Ad

Ad

24 June 2013

ລົດບັນທຸກນ້ຳມັນພິກຄວ້ຳເກີດໄຟໄຫມ້ສ້າງຄວາມເສຍຫາຍບໍ່ຫນ້ອຍຕໍ່ຊັບສິນປະຊາຊົນບ້ານສະກີພີນ



    ໃນເວລາປະມານ 9:30 ຂອງວັນທີ 20 ມິ ຖຸນາຜ່ານມານີ້,ລົດບັນທຸກນ້ຳມັນ ຈຳນວນ 56 ໂຕນຈາກຫວຽດ ນາມ ເພື່ອຈະມຸ້ງໜ້າໄປ ສົ່ງນ້ຳມັນຢູ່ແຂວງ ຈຳປາ ສັກ,ໄດ້ເກີດອຸປະ ຕິເຫດເສຍຫລັກພິກຄວ້ຳ ຢູ່ເຂດບ້ານສະກີ ພີນ, ເມືອງເຊໂປນ ແຂວງສະຫວັນນະເຂດ, ເກີດໄຟລຸກໃໝ້ຟົ້ງໄປໃສ່ລົດກະບະຮຸນໄດໜຶ່ງຄັນ ແລະ ເຮືອນ ປະ ຊາຊົນ ຢູ່ແຄມທາງອີກ 6 ຫລັງ ໄຟໃໝ້ໝົດກ້ຽງ,ແຕ່ໂຊກດີບໍ່ມີຜູ້ ໄດ້ຮັບບາດເຈັບສາຫັດ ຫລື ເສຍ ຊີວິດແຕ່ ຢ່າງໃດ ພຽງສ້າງຄວາມ ສູນເສຍດ້ານ ຊັບສີນໃຫ້ແກ່ຄອບ ຄົວປະຊາຊົນທີ່ຖືກເຄາະຮ້າຍເປັນ ຈຳນວນບໍ່ໜ້ອຍ.
      ຜ່ານການລົງກວດກາ-ສືບ ສວນ ສະຖານທີ່ເກີດເຫດຂອງ ເຈົ້າໜ້າທີ່ ແລະ ຈາກການໃຫ້ ການຂອງຜູ້ຂັບ ລົດບັນທຸກນ້ຳ ມັນຄັນເກີດເຫດ ເຊິ່ງເປັນຄົນຫວຽດ ນາມ ໃຫ້ຮູ້ວ່າ: ລົດບັນທຸກຄັນດັ່ງ ກ່າວໄດ້ຂັບມາດ້ວຍຄວາມໄວສົມຄວນ ແຕ່ພໍມາ ຮອດຈຸດເກີດເຫດໄດ້ມີເດັກນ້ອຍໃນເຂດບ້ານດັ່ງກ່າວຄືຈະແລ່ນຂ້າມທາງເຮັດໃຫ້ຜູ້ຂັບຂີ່ລົດຄັນດັ່ງກ່າວຕົກໃຈ ແລະ ຢຽບ ເບກກະທັນຫັນພາໃຫ້ເກີດອຸປະຕິເຫດດັ່ງກ່າວ.

No comments:

Post a Comment