Ad

Ad

14 August 2013

ສະເຫລີມສະຫລອງວັນສື່ມວນຊົນ ແລະ ວັນການພິມຈຳຫນ່າຍ 13 ສິງຫາ



             ພິທີ​ສະ​ເຫລີ​ມສະຫລອງ​ວັນ​ສື່​ມວນ​ຊົນ ​ແລະ ວັນ​ການ​ພິມ​ຈຳໜ່າຍ 13 ສິງຫາ ຄົບຮອບ 63 ປີ (13/08/ 1950 - 13/08/2013) ​ໄດ້​ຈັດ​ຂຶ້ນຢ່າງ​ຄຶກຄື້ນ​ໃນ​ວັນ​ທີ 13 ສິງຫານີ້ ຢູ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ​ໃນ​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ສຈ. ດຣ. ບໍ່​ແສງ​ຄຳ ວົງ​ດາ ລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ປະທານ​ສະມາ ຄົມ​ນັກ​ຂ່າວ ​ແຫ່ງ ສປປ ລາວ ​ແລະ ນັກຮົບ​ສື່​ມວນ​ຊົນ​ເຂົ້າຮ່ວມ​ເກືອບ 200 ຄົນ ​ເພື່ອ​ພ້ອມ​ກັນ​ສະ​ເຫລີ​ມສະຫລອງ​ວັນ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ດັ່ງກ່າວ​ຂອງ​ວົງ​ການ​ສື່​ມວນ​ຊົນ ​ແລະ ວົງ​ການ​ພິມ​ຈຳໜ່າຍ​ພວກ​ເຮົາ ​ເພາະ​ເປັນ​ວັນ​ທີ່​ກົດໝາຍ​ສື່​ມວນ​ຊົນ ​ແລະ ກົດ ໝາຍ​ວ່າ​ດ້ວຍ​ການ​ພິມ​ຈຳໜ່າຍ​ໄດ້​ກຳນົດ​ເອົາ​ວັນນີ້​ເປັນ​ວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ ​ແລະ ​ເປັນ​ວັນ​ການ​ພິມ​ຈຳໜ່າຍ ​ແລະ ການສະ​ເຫລີ​ມສະຫລອງ​ເທື່ອ​ນີ້ກໍ​ເພື່ອ​ຫວນ​ຄືນ​ມູນ​ເຊື້ອ​ແຫ່ງ​ການ​ກຳ​ເນີ​ດ, ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ແລະ ການ​ກ້າວ​ໄປ​ຂ້າງ​ໜ້າ​ຂອງ​ກຳລັງ​ສື່​ມວນ​ຊົນ ​ແລະ ການ​ພິມ​ຈຳໜ່າຍ​ຂອງພວກ​ເຮົາ.
         ​ໃນ​ພິທີ​ອັນ​ຄຶກຄື້ນນີ້, ທ່ານ ສະຫວັນຄອນ ຣາຊະ​ມຸນຕຣີ ລັດ ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ ນະທຳ ​ແລະ ທ່ອງ​ທ່ຽວ ກໍ​ໄດ້​ຂຶ້ນລາຍ​ງານ​ສະ ພາບ​ການ​ເຄື່ອນ​ໄຫວ​ຂອງ​ວົງ​ການ​ສື່​ມວນ​ຊົນ ​ແລະ ການ​ພິມ​ຈຳໜ່າຍ​ຂອງ​ພວກ​ເຮົາ​ໃນ​ຜ່ານ​ມາ. ສື່​ມວນ​ຊົນ​ປະຕິວັດ​ລາວ​ນັບ​ມື້​ໄດ້​ເຕີບ​ໃຫຍ່​ຂະຫຍາຍຕົວ​ ນັບ​ທັງ​ດ້ານ​ຈຳນວນ ​ແລະ ຄຸນ​ນະພາ​ບ, ມາ​ຮອດ​
ປັດຈຸບັນ​ໄດ້​ມີ​ຄົບ​ທຸກ​ປະ​ເພດ​ສື່ ​ເປັນຕົ້ນສື່​ສິ່ງ​ພິມມີ 118 ສະບັບ ຈາກ 90 ສະບັບ ​ໃນ​ປີ 2010, ​ໃນ​ນັ້ນ ມີ​ໜັງ ສືພິມ​ລາຍວັນ 11 ສະບັບ, ວິທະຍຸ​ກະຈາຍສຽງ​ເພີ່ມ​ຂຶ້ນຈາກ 43 ສະຖານີ ​ໃນ​ປີ 2010 ມາ​ເປັນ 53 ສະ ຖານີ, ​ໃນ​ນັ້ນ ມີ​ວິທະຍຸ​ຊຸມ​ຊົນ​ເພື່ອ​ການ​ພັດທະນາ 4 ​ແຫ່ງ, ສະ ຖານີ​ໂທລະພາບ​ກໍ​ເພີ່ມ​ຂຶ້ນຈາກ 32 ສະຖານີ ​ໃນ​ປີ 2010 ມາ​ເປັນ 37 ສະຖານີ​ໃນ​ປັດຈຸບັນ. ພ້ອມ​ນັ້ນ ລະບົບ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ, ຂໍ້ຄວາມ​ສັ້ນຜ່ານ​ໂທລະສັບ​ມື​ຖື ​ແລະ ຜ່ານ​ເວັບ​ໄຊ​ຕ່າງໆ​ກໍ​ໄດ້​ຂະ ຫຍາຍຕົວ. ບັນດາ​ເນື້ອ​ໃນ ​ແລະ ຮູບ​ແບບ​ຂອງ​ສື່​ມວນ​ຊົນ​ໄດ້​ຮັບ​ການ​ພັດທະນາ​ດ້ວຍ​ຄຸນ​ນະພາ​ບ​ໃໝ່ ສາມາດ​ສ່ອງ​ແສງ​ເຫດການ​ໄດ້​ຢ່າງ​ທັນ​ການ, ຊັດ​ເຈນ, ​ເລິກ​ເຊິ່ງ, ກວ້າງຂວາງ, ຫລາຍ​ຮູບ​ຫລາຍ​ສີ​ທີ່​ສາມາດ​ດຶງ​ດູດ​ໄດ້​ຜູ້​ອ່ານ,ຜູ້​ຟັງແລະຜູ້​ຊົມ​ນັບ​ມື້ກວ້າງ ຂວາງ​ທົ່ວ​ເຖິງ​ທຸກ​ເປົ້າໝາຍ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດສາມາດ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ສ້າງສາ​ປະ​ເທດ​ຊາດ, ​ເຂົ້າຮ່ວມ​ສະກັດ​ກັ້ນ ປາກົດການ​ຫຍໍ້​ທໍ້​ດ້ານ​ຕ່າງໆ, ຕອບ​ຕ້ານ​ຖອຍ​ທຳນອງ​ໃສ່​ຮ້າຍ​ປ້າຍ​ສີ​ຂອງ​ອິດ​ທິກຳລັງ​ປໍ​ລະ​ປັກ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ, ສ່ວນ​ວຽກ​ງານ​ພິມ​ຈຳໜ່າຍ​ເປັນ​ວຽກ​ໜຶ່ງ​ທີ່​ສຳຄັນ​ຢູ່​ໃນ​ຊີວິດ​ສັງຄົມ ​ເພາະ​ເປັນ​ວຽກ​ສຶກສາ​ອົບຮົມ​ຄົນ​ ​ເປັນ​ການ​ສ້າງ​ຊັບພະຍາກອນ​ມະນຸດ ນັບ​ທັງ​ທາງ​ກົງ ​ແລະ ທາງ​ອ້ອມ, ​ເວົ້າລວມ​ແລ້ວວຽກ​ງານ​ນີ້​ໄດ້​ມີ​ບາດກ້າວ​ຂະຫຍາຍຕົວ​ໃນ​ຫລາຍ​ດ້ານ, ພື້ນຖານ​ໂຄງ​ລ່າງ​ໄດ້​ຮັບ​ການ​ພັດທະນາ, ບຸກຄະລາ​ກອນ​ໄດ້​ຮັບ​ການ​ຍົກ​ລະດັບ ​ແລະ ສາ ມາດ​ສົ່ງ​ເສີມ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະຕິບັດ​ວຽກ​ງານ​ພິມ​ຈຳໜ່າຍ​ຢ່າງ​ຖືກຕ້ອງ​ຕາມ​ແນວທາງ​ຂອງ​ພັກ ​ແລະ ລະບຽບ​ກົດໝາຍ​ຂອງ​ລັດ.
         ​ໃນ​ໂອກາດ​ອັນ​ສະຫງ່າ​ລາ ສີ​ນີ້, ທ່ານ ສຈ. ດຣ. ບໍ່​​ແສງ​ຄຳ ວົງ​ດາລາ ກໍ​ໄດ້​ມີ​ຄຳ​ປາ​ໄສ​ຕໍ່​ພິທີ​ສະ​ເຫລີ​ມສະຫລອງ​ວັນ​ປະຫວັດ ສາດ​ສຳຄັນ​ນີ້ ​ໂດຍ​ໄດ້​ຫວນ​ຄືນ​ເຖິງ​ມູນ​ເຊື້ອ ​ແລະ ປະຫວັດ​ການ​ເຄື່ອນ​ໄຫວ​ຂອງ​ກຳລັງ​ສື່​ມວນ​ຊົນ ​ແລະ ພິມ​ຈຳໜ່າຍ​ທີ່​ໄດ້​ປະກອບ ສ່ວນ​ເຂົ້າ​ໃນ​ຂະ​ບວນການ​ປະຕິ ວັດ​ລາວ, ​ໃນ​ການ​ປຸກລະດົມ​ຂະ​ບວນການ​ຕໍ່ສູ້​ຕ້ານ​ຈັກກະ ພັດ​ຜູ້​ຮຸກ​ຮານ ຈົນ​ສາມາດ​ປົດ​ປ່ອຍປະ​ເທດ​ຊາດ​ໄດ້​ຢ່າງ​ສົມບູນ​ໃນ​ປີ 1975 ​ແລະ ຈາກ​ນັ້ນມາ ສື່​ມວນ​ຊົນ ​ແລະ ການ​ພິມ​ຈຳໜ່າຍ​ກໍ​ໄດ້​ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ພາ ລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງ ສາ​ປະ​ເທດ​ຊາດ​ລາວ​ນັບ​ມື້​ເຕີບ​ໃຫຍ່​ຂະຫຍາຍຕົວ.
       ລັດຖະມົນຕີວ່າການ ​ໄດ້​ກ່າວ ​ເນັ້ນວ່າ: ຖ້າ​ທຽບ​ໃສ່​ເມື່ອ​ກ່ອນ ​ແນ່ນອນ​ວ່າ​ໃນ​ປັດຈຸບັນ​ນີ້ ສື່​ມວນ​ຊົນ ​ແລະ ການ​ພິມ​ຈຳໜ່າຍ​ຂອງ​ພວກ​ເຮົາ​ໄດ້​ມີ​ການ​ເຕີບ​ໃຫຍ່​ຂະ ຫຍາຍຕົວ ​ແລະ ພວມ​ກ້າວ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ​ແລ້ວ ອັນ​ນີ້ນັບ​ວ່າ​ເປັນຄວາມ​ເອກ ອ້າງ​ທະ​ນົງ​ໃຈ​ສຳລັບ​ວົງ​ການ​ສື່​ມວນ​ຊົນ ​ແລະ ວົງ​ການ​ພິມ​ຈຳ ໜ່າຍ​ຂອງ​ພວກ​ເຮົາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພັກ, ລັດຖະບານ​ເຮົາ ກໍ​ບໍ່​ໄດ້​ລົດ​ລະ​ໃນ​ຄວາມ​ພະຍາຍາມ​ຊຸກຍູ້​ສົ່ງ​ເສີມ​ໃຫ້​ສື່​ມວນ​ຊົນ ​ແລະ ການ​ພິມ​ຈຳໜ່າຍ​ຂອງ​ພວກ​ເຮົາ​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂຶ້ນ​ໄປ​ເລື້ອຍໆ ​ເພື່ອ​ກ້າວ​ໄປ​ທັນ​ຍຸກ​ສະ​ໄໝ​ໄວ​ຂຶ້ນກວ່າ​ເກົ່າ. ສຳລັບ​ພວກ​ເຮົາ​ກໍ​ຕ້ອງ​ໄດ້​ມີ​ຄວາມ​ຫ້າວຫັນ ບຸກບືນ​ຂຶ້ນ​ເທື່ອ​ລະ​ກ້າວ​ໄປ​ເຖິງ​ເປົ້າໝາຍ​ແຫ່ງ​ຄວາມ​ເຂັ້ມ​ແຂງ ​ແລະ ທັນ​ສະ​ໄໝ​ທຽມ​ທັນ​ເປັນ​ບາດກ້າວ​ຂະຫຍາຍຕົວ​ຂອງ​ເຕັກ​ໂນ​ໂລ​ຊີ ການ​ສື່ສານ​ໂທລະ​ຄົມ​ແຫ່ງ​​ໂລກ ​ເຊິ່ງ​ໃນ​ປັດຈຸບັນ​ນີ້ພວກ​ເຮົາ​ກໍ​ພວມ​ຕັ້ງໜ້າ​ຫັນປ່ຽນ​ລະບົບ​ເຕັກນິກ​ວິທະຍຸ​ໂທລະພາບ​ຈາກ​ລະບົບ​ອານາ​ລົກ​ໄປ​ສູ່​ລະບົບ​ດີ​ຈີ​ຕອນ​ໃຫ້​ສຳ​ເລັດ​ຂັ້ນ ພື້ນຖານ​ໃນ​ປີ 2015 ​ແລະ ສືບຕໍ່​ປະຕິບັດ​ໃຫ້​ສົມ ບູນ​ແບບ ​ແຕ່​ປີ 2020 ​ເປັນຕົ້ນ​ໄປ ອັນ​ຈະ​ເຮັດ​ໃຫ້​ຄື້ນກະຈາຍ ສຽງ ​ແລະ ກະຈາຍ​ພາບ​ແຜ່​ກວມ​ທົ່ວ​ແຜ່ນດິນ​ລາວ. ພ້ອມ​ກັນນີ້ ກໍ​ຈະ​ສືບຕໍ່​ປັບປຸງ​ພື້ນຖານ​ວັດ​ຖຸ-​ເຕັກ ນິກ​ການ​ພິມ, ການ ຈຳໜ່າຍ​ໃຫ້​ທັນ​ສະ​ໄໝ​ຍິ່ງ​ຂຶ້ນ ​ເພື່ອ​ຈະ​ໄດ້​ນຳ​ເອົາ​ປຶ້ມ ​ແລະ ສື່​ສິ່ງ​ພິມ​ລົງ​ສູ່​ຮາກ​ຖານ​ຢ່າງ​ກວ້າງຂວາງ ​ແລະ ວ່ອງ​ໄວ​ກວ່າ​ເກົ່າ ​ເຊິ່ງທັງ​ໝົດ​ນີ້​ເປັນ​ພາລະ​ໜ້າ​ທີ່​ອັນ​ໜັກໜ່ວງ​ຂອງ​ພວກ​ເຮົາ​ທີ່​ຈະ​ໄດ້​ພ້ອມ​ຈິດ​ພ້ອມ​ໃຈ​ກັນ​ສືບຕໍ່​ບຸກບືນ ​ເຮັດ​ໃຫ້​ວົງ​ການ​ສື່​ມວນ​ຊົນ​ ກໍ​ຄື​ວົງ​ການ​ພິມ​ຈຳໜ່າຍ​ຂອງ​ພວກ​ເຮົາ​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມ​ແຂງ, ໜັກ​ແໜ້ນ​ແຫລມ​ຄົມ ​ແລະ ທັນ​ສະ​ໄໝ​ຂຶ້ນ​ເລື້ອຍໆ.

No comments:

Post a Comment