Ad

Ad

24 June 2013

ເປີດປ້ຳນ້ຳມັນ ພລັສ ຈັນນະພາບໍລິການ



       ພິທີເປີດປ້ຳນ້ຳມັນ ພລັສ ຈັນນະພາບໍລິການຕັ້ງຢູ່ບ້ານອາມອນ, ເມືອງໄຊເສດ ຖາ, ນະຄອນຫລວງວຽງຈັນ ມີຂຶ້ນໃນວັນທີ 21 ມິຖຸນາຜ່ານມາ, ໂດຍການເຂົ້າຮ່ວມ ຂອງທ່ານ ສຸດໃຈ ພັນທະຈິດ ຜູ້ຈັດການຄຸ້ມຄອງສາຂາບໍ ລິສັດ ປີໂຕລ້ຽມເທຼດດິ້ງລາວ ຈຳກັດ, ທ່ານນາງ ຈັນນະພາ ເຈົ້າຂອງ ປ້ຳນ້ຳມັນ ພລັສ ຈັນນະພາບໍລິ ການ ພ້ອມ ດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
       ທ່ານ ສຸດໃຈ ກ່າວວ່າ: ປ້ຳ ນ້ຳມັນແຫ່ງນີ້ ຈັດຢູ່ໃນປະເພດ ປ້ຳນ້ຳມັນລະດັບດີ ຂອງບໍລິສັດ, ປະກອບມີ 2 ຕູ້ນ້ຳມັນ 4ມືຈ່າຍນ້ຳມັນ ຊຶ່ງອາດພຽງພໍໃຫ້ບໍລິການ ນ້ຳມັນເປັນຢ່າງດີ, ນອກຈາກນີ້ພາຍໃນປ້ຳຍັງມີສິ່ງອຳນວຍຄວາມສະດວກເປັນຕົ້ນ :ບ່ອນບຳ ລຸງຮັກສາ ແລະ ສ້ອມແປງລົດ, ລ້າງອັດສີດ,ຫ້ອງ ນ້ຳທີ່ສະອາດ ແລະ ຮ້ານຂາຍ ເຄື່ອງຍ່ອຍໄວ້ຄອຍບໍລິການລູກຄ້າ.
       ທ່ານນາງ ຈັນນະພາ ເຈົ້າ ຂອງປ້ຳນຳມັນ ກ່າວວ່າ: ປ້ຳ ນ້ຳມັນດັ່ງກ່າວ ໄດ້ເລີ່ມກໍ່ສ້າງມາ ແຕ່ກາງປີ 2012 ເປັນການລົງ ທຶນຮ່ວມລະຫວ່າງ ບໍລິສັດ ແລະ ຜູ້ປະກອບການ ປ້ຳແຫ່ງນີ້ເປັນ ອັນດັບທີ 38 ຈາກໂຄງການປ້ຳ ນ້ຳມັນຂອງບໍລິສັດໃນນ ະຄອນຫລວງວຽງຈັນ ແລະ ພ້ອມແລ້ວ ທີ່ຈະໃຫ້ບໍລິການລູກຄ້າທຸກໆທ່ານດ້ວຍຄຸນ ນະພາບ ແລະ ສະດວກສະບາຍ.

1 comment:

  1. ໃສ່ຢູ່ປ້ຳພລັສຕລອດ ບ້ານປາງເດືອ ເມືອງແບງ

    ReplyDelete