິ່ນປົວສັດ,​ໃຫ້​ຄຳ​ປືກສາຫາ ຫລືວິທີການລ້ຽງ,ວິທີການໃຫ້ອາ ຫານແລະອື່ນໆ.​ເລີ່​ມ​ແຕ່​ເປີດ​ຄລິ​ນິກ​ເປັນຕົ້ນ​ມາກໍ ໄດ້ຮັບປິ່ນປົວ ສັດເຊັ່ນ:ໝາແລະແມວ,ນອກຈາກ ປິ່ນປົວພະຍາດຕ່າງໆແລ້ວກໍຊ່ວຍເກີດລູກ ໃຫ້ໝາ ຫລືເກີດບໍ່ໄດ້ກໍໄດ້ຜ່າຕັດເອົາລູກອອກໃຫ້ ໝາ.ປະຈຸ​ບັນ​ຈາກ​ສະພາບ​ດິນ​ຟ້າ​ອາກາດ​ມີ​ການ​ປ່ຽນ​ແປງ, ອາກາດຮ້ອນ ຂື້ນຈະ​ເຮັດ​ໃຫ້​ສັດລ້ຽງ​ເກີດ​ມີ​ພະຍາດ​ຫລາຍຂື້ນຄື: ໄຂ້ຫວັດໃຫຍ່, ໄຂ້ຫວັດໃນໝາ ແລະ ແມວ, ພະຍາດວໍ້, ລຳໃສ້ອັກເສບ ແລະ ອື່ນໆ ເຊິ່ງສະ​ແດງ​ອອກ​ເຖິງ​ຈຳນວນ​ຂອງ​ສັດ​ທີ່​ຖືກ​ນຳ​ເຂົ້າ​ມາ​ປິ່ນປົວ​ຢູ່​ຄລິ​ນິກມື້ໜື່ງ​ເຂົ້າ​ມາກ​ວດ ແລະ ປິ່ນປົວ 25​ໂຕ​ຂື້ນ​ໄປ, ບາງ​ມື້ກໍ​ແມ່ນ​ເກືອບ 100 ​ໂຕ.

No comments:

Post a Comment