Ad

Ad

24 June 2013

ທ່ານຮອງນາຍົກລັດຖະມົນຕີ ອາຊາງ ລາວລີໃຫ້ທິດຊີ້ນຳກະຊວງແຮງງນ ແລະສະຫວັດດີການສັງຄົມ



          ທ່ານ ອາຊາງ ລາວລີ ຮອງ ນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານວັດທະນະ ທຳ-ສັງຄົມ ແລະ ວຽກງານພັດ ທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ ຂັ້ນສູນກາງໄດ້ໂອລົມ ແລະ ໃຫ້ ທິດຊີ້ນຳຕໍ່ກອງປະຊຸມການຈັດ ຕັ້ງປະຕິບັດໄລຍະ ກາງສະໄໝຂອງແຜນການພັດທະນາແຮງງານ ແລະ ສະຫວັດດີການສັງຄົມ, ຄັ້ງທີ 3 (2011-2015)ໃນວັນທີ 21 ມິຖຸນານີ້ ຢູ່ກະຊວງແຮງງານ ແລະ ສະຫວັດດີການ ສັງ ຄົມ ເຊິ່ງທ່ານໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສຳເລັດຂອງຂະແໜງແຮງງານ ແລະ ສະຫວັດດີການສົງຄົມໃນໄລຍະຜ່ານມາ, ພ້ອມທັງນີ້ທ່ານຍັງໄດ້ ໃຫ້ທິດຊີ້ນຳ ແລະ ເນັ້ນໜັກ ຫຼາຍບັນຫາຕໍ່ຂະແໜງ ການດັ່ງ ກ່າວ.ວ່າ:ໃນຕໍ່ໜ້າຂະ ແໜງແຮງ ງານ ແລະ ສະຫວັດ ດີການສັງຄົມ ຍັງມີຫຼາຍວຽກງານທີ່ຈະຕ້ອງ ສຸມໃສ່ແກ້ໄຂ ໃນອີກ 2 ປີເຄິ່ງ,ກ່ອນອື່ນໝົດແມ່ນບັນຫາ ການປະຕິ ບັດນະໂຍບາຍ ໃຫ້ລະ ອຽດຈະແຈ້ງຕໍ່ພະນັກງານອາວຸໂສທີ່ເຂົ້າການປະ ຕິວັດ ກ່ອນປີ 1954 ນັບທັງຜູ້ເສຍອົງຄະ ແລະ ຜູ້ເສຍຊີວິດ ຢູ່ແຕ່ລະບ້ານ,ເມືອງ, ແຂວງໃຫ້ສຳເລັດກ່ອນປີ 2015, ເບິ່ງຄືນວິລະຊົນ ນັກຮົບແຂ່ງຂັນທີ່ ຍັງບໍ່ ໄດ້ຮັບນະໂຍບາຍ ໃຫ້ປະຕິ ບັດສຳເລັດເຊັ່ນກັນ, ກວດຄືນພະນັກງານອາວຸໂສເຂົ້າການປະຕິວັດແຕ່ປີ
1956-1965 ມີຈຳນວນ ເທົ່າໃດ  ແລະ ພະຍາຍາມແກ້ໄຂ້ ເປົ້າໝາຍນີ້ ແລະ ໃຫ້ສຸມໃສ່ບັນ ຫາແຮງງານທັງ ພາຍໃນ ແລະ ຕ່າງ ປະເທດ, ສືບຕໍ່ສົມທົບກັບກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ, ເພື່ອສືບຕໍ່ພິສູດສັນຊາດແຮງງານ ລາວທີ່ໄປອອກແຮງງານຢູ່ປະເທດເພື່ອນບ້ານໃຫ້ສຳເລັດ, ເອົາໃຈໃສ່ຄຸ້ມຄອງແຮງງານຕ່າງປະເທດທີ່ເຄື່ອນ ໄຫວຢູ່ ລາວ, ເພີ່ມຄວາມເອົາໃຈໃສ່ວຽກງານພັດທະນາສີມືແຮງງານຕິດພັນກັບການຈັດຫາງານ ແລະ ຮັບປະກັນຄວາມ ດຸ່ນດ່ຽງລະຫວ່າງຄວາມຕ້ອງການ  ແລະ ການສະໜອງແຮງງານໃນຕະຫຼາດແຮງງານ, ສົມທົບກັບກະຊວງສຶກສາ ທິການ ແລະ ກິລາ ໂຮງຮຽນຝຶກວິຊາຊີບ,ຂະແໜງ ການທ້ອງຖິ່ນທີ່ກ່ຽວຂ້ອງ ແລະ ຜູ້ນຳໃຊ້ແຮງງານເພື່ອສ້າງແຜນ ຍົກລະດັບສີມືແຮງງານໃນຂະແໜງການຕ່າງໆໃຫ້ດີຂື້ນ ແລະ ແຂ່ງຂັນກັບປະເທດໃກ້ຄຽງໄດ້, ເອົາໃຈໃສ່ພັດທະ າ ລະບົບປະກັນສັງຄົມໃຫ້ແຂງແຮງກ່ວາເກົ່າ,ຂະ ຫຍາຍລະບົບປະກັນສັງຄົມ ແລະ ປະກັນສຸຂະພາບຂັ້ນຕ່ຳລົງສູ່ບັນ ດາແຂວງເພື່ອໃຫ້ປະຊາຊົນບັນດາເຜົ່າໄດ້ຮັບປະກັນສຸຂະພາບ ທົ່ວໜ້າບໍ່ຫຼຸດ 50 % ຂອງພົນລະເມືອງທົ່ວປະ ເທດ,ໃຫ້ກະກຽມຂຶ້ນແຜນງົບປະມານ, ວັດຖຸສິ່ງຂອງອື່ນໆເພື່ອສາມາດຮັບມີກັບໄພພິບັດທາງທຳມະຊາດທີ່ອາດ ຈະເກີດຂຶ້ນ, ເພື່ອໃຫ້ສາມາດຊ່ວຍເຫຼືອທັນເວລາ, ພ້ອມນັ້ນກໍ່ໃຫ້ເອົາໃຈໃສ່ເບິ່ງແຍງຜູ້ປະສົບເຄາະຮ້າຍ, ແລະ ຜູ້ ດ້ອຍໂອກາດ ແລະ ໃຫ້ເອົມໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຖັນແຖວພະນັກງານ-ສະມາຊິກ ພັກ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຫຼັກໝັ້ນ ມີຄຸນສົມບັດ, ມີຄວາມບໍລິສຸດສັດຊື່, ມີຈັນຍາທຳ, ເສີມຂະຫຍາຍວິທີເຮັດວຽກຢ່າງມີຈຸດສຸມ, ແທດຕົວຈິງມີການ ກວດກາ ແລະ ສະຫຼຸບຖອດຖອນບົດຮຽນຊຶ່ງແມ່ນແບບແຜນອັນເປັນມູນເຊື້ອຂອງພັກເຮົາ.
         ທ່ານຮອງນາຍຍົກຍັງກ່າວ ອີກວ່າ: ຂ້າພະເຈົ້າເຊື່ອມໝັ້ນວ່າດ້ວຍຄວາມຮັບຜິດຊອບການເມືອງຂອງຕົນ, ຄະນະພັກຄະນະນຳກະຊວງແຮງງານ ແລະ ສະຫວັດດີການສັງຄົມຈະນຳພາທົ່ວຂະແໜງຍາດໄດ້ຜົນງານໃໝ່ໃຫຍ່ ຫຼວງກວ່າເກົ່າ, ພ້ອມກັນເດັດດ່ຽວແກ້ໄຂຈຸດອ່ອນຄົງຄ້າງເຮັດສຳເລັດໜ້າທີ່ການເມຶຶອງທີ່ໄດ້ຮັບມອບໝາຍ.

No comments:

Post a Comment