Ad

Ad

24 June 2013

ສະຫລອງວັນສ້າງຕັ້ງທະນາຄານທຸລະກິດລາວ-ຫວຽດ ຄົບ ຮອບ 14 ປີ ແລະ ບໍລິສັດຮ່ວມທຸລະກິດປະກັນ ໄພລາວ-ຫວຽດຄົບຮອບ 5 ປີ



          ພິທີສະເຫລີມສະຫລອງວັນ ສ້າງຕັ້ງທະນາຄານທຸລະ ກິດລາວຫວຽດ ຄົບຮອບ 14 ປີ ແລະ ບໍລິສັດຮ່ວມ ທຸລະກິດປະ ກັນໄພລາວຫວຽດຄົບຮອບ 5 ປີ,ໄດ້ຈັດຂຶ້ນໃນຄໍ່ຄືນວັນທີ 21 ມິຖຸນານີ້, ຢູ່ໂຮງແຮມລາວພາຊາ, ນະຄອນຫລວງ ວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະ ມົນຕີແຫ່ງ ສ ປປ ລາວ, ມີບັນດາການນຳຂັ້ນສູງ ແລະ ນັກທຸລະກິດລາວ ແລະ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.
      ທ່ານ ດວ່ານ ຫວຽດນາມ ໄດ້ ກ່າວໃນພິທີວ່າ: ເດືອນມິຖຸນາ 1999 ໂດຍປະ ຕິບັດຕາມສົນທິສັນ ຍາລະຫວ່າງ ລັດຖະບານສອງປະ ເທດລາວ ແລະ ຫວຽດນາມ ທະ ນາຄານຮ່ວມທຸລະກິດລາວ ຫວຽດ (Lao Vietbank)ໄດ້ ສ້າງຕັ້ງຂຶ້ນບົນພື້ນຖານການຮ່ວມມື ລະຫວ່າງທະນາຄານລັດຊັ້ນນຳ ຂອງສອງປະເທດລາວ ແລະ ຫວຽດນາມ ຄື: ທະນາຄານຮຸ້ນ ສ່ວນການຄ້າລົງທຶນ ແລະ ພັດ ທະນາຫວຽດນາມ(BIDV) ແລະ ທະນາຄານການຄ້າຕ່າງ ປະເທດ ລາວມະຫາຊົນ(BCEL). ຜ່ານການເຄື່ອນໄຫວໃນໄລຍະ 14 ປີ ທະນາຄານດັ່ງກ່າວໄດ້ມີບາດກ້າວເຕີບໃຫຍ່ຂະ ຫຍາຍຕົວຢ່າງເຂັ້ມແຂງແລະຢືນຢູ່ແຖວໜ້າຂອງບັນດາທະນາຄານທຸລະກິດຂະໜາດໃຫຍ່ໃນລາວທັງເປັນແບບ ຢ່າງທີ່ດີ ໃຫ້ແກ່ການພົວພັນມິດຕະພາບອັນພິເສດລະຫວ່າງສອງຊາດລາວ-ຫວຽດນາມ.

         ທະນາຄານຮ່ວມທຸລະກິດ ລາວຫວຽດມີທຶນຈົດທະບຽນ 70 ລ້ານໂດລາສະຫະລັດ ເຊິ່ງຖືວ່າ ເປັນທະນາ ຄານທີ່ມີທຶນຈົດທະ ບຽນເປັນອັນດັບສອງແລະຢູ່ໃນ ອັນດັບສີ່ດ້ານອັດຕາສ່ວນລວມ ຍອດຊັບສີນຢູ່ ລາວ ແລະ ນຳໃຊ້ ລະບົບເຕັກໂນໂລຊີທີ່ທັນສະໄໝທີ່ສຸດໃນການບໍລິການລູກຄ້າ, ຄຽງຄູ່ກັບການເຄື່ອນ ໄຫວທຸລະກິດ ແລ້ວ ທະນາຄານຍັງມີບົດບາດ ສຳຄັນໃນການຊ່ວຍເຫລືອສັງຄົມໃນແຕ່ລະໄລຍະໃນຈຳນວນ ຫລາຍສົມຄວນ, ພິເສດ ເມື່ອບໍ່ດົນ ມານີ້ ໃນໂອກາດທີ່ທ່ານນາຍົກ ລັດຖະມົນ ຕີຂອງສອງປະເທດ ລາວ ແລະ ຫວຽດນາມ ໄປຢ້ຽມ ຢາມ ບັນດາແຂວງພາກເໜືອ ຂອງ ສ ປປ ລາວ ທະນາຄານ ຮ່ວມທຸລະກິດລາວຫວຽດໄດ້ເຊັນສັນຍາສະໜອງແຫລ່ງ ທຶນໃຫ້ແກ່ໂຄງການບູລະນະເຂດທີ່ໝັ້ນການປະຕິວັດຢູ່ເມືອງວຽງໄຊ ແຂວງ ຫົວພັນ ໃນມູນຄ່າ 30 ລ້ານໂດລາສະ ຫະລັດ ແລະ ໃນຕໍ່ໜ້າເພື່ອຮັບປະກັນການເຄື່ອນໄຫວຮັບໃຊ້ລູກຄ້າ, ການດຳເນີນທຸລະກິດຢ່າງປອດໄພ, ມີປະສິດ ທິຜົນ ແລະ ພັດທະນາໄປຢ່າງໝັ້ນຄົງນັ້ນ, ທະນາຄານຈະສືບຕໍ່ເຮັດສຳເລັດໜ້າທີ່ຄວາມຮັບຜິດຊອບຂອງຕົນເປັນ ຢ່າງດີເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສ ປປ ລາວ ທັງເປັນ ການເພີ່ມພູນຄູນ ສ້າງນ້ຳໃຈສາ ມັກຄີມິດຕະພາບຂອງສອງປະ ເທດໃຫ້ໝັ້ນຄົງທະນົງແກ່ນຕະ ຫລອດກາລະນານ.
      ສຳລັບບໍລິສັດຮ່ວມທຸລະກິດປະກັນໄພລາວຫວຽດ (LVI) ໄດ້ ສ້າງຕັ້ງຂຶ້ນໃນເດືອນມິຖຸນາ 2008 ເປັນການ ຮ່ວມທຸລະກິດລະຫວ່າງສະຫະບໍລິສັດປະກັນໄພທະນາຄານຮຸ້ນສ່ວນການຄ້າລົງທຶນ ແລະ ພັດທະນາຫວຽດນາມ (BIC), ທະນາຄານຕ່າງປະເທດລາວມະຫາຊົນ (BCEL) ແລະ ທະນາຄານຮ່ວມທຸລະກິດລາວຫວຽດ ( Lao Viet Bank), ຜ່ານ ການ ເຄື່ອນໄຫວໃນໄລຍະ 5 ປີ ມານັ້ນ ສາມາດບັນລຸຜົນສຳເລັດ ໃນຫລາຍດ້ານ ແລະ ກາຍ ເປັນວິສາຫະກິດປະກັນໄພເປັນອັນດັບ ສອງ ຂອງຕະຫລາດປະກັນໄພ ຢູ່ລາວ,ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນ ຫລວງວຽງຈັນ ແລະ 10 ສາຂາຢູ່ບັນດາແຂວງ,ມີອັດຕາ ສ່ວນແບ່ງຕະຫລາດເພີ່ມຂຶ້ນປະ ມານ 60-90% ຕໍ່ປີ ແລະ ມີກຳໄລ ໃນແຕ່ລະປີສະເລ່ຍຫລາຍກວ່າ 150%,ໃນປີ 2012 ບໍລິສັດ ກວມ 30% ໃນອັດຕາສ່ວນແບ່ງຕະ ຫລາດຢູ່ລາວ ແລະ ຫລາຍກວ່າ 80% ໃນຂົງເຂດປະກັນໄພຍົນ ແລະ ກວມອັດຕາສ່ວນ 100%ໃນ ຂົງເຂດພະ ລັງງານໄຟຟ້າທີ່ຂຶ້ນ ກັບກຳ ມະສິດຂອງລັດຖະບານ, ນອກຈາກນີ້ ຍັງໄດ້ປະກັນໄພ ສວນຢາງພາລາຢູ່ແຂວງອັດຕະ ປື,ບໍລິຄຳໄຊ ແລະ ແຂວງເຊ ກອງ.ຍ້ອນຄວາມເອົາໃຈໃສ່ການໂຄສະນາ ແລະ ຍົກສູງຄຸນນະ ພາບການບໍລິການ, ຄວາມເຊື່ອໝັ້ນ ແລະ ຊື່ສຽງຂອງບໍລິສັດໃຫ້ ນັບມື້ນັບໄດ້ຮັບການຍົກສູງໃນຕະຫລາດປະກັນໄພລາວໄດ້ເຮັດໃຫ້ ສັງຄົມມີຄວາມເຊື່ອໝັ້ນ, ມີຄວາມອຸ່ນໃຈເມື່ອນຳໃຊ້ຜະລິດຕະພັນຂອງບໍລິສັດໃນຊຸມປີຜ່ານມາ ແລະ ໄດ້ຮັບການ ຕີລາຄາວ່າ ເປັນບໍລິສັດທີ່ແກ້ໄຂບັນຫາໄດ້ຢ່າງວ່ອງໄວ.
    ໃນພິທີດັ່ງກ່າວ,ທ່ານນາຍົກ ລັດຖະມົນຕີ ທອງສິງ ທຳມະວົງ ໄດ້ໃຫ້ກຽດຂຶ້ນມີຄຳເຫັນບາງ ຕອນວ່າ: ຄືດັ່ງ ຮູ້ນຳກັນແລ້ວວ່າ ຕະຫລອດໄລຍະແຫ່ງການດຳ ເນີນທຸລະກິດຢູ່ລາວ ຂອງທະນາ ຄານຮ່ວມທຸລະກິດລາວຫວຽດ ນາມ ໄດ້ກາຍເປັນຫົວໜ່ວຍທຸລະ ກິດທີ່ສຳຄັນປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການປະຕິບັດນະໂຍບາຍການ ເງິນ-ເງິນຕາ, ຮັບໃຊ້ການພັດທະນາເສດຖະກິດ-ສັງ ຄົມ,ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງ ທຶນລະຫວ່າງສອງປະເທດ, ພິເສດແມ່ນການຊຳລະສະສາງ ແລະ ການສະໜັບສະໜູນສີນເຊື່ອໃຫ້ແກ່ບັນດາຫົວ ໜ່ວຍທຸລະກິດຮ່ວມມືລາວ -ຫວຽດນາມ ແລະ ທຸລະກິດອື່ນໆ ໃນ ສປປ ລາວ ແລະ ສຳລັບ ບໍລິສັດ ປະກັນໄພ ລາວ-ຫວຽດ ເຊິ່ງຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນບໍ່ດົນແຕ່ກໍສາມາດພັດທະນາກາຍເປັນບໍລິສັດປະກັນໄພທີ່ມີຊື່ສຽງ ແລະ ນັບມື້ເຕີບ ໃຫຍ່ຂະຫຍາຍຕົວຢູ່ລາວຢ່າງໝັ້ນຄົງ ແລະ ຫວັງວ່າທັງສອງຫົວໜ່ວຍທຸລະກິດດັ່ງກ່າວຈະ ສືບຕໍ່ ພັດທະນາຂະຫຍາຍຕາໜ່າງການເຄື່ອນໄຫວໃຫ້ກວ້າງຂວາງກວ່າເກົ່າເພື່ອສາມາດຕອບສະໜອງຄວາມຕ້ອງການ ຂອງປະຊາຊົນ ແລະ ວິສາຫະກິດ ຂອງສອງປະເທດ ໃຫ້ກາຍເປັນສັນຍາລັກທີ່ມີຊີວິດຊີວາກ່ຽວກັບການຮ້ວມ ມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນທີ່ມີປະສິດທິຜົນສູງລະຫວ່າງພັກ, ລັດຖະບານ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ.
      ໃນໂອກາດດັ່ງກ່າວ,ຍັງໄດ້ ມີພິທີລົງນາມສະໜອງແຫລ່ງທຶນ ຈຳນວນ 322 ລ້ານໂດລາສະຫະລັດໃຫ້ແກ່ໂຄງ ການກໍ່ສ້າງ ສາງເກັບນ້ຳມັນເຊື້ອໄຟແຫ່ງ ຊາດຂອງບໍລິສັດຮຸ້ນສ່ວນນ້ຳມັນ ເຊື້ອໄຟລາວ ໃນ 17 ແຂວງໃນ ບໍລິມາດ ບັນຈຸໄດ້ 44 ພັນແມັດກ້ອນ ແລະ ເຊັນສັນຍາປະກັນໄພໂຄງການກໍ່ສ້າງເຂື່ອນໄຟຟ້າເຊຂະໝານ 1 ເຊິ່ງເປັນເຂື່ອນ ໄຟຟ້າຂະໜາດໃຫຍ່ແຫ່ງໜຶ່ງຢູ່ລາວມີມູນຄ່າກໍ່ສ້າງ 480 ລ້ານໂດລາສະຫະລັດ ແລະ ນອກຈາກນີ້ ຍັງໄດ້ມອບໃບ ຍ້ອງຍໍຈາກສະພາແຫ່ງຊາດລາວໃຫ້ທະນາຄານຮ່ວມທຸລະກິດລາວຫວຽດ ແລະ ບໍລິສັດປະກັນໄພລາວຫວຽດ ທີ່ມີ ຜົນງານອັນໃຫຍ່ຫລວງໃນການປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງລາວນຳດ້ວຍ.

No comments:

Post a Comment