Ad

Ad

16 May 2013

ສະເທືອນຂວັນບັ້ງໄຟຕົກໃສ່ຫົວເສຍຊີວິດຄາທີ່



       ພາບວິດີໂອ ທີ່ປະກົດເຫັນ ປະຊາຊົນພາກັນແລ່ນແຕກຕື່ນ ຢ່າງສົນລະວົນ ແລະ ກ່ອນຈະເຫັນພາບຮ່າງຊາຍ ໜຸ່ມຄົນ ໜຶ່ງນອນເສຍຊິວີດຍ້ອນຖືກບັ້ງໄຟຕົກມາໃສ່ຫົວໃນຂະນະທີ່ນັ່ງດື່ມກິນຢ່າງມ່ວນຊື່ນຢູ່ກາງງານບຸນບັ້ງໄຟໃນເຂດຫລັກ 36 ເມືອງໄຊທານີ, ນະຄອນຫລວງວຽງຈັນ ເຊິ່ງພາບບັທຶກດ້ວຍໂທລະສັບມືຖື ແລະ ຖືກເຜີຍແຜ່ລົງໃນສື່ສັງຄົມ (Social Media) ເມື່ອຕົ້ນອາທິດຜ່ານມາ, ອັນໄດ້ສ້າງຄວາມສະຫຍອງຂວັນໃຫ້ກັບຜູ້ທີ່ເຫັນໃນອິນເຕີເນັດບໍ່ໜ້ອຍ.
     ເຫດການສູນເສຍທີ່ບໍ່ເພິ່ງ ປາດຖະໜາຄືດັ່ງປະກົດໃນພາບວີດີໂອນັ້ນ,ໄດ້ສະທ້ອນໃຫ້ສັງຄົມເຫັນວ່ານອກຈາກບຸນບັ້ງ ໄຟຈະຈັດຂຶ້ນຕາມຮີດຄອງປະເພນີ ແລະ ເປັນບຸນປາງໜຶ່ງທີ່ສ້າງຄວາມມ່ວນຊື່ນແລ້ວ, ມັນກໍຍັງແອບແຝງດ້ວຍຄວາມອັນຕະ ລາຍທີ່ຫລາຍຄົນຄາດບໍ່ເຖິງ, ເຊິ່ງຜ່ານມາກໍເຫັນເກີດຂຶ້ນເລື້ອຍໆກ່ຽວກັບອຸປະຕິເຫດຈາກບັ້ງໄຟຕົກໃສ່ເຮືອນຊານບ້ານຊ່ອງ ແລະ ຜູ້ຄົນມີທັງ ເສຍຊີວິດ ແລະ ບາດເຈັບເປັນຈຳນວນບໍ່ໜ້ອຍ. ສະນັ້ນ ໄລຍະນີ້ ຖືວ່າເປັນໄລຍະຂອງການເລີ່ມມີ ການຈັດ ບຸນບັ້ງໄຟຢູ່ຫລາຍທ້ອງຖິ່ນ ດັ່ງນັ້ນ ກໍເຫັນສົມຄວນວ່າຄະນະຮັບຜິດຊອບຈັດບຸນດັ່ງກ່າວແຕ່ລະແຫ່ງຄວນມີມາດຕະຖານ ເພື່ອຄວາມປອດໄພ ແລະ ຄວາມຮັບພິຊອບໃນການຈັດງານໃຫ້ຫລາຍກວ່າເກົ່າ, ສ່ວນຜູ້ທີ່ໄປເບິ່ງໄປຊົມກໍຕ້ອງໄດ້ມີສະຕິລະ ມັດລະວັງຕົວສູງເພື່ອຫລີກລ້ຽງຈາກຄວາມອັນຕະລາຍຕ່າງໆທີ່ຄາດບໍ່ເຖິງເກີດຂຶ້ນຄືດັ່ງຜ່ານມາ.

No comments:

Post a Comment