Ad

Ad

24 June 2013

ການຈັດຕັ້ງປະຕິບັດມະຕິ IX ຂອງພັກເຄິ່ງສະໃໝມີຜົນສຳເລັດຫລາຍດ້ານ



     ໃນວັນທີ 22 ມິຖຸນານີ້, ຢູ່ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ເຈືອງ ສົມບູນຂັນ ຄະນະເລ ຂາທິການ ສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຖະແຫລ່ງ ຂ່າວຕໍ່ສື່ມວນຊົນກ່ຽວກັບສະພາບການຈັດ ຕັ້ງປະຕິບັດມະຕິ IX ຂອງພັກໃນໄລຍະເຄິ່ງສະ ໄໝວ່າ: ການຜັນຂະຫຍາຍມະຕິ IX ແມ່ນການສືບຕໍ່ ແນວທາງ ປ່ຽນແປງໃໝ່ຂອງພັກ ແລະ ເປັນຄາດໝາຍທີ່ມີລັກສະນະທ້າທາຍເພື່ອສ້າງພື້ນຖານໃຫ້ແກ່ບາດລ້ຽວໃໝ່ໃນ ການພັດທະນາ ແລະນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ວຍພັດ ທະນາໃນປີ 2020 ດ້ວຍ ການສ້າງບາດກ້າວບຸກທະລຸ 4 ດ້ານ. ດັ່ງນັ້ນ ໃນກອງປະຊຸມຄົບ ຄະນະຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງ ພັກໄດ້ມີການສຳຫລວດກວດກາສະພາບການ ຜັນຂະຫຍາຍ ແລະ ຕີລາຄາຜົນການຈັດຕັ້ງປະຕິບັດມະຕິ IX ໃນ ໄລຍະເຄິ່ງສະໄໝຜ່ານມາ ເຊິ່ງ ເຫັນວ່າມີຫລາຍດ້ານມີຜົນສຳ ເລັດພົ້ນເດັ່ນ ຄື: ດ້ານປ້ອງກັນຊາດ - ປ້ອງກັນ ຄວາມສະຫງົບ: ແມ່ນຮັບປະກັນໄດ້ສະ ຖຽນລະພາບແລະຄວາມໝັ້ນຄົງທາງການເມືອງອັນໜັກແໜ້ນ,ເຮັດໃຫ້ ສັງຄົມມີຄວາມສະຫງົບ-ປອດໄພ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານຊຶ່ງເປັນເງື່ອນໄຂອຳນວຍໃຫ້ການພັດ ທະນາຢ່າງ ຕໍ່ເນື່ອງ, ປະຊາຊົນໄດ້ທຳມາຫາກິນໂດຍສັນຕິສຸກ ຈົນປະເທດເຮົາໄດ້ຮັບການຕີລາເປັນປະເທດທີ່ມີ ຄວາມສະຫງົບ ແລະ ໜ້າທ່ອງ ທ່ຽວທີ່ສຸດໃນໂລກ, ດ້ານເສດຖະກິດ:
ເຫັນວ່າມີການຂະຫຍາຍຕົວໄປຕາມທິດກຳ ນົດໄວ້, ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງໂດຍພື້ນຖານອັນໄດ້ປະກອບ ສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ ປະເທດຊາດເປັນກ້າວໆມາ, ພ້ອມກັນນີ້ ກໍເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາຊັ້ນຄົນໄດ້ຮັບການປັບປຸງດີຂຶ້ນ, ດ້ານການພັດທະນາຊົນນະບົດຕິດພັນກັບການ ແກ້ໄຂຄວາມ ທຸກຍາກແມ່ນໄດ້ປະຕິບັດທິດທາງ, ໜ້າທີ່ຈຸດສຸມທີ່ກຳນົດໄວ້ ໃນມະຕິ IX ຢ່າງຕັ້ງໜ້າ ກໍຄືການ ສ້າງບ້ານພັດທະນາຕາມ 4 ເນື້ອ ໃນ 4 ຄາດໝາຍຢ່າງມີຈຸດສຸມ ແລະ ມີການຈັດຕັ້ງຊີ້ນຳຢ່າງເລິກ ເຊິ່ງ ອັນໄດ້ກໍໃຫ້ເກີດມີຂະ ບວນ ການພົ້ນເດັ່ນ ແລະ ມີບັນຍາກາດຟົດຟື້ນມາເຖິງປັດຈຸບັນ,ບ້ານໃນ ຊົນນະບົດຈຳນວນຫລວງຫລາຍ ໄດ້ມີໃບໜ້າ ໃໝ່ສະແດງອອກຄື: ເກືອບ 7 ພັນບ້ານ(ໃນຈຳນວນ 8615 ບ້ານທົ່ວປະເທດ) ແມ່ນມີ ທາງລົດເຂົ້າເຖິງ ແລະ ທ່ຽວໄດ້ຕະ ຫລອດປີ, ຫລາຍກວ່າ 66% ຂອງຈຳນວນບ້ານໄດ້ມີໄຟຟ້າໃຊ້ ແລະ 82,25% ຂອງຈຳນວນຄອບ ຄົວທັງໝົດມີໄຟຟ້າໃຊ້ ແລະ 88% ຂອງຈຳນວນບ້ານໄດ້ປະກາດຈົບ ປະຖົມບັງຄັບ, ການບັນລຸເປົ້າໝາຍສະຫັດ ສະວັດດ້ານ ການພັດ ທະນາເຫັນວ່າມີຄວາມສາມາດ ທີ່ຈະບັນລຸໄດ້ເຊັ່ນ:ອັດຕາເຂົ້າ ຮຽນຂອງເດັກອາຍຸ 3-5 ປີ(2012- 2013 ບັນລຸແລ້ວ 33%,ແຜນ 2014- 2015:39% ຍັງເຫລືອ 6%), ອັດຕາເຂົ້າຮຽນສຸດທິຊັ້ນປະ ຖົມ ໃນສົກປີ 2012-2013 ບັນລຸແລ້ວ 96,8%(ແຜນປີ 2014-2015: 98% ຍັງບໍ່ຮອດ 2%), ສ່ວນອັດຕາຄ້າງ ຫ້ອງ ກໍເຫັນວ່າແກ້ໄຂໃຫ້ຫລຸດ ລົງໄດ້ໃນລະດັບດີຄື: 2,4% ໃນ ແຕ່ລະປີ) ຊຶ່ງຈະສາມາດບັນລຸໄດ້ຕາມຄາດ ໝາຍ. ສ່ວນວຽກງານສາທາລະນະສຸກກໍໄດ້ຮັບການ ປັບປຸງໃຫ້ມີການຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບ ຊຶ່ງສະແດງອອກຢູ່ບ່ອນວ່າ ໃນປັດຈຸບັນຕາໜ່າງສາທາລະ ນະສຸກ ໄດ້ປົກຄຸມປະມານ 98% ຂອງພື້ນ ທີ່ທົ່ວປະເທດ, ໂດຍມີສຸກ ສາລາ 894 ແຫ່ງ ແລະ ຖົງຢາ ປະຈຳບ້ານ 5039 ຖົງ,ໄດ້ຂະ ຫຍາຍກອງທຶນສຳລັບ ຜູ້ທຸກຍາກ ກວມປະມານ 75% ຂອງເປົ້າ ໝາຍໃນ 6650 ບ້ານ, ການໃຫ້ ການບໍລິການດ້ານສາທາລະນະ ສຸກ( ສຸຂະພາບຂັ້ນຕົ້ນ) ໄດ້ຮັບ ການປັບປຸງດີຂຶ້ນ,ອັດຕາການຊົມ ໃຊ້ນ້ຳສະອາດ ບັນລຸໄດ້ແລ້ວ 83,15%(ຄາດໝາຍປີ 2015:80) ແລະ ການຊົມໃຊ້ວິດຖ່າຍ61,09% (ຄາດໝາຍ 60%), ດ້ານລັດ ແລະ ກົດໝາຍ:ໃນໄລຍະ 2 ປີກວ່າມານີ້ພວກເຮົາໄດ້ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານປັບປຸງບູລະນະອຳນາດລັດຢ່າງຕັ້ງໜ້າເພື່ອສ້າງລັດເຮົາ ໃຫ້ເປັນລັດທີ່ ປົກຄອງດ້ວຍກົດໝາຍ,ນອກ ຈາກນັ້ນ ກໍໄດ້ສຸມໃສ່ ແກ້ໄຂບັນ ຫາຕ່າງໆທີ່ສັງຄົມ ແລະ ປະຊາ ຊົນ ມີຄວາມສົນໃຈ ເປັນຕົ້ນແມ່ນ ການໃຫ້ເຊົ່າ ແລະ ສຳປະທານທີ່ ດິນ,ບັນຫາການອະນຸມັດການລົງ ທຶນໃນຂົງເຂດ ບໍ່ແຮ່,ການເຄື່ອນ ຍ້າຍຊະຊາຍຂອງພົນລະເມືອງ, ການຄຸ້ມຄອງແຮງງານ ແລະ ຊາວຕ່າງປະເທດທີ່ ທຳມາຫາ ກິນຢູ່ ປະເທດເຮົາ, ບັນຫາການຫັນຊັບສີນເປັນທຶນ ແລະ ອື່ນໆ, ດ້ານການຕ່າງປະເທດແມ່ນການພົວພັນຮ່ວມມືໃນ ຂອບສອງຝ່າຍກັບປະເທດຕ່າງໆສືບຕໍ່ໄດ້ຮັບ ການເປີດກວ້າງ ແລະ ມີປະສິດທິ ຜົນເດັ່ນຂຶ້ນ,ໄດ້ເຄື່ອນໄຫວຢ່າງ ເປັນເຈົ້າການໃນຂອບຫລາຍ ຝ່າຍ ຊຶ່ງເຮັດໃຫ້ຊື່ສຽງຂອງ ສປປ ລາວ ເປັນທີ່ຮູ້ຈັກກວ້າງຂວາງ, ຮັກສາໄດ້ຜົນປະ ໂຫຍດ ອັນຊອບທຳຢູ່ເວທີສາກົນ ແລະ ພາກພື້ນ ແລະ ນອກຈາກນີ້ການ ເຊື່ອມໂຍງເສດຖະກິດກັບສາກົນ ມີລັກ ສະນະຕັ້ງໜ້າ ແລະ ເປັນເຈົ້າ ການ ພົ້ນເດັ່ນແມ່ນການເຂົ້າເປັນ ສະມາຊິກອົງການການຄ້າໂລກ (WTO), ການເປັນ ເຈົ້າພາບຈັດ ກອງປະຊຸມອາເຊມ-9 ແລະ ກອງ ປະຊຸມສຳຄັນອື່ນໆ,ດ້ານການ ເຄື່ອນໄຫວຂອງອົງການແນວ ໂຮມ ແລະ ອົງການຈັດຕັ້ງມະຫາ ຊົນ ແມ່ນໄດ້ເອົາໃຈໃສ່ເສີມຂະ ຫຍາຍບົດບາດຂອງອົງການແນວລາວສ້າງຊາດ, ຄະນະ ຊາວ ໜຸ່ມ ປປ.ລາວ, ສະຫະພັນແມ່ຍິງລາວ, ສະຫະພັນກຳມະບານລາວ ແລະ ສະຫະພັນນັກຮົບແຫ່ງຊາດ ຜ່ານ ການເຄື່ອນໄຫວອັນຕັ້ງໜ້າ ຂອງອົງການຈັດຕັ້ງດັ່ງກ່າວນັ້ນ ທັງຢູ່ສູນກາງ ແລະ ທ້ອງຖິ່ນຮາກຖານໄດ້ເຮັດໃຫ້ ຄວາມເປັນປຶກແຜ່ນຂອງທົ່ວປວງຊົນລາວມີຄວາມໜັກແໜ້ນ,ປຸກລະດົມໄດ້ ກຳລັງແຮງຂອງປະຊາຊົນບັນດາ ຊັ້ນ ຄົນ, ເພດໄວເຂົ້າໃນການຈັດຕັ້ງປະຕິບັດມະຕິ IX ຢ່າງເປັນ ຂະບວນກວ້າງຂວາງອັນພົ້ນເດັ່ນ ແມ່ນຂະບວນການ ຕ່າງໆຢູ່ຮາກຖານເປັນຕົ້ນ:ການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ, ສ້າງບ້ານພັດທະນາຕາມ 4 ເນື້ອ ໃນ 4 ເປົ້າໝາຍ ແລະ ດ້ານວຽກ ງານກໍ່ສ້າງພັກ-ພະນັກງານ ແມ່ນ ໄດ້ຮັບການປັບປຸງນັບທັງດ້ານ ຮູບການ ແລະ ວິທີການ ເຮັດໃຫ້ຄຸນນະພາບມີການປ່ຽນແປງດີ ຂຶ້ນ ໃນບາງດ້ານ,ການຄົ້ນຄິດທິດ ສະດີ ແລະ ສັງລວມພຶດຕິກຳຂອງ ພັກມີ ການຫັນປ່ຽນ, ວຽກງານກວດກາ ແລະ ຕ້ານການສໍ້ລາດ ບັງ ຫລວງໄດ້ຮັບຄວາມເອົາໃຈໃສ່ເພີ່ມທະວີ, ສາມາດສະ ກັດກັ້ນໄດ້ທ່າອ່ຽງ ແລະ ການກະທຳທີ່ສ້າງຄວາມເສື່ອມເສຍຕໍ່ພາບພົດບົດບາດຂອງພັກ ແລະ ລັດໃຫ້ໜ້ອຍລົງ, ວຽກງານຈັດຕັ້ງ ແລະ ກໍ່ສ້າງພະນັກງານມີຫລາຍດ້ານ ໄດ້ຮັບການປັບປຸງ ເປັນຕົ້ນ:ວຽກຂຶ້ນແຜນກຳນົດພະນັກງານ ສືບທອດ ແລະ ກໍ່ສ້າງ-ບຳລຸງຍົກລະດັບຖັນແຖວພະນັກງານທັງຢູ່ພາຍໃນ ແລະ ຕ່າງປະເທດ, ອົບຮົມ ຄວາມຮູ້ ພື້ນຖານດ້ານການເມືອງ- ການປົກຄອງ ແລະ ການສ້າງບ້ານພັດທະນາໃຫ້ແກ່ພະນັກງານຢູ່ຮາກຖານບ້ານ ແລະ ປະ ຊາຊົນຜູ້ເປັນຫລັກແຫລ່ງພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ.
       ທ່ານຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ໄດ້ກ່າວຢ້ຳ ວ່າ: ຜົນສຳເລັດສຳຄັນທີ່ບັນລຸໄດ້ ຈາກຄວາມ ພະຍາຍາມຜັນຂະ ຫຍາຍ ແລະ ຈັດຕັ້ງມະຕິກອງປະ ຊຸມໃຫຍ່ຄັ້ງທີ IX ເຄິ່ງສະໄໝ ແມ່ນເກີດຈາກປະເທດເຮົາມີ ເງື່ອນໄຂ ແລະ ປັດໃຈອຳນວຍ ຫລາຍຢ່າງ ຊຶ່ງໃນນັ້ນ ອັນພື້ນ ຖານແມ່ນສະຖຽນລະພາບ ແລະ ຄວາມສະຫງົບ, ຄວາມໝັ້ນທ່ຽງ ຂອງນະໂຍບາຍ ແລະ ຄວາມສະ ເໝີຕົ້ນສະເໝີປາຍໃນການຈັດຕັ້ງປະຕິບັດ, ປະຊາຊົນມີຄວາມ ເຊື່ອ ໝັ້ນຕໍ່ແນວທາງນະໂຍບາຍຂອງ ພັກ ແລະ ລັດ,ມີຄວາມສາມັກຄີ ເປັນປຶກແຜ່ນ,ບຸກບືນທຳມາຫາ ກິນສ້າງ ຮັ່ງຄູນມີໃຫ້ແກ່ຄອບຄົວ ແລະ ປະເທດຊາດ,ສະມາຊິກພັກ- ພະນັກງານ ສ່ວນຫລວງຫລາຍ ມີນ້ຳໃຈຮັກຊາດ-ຮັກປະຊາຊົນ, ກຳແໜ້ນແນວທາງນະໂຍບາຍ ແລະ ມີຄວາມຕື່ນຕົວປະຕິບັດໜ້າ ທີ່ ເວົ້າລວມຜົນສຳເລັດການຈັດ ຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ລັດ ໃນໄລຍະກາງ ສະໄໝຜ່ານມາແມ່ນໃຫຍ່ຫລວງ ຮອບດ້ານ ແລະ ມີຄວາມໝາຍ ສຳຄັນໃນປະຫວັດສາດຍຸກສະ ໄໝຂອງຊາດລາວເຮົາ.

No comments:

Post a Comment